ສະຫວັນນະເຂດແຈ້ງຢຸດການຂົນສົ່ງ ສິ່ງຂອງ, ວັດສະດຸ ອຸປະກອນໃນນະຄອນໄກສອນ

778

ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ສະຫວັນນະເຂດແມ່ນຍັງຢູ່ໃນສະພາບໜ້າເປັນຫ່ວງ ເຖິງແມ່ນຈະປະກາດລັອກດາວແລ້ວກໍ່ຕາມ ດ້ວຍເຫດນີ້ຊ່ອງທາງໃດທີ່ຈະມີຄວາມສ່ຽງກໍ່ຕ້ອງໄດ້ຈຳກັດໄວ້ກ່ອນ ແລະຕອນນີ້ສະຫວັນນະເຂດໃຫ້ປິດການຂົນສົ່ງວັດສະດຸ, ອຸປະກອນຕ່າງໆໃນນະຄອນໄກສອນເປັນການຊົ່ວຄາວ.


ຫ້ອງວ່າການແຂວງ ສະຫວັນນະເຂດໄດ້ອອກແຈ້ງການເພີ່ມເຕີມສະບັບເລກທີ 1354/ຫວຂ.ສຂ ລົງວັນທີ 2 ກັນຍາ 2021 ໃຫ້ປິດບໍລິການ ບໍລິສັດຂົນສົ່ງສິ່ງຂອງວັດສະດຸ ອຸປະກອນໃນຊ່ວງລັອກດາວນະຄອນໄກສອນ ພົມວິຫານ ທັງນີ້ກໍ່ເພື່ອ ເປັນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດຂອງພະຍາດໂຄວິດ-19, ຢູ່ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ.

ແຕ່ວ່າອະນຸຍາດໃຫ້ແຕ່ຂົນສົ່ງເຄື່ອງ ອຸປະໂພກ-ບໍລິໂພກ ແລະ ຢາປົວພະຍາດ (ເພື່ອປິ່ນປົວສຸຂະພາບ), ເປັນສິ່ງທີ່ ຂາດເຂີນ ແລະ ຈໍາເປັນແທ້ໆ ໃນຊ່ວງວິກິດເຊັ່ນນີ້ ສ່ວນອື່ນໆ ເປັນບໍລິສັດຂົນສົ່ງສິ່ງຂອງ ວັດສະດຸ ອຸປະກອນ ທີ່ຢູ່ພາຍໃນນະຄອນໄກສອນ ພົມວິຫານ ແມ່ນໃຫ້ຢຸດບໍລິການໃນຊ່ວງລັອກດາວນີ້.