ແມນຢູ ຢືນຢັນມອບເສື້ອເບີ 7 ໃຫ້ກັບ ໂຣນັລໂດ ລົງແຂ່ງຂັນລະດູການນີ້

656

ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ໃນພຣີເມຍລີກ ອັງກິດ ປະກາດຢືນຢັນເມື່ອວັນທີ 2 ກັນຍາ 2021 ວ່າ: ຄຣິສເຕຍໂນ ໂຣນັລໂດ ກອງໜ້າຊາວປ໊ອກຕຸຍການ ທີ່ຫາກໍກັບມາຫຼິ້ນໃຫ້ກັບທີມອີກຄັ້ງ ຈະໄດ້ໃສ່ເສື້ອໝາຍເລກ 7 ລົງແຂ່ງຂັນໃນລະດູການນີ້.

ໂຣນັລໂດ ຫາກໍຍ້າຍຈາກ ຢູເວນຕຸສ ກັບມາຢູ່ກັບ ແມນເຊັສເຕີ ຢູໄນເຕັດ ໃນໄລຍະທ້າຍຕະຫຼາດຊື້-ຂາຍນັກເຕະທີ່ຜ່ານມາ ຫຼ້າສຸດມີການປະກາດຢ່າງເປັນທາງການວ່າ: ໂຣນັລໂດ ຈະໄດ້ໃສ່ເສື້ອເບີ 7 ລົງສະໜາມ ເຊິ່ງເປັນເບີຕໍານານຂອງນັກເຕະສະໂມສອນຕໍ່ຈາກ ຈອຈ ເບສ, ໄບຣອັນ ຣ໊ອບສັນ, ເອຣິກ ຄັນໂຕນາ ແລະ ເດວິດ ເບັກແຮມ ລວມເຖິງ ໂຣນັລໂດ ເຄີຍໃສ່ໃນຕອນຮັບໃຊ້ສະໂມສອນຄັ້ງທໍາອິດໃນໄລຍະປີ 2003-2009.

ສໍາລັບ ໂຣນັລໂດ ຈະໄດ້ໃສ້ເບີ 7 ລົງສະໜາມໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ໃນລະດູການນີ້ແທນທີ່ຂອງ ເອດິນສັນ ຄາວານີ ທີ່ຍ້າຍໄປໃສ່ເສື້ອເບີ 21 ເຊິ່ງເປັນເບີທີ່ລາວໃສ່ລົງແຂ່ງຂັນໃຫ້ກັບທີມຊາດອູຣູກວາຍ ເຊິ່ງເບີ 21 ເປັນເບີຂອງ ແດນຽລ ເຈມສ໌ ທີ່ຫາກໍຍ້າຍອອກ ແມນເຊັສເຕີ ຢູໄນເຕັດ ໄປຫຼິ້ນໃຫ້ກັບ ລີດສ໌ ຢູໄນເຕັດ ເມື່ອບໍ່ດົນມານີ້.

ຮູບຈາກ: AP ແລະ twitter.com/utdreport