4 ກັນຍາ ລາວ ມີຜູ້ຕິດເຊື້ອ 156 ຄົນ ໃນນັ້ນຕິດເຊື້ອຊຸມຊົນ 64 ຄົນ ແລະ ເສຍຊີວິດ 1 ຄົນ

1289

ໃນວັນທີ 4 ກັນຍາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ປະຈຳວັນທີ 4 ສິງຫາ 2021 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ມາຮອດວັນທີ 4 ກັນຍາ 2021 ສປປ ລາວ ມີຕົວເລກສະສົມທັງໝົດ ຈຳນວນ 15.761 ຄົນ, ເສຍຊີວິດສະສົມ 16 ຄົນ (ໃໝ່ 1 ຄົນ) ແລະ ຄົນເຈັບກຳລັງປິ່ນປົວ ທັງໝົດ 5.568 ຄົນ. ຜ່ານການເກັບຕົວຢ່າງໄປກວດໃນວັນທີ 3 ກັນຍາ ໄດ້ເກັບຕົວຢ່າງໄປກວດວິເຄາະທັງໝົດ 3.180 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 156 ຄົນ ໃນນັ້ນຕິດເຊື້ອໃນຊຸມຊົນ 64 ຄົນ ເປັນຜູ້ສໍາຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນຳເຂົ້າ ມີ 92 ຄົນ ຈາກ ສາລະວັນ 46 ຄົນ, ສະຫວັນນະເຂດ 17 ຄົນ, ຈຳປາສັກ 12 ຄົນ, ຫຼວງພະບາງ 7 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ, ຄຳມ່ວນ 2 ຄົນ, ແລະໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສໍາຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາລາຍລະອຽດດັ່ງນີ້: ຄຳມ່ວນ 25 ຄົນ, ຈຳປາສັກ 20 ຄົນ, ສະຫວັນນະເຂດ 6 ຄົນ, ຫຼວງພະບາງ 5 ຄົນ,ບໍ່ແກ້ວ 2 ຄົນ.

ສະເພາະຢູ່ນະຄອນຫລວງ ວຽງຈັນ: 6 ຈາກ ຊຸມຊົນ ຊຶ່ງມີດັ່ງລຸ່ມນີ້: 4 ຄົນ ຈາກ ບ້ານຈອມເພັດເໜືອ, ເມືອງ ສີສັດຕະນາກມີ (3 ຄົນ, ແມ່ນຄອບຄົວດຽວກັນ) ແລະ ອີກ 1 ຄົນ ກຳມະກອນ ເຊື່ອມໂຍງກັບ ກຸ່ມ ບໍລິສັດຂົນສົ່ງ ທາງບົກທາງນ້ຳ. 1 ຄົນ ຈາກ ບ້ານ ຫາດຊາຍຂາວ, ເມືອງ ຫາດຊາຍຟອງ, ພົວພັນ ກັບຜູ້ຕິດເຊື້ອຜ່ານມາແລ້ວ 1 ຄົນ ຈາກ ບ້ານຫນອງແວງ ເມືອງຫາດຊາຍຟອງ (ອົງການ room to read); ສ່ວນຢູ່ສະຫວັນນະເຂດ: ຊຸມຊົນ 6 ຄົນ, ພ້ອມດຽວກັນ ມີຜູ້ເສັຍຊີວິດໜື່ງຄົນ; ບ້ານສະພານເໜືອ ມີ 2 ຄົນ ທີ່ພົວພັນກັບກໍລະນີຕິດເຊື້ອຜ່ານມາ, ບ້ານໜອງຜື ມີ 01 ກໍລະນີ ເປັນເມຍພະນັກງານແພດ ຢູ່ຕຶກເດັກໂຮງຫມໍແຂວງ, ບ້ານວຽງສະຫັວນ, ບ້ານໂພນສະຫວ່າງເໜືອ ແລະ ບ້ານລັດຕະນະລັງສີໃຕ້ ມີບ້ານລະ 1 ຄົນ ແຕ່ຍັງບໍ່ຮູ້ແຫລ່ງທີ່ມາຂອງການຕິດເຊື້ອ.

ສ່ວນຢູ່ຈຳປາສັກ: 20 ຄົນ ມາຈາກ ກຸ່ມ ທີ່ເຊື່ອມໂຍງ ກັບກຸ່ມ ໂຮງໝໍ ຊຸມຊົນເມືອງປະທຸມພອນ ທີ່ລາຍງານໃນວັນ ສອງວັນຜ່ານມາມາດຕະການທີ່ໄດ້ຈັດຕັ້ງປະຕິບັດ ປິດໂຮງໝໍ ເພື່ອຂ້າເຊື້ອ ແລະຈັດສັນພະນັກງານປະຈໍາການ ສືບຕໍ່ຄົ້ນຫາຜູ້ສໍາຜັດໃກຊິດ ເພື່ອສືບຕໍ່ເກັບຕົວຢ່າງ ແລະ ຈຳກັດບໍລິເວນ ສືບຕໍ່ຕັ້ງຈຸດເກັບຕົວຢ່າງຢູ່ເມືອງປະທຸມພອນ ແລະ ເມືອງອື່ນປິດບ້ານທີ່ມີຜູ້ຕິດເຊື້ອໃໝ່ໂຄສະນາສຸຂະສຶກສາໃນບ້ານເຂດສ່ຽງ; ແລະ ຢູ່ຄຳມ່ວນ: ຊຸມຊົນ 25 ຄົນ 24 ຄົນ ຈາກຊຸມຊົນ ຫວຽດນາມ ຢູ່ ຕະຫລາດ ຫລັກ 2 ແລະ 3 (ເກັບຕົວຢ່າງທັງໝົດ 120 ຕົວຢ່າງ) ແລະ ອີກ 1 ຄົນ ຈາກບ້ານ ບົງ ແມ່ນຜູ້ສຳຜັດໃກ້ຊິດກ່ອນຫນ້ານີ້ກັບກໍລະນີຢູ່ເມືອງຫີນບູນ; ສ່ວນຢູ່ແຂວງບໍ່ແກ້ວ: 2 ຄົນ; ຊື່ງເປັນ ກໍລະນີ ຊຸມຊົນ ຈາກບ້ານຂຸນບົງ, ເມືອງ ຕົ້ນເຜີ້ງ ແລະ ຢູ່ແຂວງຫຼວງພະບາງ: ຊຸມຊົນ 5 ຄົນ 3 ຄົນແມ່ນຄອບຄົວດງວກັນ (ພໍ່, ແມ່ ແລະ ລູກ) ຢູ່ບ້ານພູຊ້າງຄຳ ນະຄອນຫຼວງພະບາງ ທີ່ເປັນເຊື່ອມໂຍງກັບບ້ານ ໂຄມຂວາງ ທີ່ເຄີຍລາຍງານຜ່ານມາ; 1 ຄົນ ຈາກ ບ້ານປ່າໄຜ່, 1 ຄົນຈາກ ບ້ານນາຝາຍ ເມືອງນານ ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.

ໃນວັນທີ 3 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈຳນວນ ທັງໝົດ 2.725 ຄົນ ແລະ ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 105 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 8.142 ຄົນ.