ຮອງເຈົ້າແຂວງໄຊຍະບູລີລົງຊຸກຍູ້ ວຽກງານການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ຢູ່ເມືອງໄຊຍະບູລີ

415

ໃນຕອນເຊົ້າວັນທີ 2 ກັນຍາ 2021 ນີ້ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີຫົວໜ້າຄະນະສະເພາະກິດຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ແຂວງໄຊຍະບູລີໄດ້ລົງຊຸກຍູ້ວຽກງານການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ຢູ່ເມືອງໄຊຍະບູລີ ໂດຍມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ,ຫົວໜ້າ, ຮອງຫົວໜ້າຫ້ອງການ, ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ຂອງເມືອງໄຊຍະບູລີເຂົ້າຮ່ວມ.


ໃນໂອກາດດຽວກັນນີ້ທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ ຫົວໜ້າຄະນະສະເພາະກິດຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ເມືອງໄຊຍະບູລີໄດ້ຂື້ນລາຍງານວຽກງານການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19ຢູ່ເມືອງໄຊຍະບູລີເຊີ່ງບາງຕອນທ່ານກ່າວວ່າ: ພາຍຫຼັງໄດ້ຮັບແຈ້ງການດ່ວນຂອງຫ້ອງວ່າການແຂວງສະບັບເລກທີ 312/ຫວຂ.ຊຍ ລົງວັນທີ 25 ສິງຫາ 2021 ແລະ ສະບັບເລກທີ 317/ຫວຂ.ຊຍ ລົງວັນທີ 26 ສິງຫາ 2021 ກ່ຽວກັບການເພີ່ມທະວີການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງ ໄຊຍະບູລີ ທາງຄະນະສະເພາະກິດຂັ້ນເມືອງກໍ່ໄດ້ຜັນຂະຫຍາຍມາເປັນຄໍາສັ່ງຂອງທ່ານເຈົ້າເມືອງ ສະບັບເລກທີ ສະບັບເລກທີ 247/ຈມ.ຊຍ ລົງວັນທີ 25 ສິງຫາ 2021 ວ່າດ້ວຍການເຂັ້ມງວດ ເພື່ອປ້ອງກັນສະກັດກັ້ນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢູ່ພາຍໃນເມືອງໄຊຍະບູລີ ໂດຍສຸມໃສ່ 6 ວຽກໃຫຍ່ ເປັນຕົ້ນແມ່ນ:

1. ໄດ້ປິດການເຂົ້າ-ອອກ ລະຫວ່າງເມືອງຕໍ່ເມືອງ, ໄດ້ປິດການເຂົ້າອອກບ້ານສີເມືອງ (ຮ່ອມ 13), ບໍລິສັດພອນສະຫັວນ, ບ້ານດອນໃໝ່ ເປັນບ້ານສີແດງ, 2. ໄດ້ແຕ່ງຕັ້ງ ປກຊ, ປກສ ເມືອງ ສົມທົບກັບບ້ານ ເພື່ອປ້ອງກັນເວນຍາມສະຖານທີ່ບ້ານແດງຕະຫຼອດ 24 ຊົ່ວໂມງ, 3. ໄດ້ຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງ ເພີ່ມ 2 ຈຸດຄື: ຈຸດກວດບ້ານນາມອນ, ບ້ານໂພນໄຊ, ນອກຈາກນັ້ນຍັງໄດ້ຂໍຄວາມຊ່ວຍເຫຼືອຈາກກໍາລັງຂອງກອງພົນທະຫານຮາບທີ 2 ເພື່ອປ້ອງກັນເວນຍາມ 2 ຈຸດຄື: ບ້ານຫ້ວຍແສນຄໍາ, ບ້ານປົ່ງວາງ,

4.ໄດ້ປິດການຂົນສົ່ງໂດຍສານທາງບົກ, ທາງນ້ຳ, 5. ໄດ້ປິດການຮຽນການສອນທຸກຊັ້ນຮຽນຢູ່ພາຍໃນເມືອງ, 6. ປິດຮ້ານບັນເທິງ, ຄາລາໂອເກາະ, ຮ້ານກິນດື່ມ, ກິລາໃນຮົ່ມ ແລະ ກາງແຈ້ງ.

ແຮງງານມາຈາກຕ່າງແຂວງ ແລະ ສູນກັກກັນ: ມີແຮງງານເຂົ້າມາທັງໝົດ 715 ຄົນ, ຍິງ 291ຄົນ,ໃນນີ້: ມີຜູ້ກັກກັນທັງໝົດ 603 ຄົນ, ຍິງ 247 ຄົນ ແລະ ສົ່ງຕໍ່ໃຫ້ແຕ່ລະເມືອງກັກກັນ 112 ຄົນ, ຍິງ 45 ຄົນ, ແຮງງານຕ່າງປະເທດ 65 ຄົນ, ຍິງ 9 ຄົນ, ຕ່າງເມືອງ 564 ຄົນ, ຍິງ 245 ຄົນ, ເມືອງ ໄຊຍະບູລີ 86 ຄົນ, ຍິງ 37 ຄົນ; ປະຈຸບັນອອກສູນແລ້ວ 486 ຄົນ ຍິງ 206 ຄົນ, ຍັງມີໜ້າຢູ່ສູນ 117 ຄົນ, ຍິງ 41 ຄົນ.

ຈາກນັ້ນໃນພິທີທ່ານເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີກໍ່ໄດ້ໃຫ້ກຽດໂອ້ລົມ ພ້ອມທັງລົງຊຸກຍູ້ໃຫ້ກຳລັງໃຈພະນັກງານທີ່ປະຈຳຢູ່ຈຸດຄົນເຂົ້າອອກເມືອງບ້ານທ່າເດື່ອຕື່ມອີກ.

ຂ່າວ-ພາບ: ສົມພົງ ສີສະຫັວດ