ບ້ານພູຊ້າງຄໍາ ນະຄອນຫຼວງພະບາາ ປິດ 2 ຮ່ອມທາງເຂົ້າບ້ານ ຫຼັງພົບຜູ້ຕິດເຊື້ອໂຄວິດ-19.

899

ຂ່າວສານຫລວງພະບາງ Luangprabang News ລາຍງານວ່າ: ໃນວັນທີ 4 ກັນຍາ 2021ນີ້, ອົງການປົກຄອງບ້ານພູຊ້າງຄໍາ ສົມທົບກັບພາກສ່ວນຄະນະສະເພາະກິດຄວບຄຸມ ໂຄວິດ-19 ຂັ້ນກຸ່ມ ແລະຂັ້ນນະຄອນ-ຫຼວງພະບາງ ໄດ້ ປິດ 2 ຮ່ອມທາງເຂົ້າ-ອອກ ບ້ານພູຊ້າງຄຳ ປະກອບມີ ຮ່ອມ 1ແລະຮ່ອມ2 ເນື້ອງຈາກມີຜູ້ຕິດເຊື້ອ ຈໍານວນ 3 ຄົນ, ທີ່ໄດ້ສໍາພັດ ໃກ້ສິດກັບກໍລະນີຜູ້ຕິດເຊື້ອ ນ້ໍາເບີ 29.


ທ່ານ ພັນຕີ ສຸກັນ ບູບຜາ ຫົວໜ້າ ປກສ ກຸ່ມພູເຫຼັກຈະເລີນ ນະຄອນ-ຫລວງພະບາງ ໄດ້ໃຫ້ສໍາພາດ ວ່າ: ພາຍຫຼັງໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຈໍານວນ 3 ຄົນທີ່ໄດ້ອາໄສຢູ່ ຮ່ອມ 2 ຂອງບ້ານພູຊ້າງຄໍາ ທາງ ອົງການປົກຄອງບ້ານ ຈິງໄດ້ຮິບຮ້ອນດ່ວນປິດທາງເຂົ້າອອກ ຮ່ອມ 2 ໂດຍປະຕິບັດຕາມມາດຕະການຂອງຄະນະສະເພາະກິດຄວບຄຸມໂຄວິດ19 ວາງອອກຢ່າງເຂັ້ມງວດ.

ວັນທີ4ກັນຍາ ແຂວງຫລວງພະບາງ ມີກໍລະນີຕິດເຊື້ອໃນຊຸມຊົນ 5 ຄົນ ຄື: 3 ຄົນແມ່ນຄອບຄົວດຽວກັນ (ພໍ່, ແມ່ ແລະ ລູກ) ຢູ່ບ້ານພູຊ້າງຄໍາ ນະຄອນຫລວງພະບາງ ທີ່ເປັນເຊື່ອມໂຍງກັບບ້ານ ໂຄມຂວາງ, 1ຄົນ ຈາກ ບ້ານປ່າໄຜ່ ແລະ ອີກ 1 ຄົນຈາກ ບ້ານນາຝາຍ ເມືອງນານ.