ກັບບ້ານອີກແລ້ວເດີ 29 ຄົນ ທີ່ສະຫວັນນະເຂດ

358

ເຖິງແມ່ນວ່າຕົວເລກຜູ້ທີ່ຕິດເຊຶ້ອທີ່ຍັງຄ້າງຢູ່ສູນປິ່ນປົວຈະສູງເຖິງ 2 ພັນກວ່າຄົນກໍ່ຕາມ ແຕ່ເຮົາເຫັນໄດ້ວ່າໃນແຕ່ລະວັນ ທີ່ແຂວງຈະສະຫວັນນະເຂດແມ່ນມີການປິ່ນປົວຫາຍດີ ແລະ ສົ່ງໂຕຂອງຜູ້ກ່ຽວກັບບ້ານຢ່າງຕໍ່ເນື່ອງ ຖ້າເປັນແບບນີ້ທຸກວັນ ກຳລັງໃຈແພດໝໍກໍມີເພີ່ມຂຶ້ນ.

ດັ່ງທີ່ ວັນທີ 2 ກັນຍາ 2021 ໄດ້ມີການສົ່ງຕົວຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 29 ກໍລະນີ ໃນນັ້ນ, ຈາກໂຮງໝໍສະໜາມຫຼັກ 9 ( 24 ຄົນ ), ໂຮງໝໍສະໜາມໂນນສະຫວາດ ( ໂຮງງານ ອັບເກນ ) ( 3 ຄົນ ) ແລະ ໂຮງໝໍສະໜາມ ວສສ ( 2 ຄົົນ ) ໂດຍມີທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມ.

ຕົວແທນແພດໝໍໄດ້ກ່າວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູ ຫຼື ເຈວຂ້າເຊື້ອເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.


ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.


ເຊີ່ງປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 5.423 ຄົນ, ຍັງຄ້າງສູນປິ່ນປົວ 2.600 ຄົນ, ປິ່ນປົວດີແລ້ວ 2.823 ຄົນ, ຍິງ 1.447 ຄົນ ແລະ ເສັຍຊີວິດ 6 ຄົນ, ຍິງ 2 ຄົນ.

( ຂໍ້ມູນ ວັນທີ 2 ກັນຍາ 2021)
ຈາກ: ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ