“ ກະຈຽບຂຽວ ” ອາຫານຂອງຄົນຍີ່ປຸ່ນ ຫຼຸດອາການເມື່ອຍເພຍຈາກອາກາດຮ້ອນໄດ້ດີ

828

ບັນຫາໜຶ່ງທີ່ຄົນຍີ່ປຸ່ນກັງວົນຫຼາຍໃນໄລຍະລະດູຮ້ອນຄືອາການອ່ອນເພຍ ເມື່ອຍລ້າຈາກຄວາມຮ້ອນ ຫຼື ນະຊຶບາເຕະ ( Natsubate, 夏バテ ) ມາເບິ່ງສາເຫດ ແລະ ອາການບໍ່ສະບາຍ ເນື່ອງຈາກອາກາດຮ້ອນ ແລະ ເມນູເດັດຈາກກະຈຽບຂຽວທີ່ຄົນຍີ່ປຸ່ນແນະນຳວ່າຈະຊ່ວຍປ້ອງກັນ ແລະ ບັນເທົາອາການເມື່ອຍລ້າຈາກຄວາມຮ້ອນໄດ້ດີ.

No photo description available.

ສາເຫດ ແລະ ອາການບໍ່ສະບາຍຈາກຄວາມຮ້ອນ

ຄວາມອ່ອນເພຍ ເມື່ອຍລ້າ ຈາກຄວາມຮ້ອນເກີດຈາກການທີ່ຮ່າງກາຍສູນເສຍວິຕາມິນບີ 1 ແລະ ໂພແທສຊຽມທາງເຫື່ອໃນປະລິມານຫຼາຍ ເຊິ່ງວິຕາມິນບີ 1 ມີຄວາມສຳຄັນໃນການເສີມການປ່ຽນແປງໃຫ້ເປັນພະລັງງານການສູນເສຍວິຕາມິນບີ 1 ທາງເຫື່ອຈະສົ່ງຜົນໃຫ້ອັດຕາການປ່ຽນນ້ຳຕານໄປເປັນພະລັງງານຕ່ຳຈົນນຳໄປສູ່ອາການອ່ອນເພຍ ເມື່ອຍລ້າ ກິນບໍ່ໄດ້ ນອນບໍ່ຫຼັບຈົນເຖິງຂັ້ນເຮັດໃຫ້ເກີດການບໍ່ສະບາຍ ແລະ ເສຍຊີວິດໄດ້ ອີກທັງການສູນເສຍໂພແທສຊຽມໃນປະລິມານທີ່ສູງເຮັດໃຫ້ຮ່າງກາຍອ່ອນແຮງ ໜ້າມືດ ຮາກ ເປັນລົມ ແລະ ອາດຈະຮຸນແຮງຈົນເຖິງຂັ້ນເຮັດໃຫ້ເສຍຊີວິດໄດ້ເຊັ່ນກັນ.

ວິທີປ້ອງກັນອາການບໍ່ສະບາຍຈາກຄວາມເມື່ອຍລ້າໃນຄວາມຮ້ອນ

ວິທີການປ້ອງກັນອາການບໍ່ສະບາຍເຮັດໄດ້ດັ່ງນີ້:

ຫຼີກລ່ຽງການຢູ່ກາງແຈ້ງເປັນເວລາດົນ ແລະ ຫຼີກລ່ຽງການຖືກແດດໂດຍກົງ.

ຫາກຢູ່ໃນບ້ານທີ່ມີອາກາດບໍ່ຖືກຖ່າຍເທກໍບໍ່ຕ້ອງທົນຮ້ອນ ແຕ່ໃຫ້ເປີດພັດລົມ ຫຼື ເຄື່ອງປັບອາກາດທີ່ປັບໃຫ້ຫ້ອງມີອຸນຫະພູມທີ່ສະບາຍຕົວ ປະມານ 28 ອົງສາ.

ດື່ມນ້ຳ ຫຼື ເຄື່ອງດື່ມເປັນປະຈຳ ກ່ອນຈະຮູ້ສຶກຫິວນ້ຳ.

ຮັບປະທານອາຫານໃຫ້ຄົບ 5 ໝູ່ ມື້ລະ 3 ຄາບ ເພື່ອໃຫ້ຮ່າງກາຍຮັບສານອາຫານ ວິຕາມິນ ແລະ ແຮ່ທາດຢ່າງຄົບຖ້ວນ.

ເມນູເດັດຈາກກະຈຽບຂຽວທີ່ຊ່ວຍປ້ອງກັນ ແລະ ບັນເທົາອາການເມື່ອຍລ້າຈາກຄວາມຮ້ອນໄດ້ເປັນຢ່າງດີ

ໃນຍີ່ປຸ່ນກະຈຽບຂຽວ ຫຼື ໂອຄຸຣະ ( Okura, オクラ ) ເປັນຜັກທີ່ຖືກເວົ້າເຖິງເປັນສ່ວນຫຼາຍວ່າມີປະສິດທິພາບໃນການປ້ອງກັນ ແລະ ບັນເທົາພາວະມີໂພແທສຊຽມໃນເລືອດຕ່ຳ ຄວາມເມື່ອຍລ້າຈາກຄວາມຮ້ອນ ແລະ ລົມແດດ ເນື່ອງຈາກກະຈຽບຂຽວອຸດົມໄປດ້ວຍເສັ້ນໃຍເພັກຕິນ ເຊິ່ງມີລັກສະນະເປັນເມືອກໜຽວ ເສັ້ນໃຍຊະນິດນີ້ຈະຊ່ວຍປ້ອງກັນບໍ່ໃຫ້ເຍື່ອເມືອກກະເພາະອາຫານຖືກທຳລາຍ ຊ່ວຍເພີ່ມແບັດທີເຣຍຊະນິດດີໃນລຳໄສ້ ແລະ ຊ່ວຍເສີມ ຄວາມຢາກອາຫານ ໂພແທສ ຊຽມເຊິ່ງຈະຊ່ວຍທົດແທນໂພແທສຊຽມທີ່ສູນເສຍໄປທາງເຫື່ອ.

May be an image of outdoors

ວິທີການນຳມາຮັບປະທານເພື່ອໃຫ້ໄດ້ປະໂຫຍດຕໍ່ຮ່າງກາຍສູງສຸດຄືການນຳກະຈຽບຂຽວຕົ້ມສຸກມາປັ່ນ ແລະ ຮັບປະທານກັບໄຂ່ອອນເຊັນ ການປັ່ນຈະເພີ່ມຄວາມໜຽວຂອງກະຈຽບຂຽວ ສົ່ງຜົນໃນການເບິ່ງແຍງສຸຂະພາບກະເພາະອາຫານ ແລະ ລຳໄສ້ໄດ້ດີຂຶ້ນ ສົ່ງເສີມໃຫ້ຮ່າງກາຍດູດຊຶມສານອາຫານສຳຄັນເຂົ້າສູ່ຮ່າງກາຍໄດ້ດີຂຶ້ນ ອີກທັງເພັກຕິນຍັງຊ່ວຍໃຫ້ຮ່າງກາຍດູດຊຶມໂປຣຕີນຈາກໄຂ່ເພື່ອໃຫ້ຮ່າງກາຍນຳໄປໃຊ້ຕໍ່ສູ້ກັບ ຄວາມເມື່ອຍລ້າໄດ້ດີ.

ສ່ວນວິທີການເຮັດເມນູກະຈຽບຂຽວ ເພື່ອນຳມາຮັບປະທານໃຫ້ໄດ້ປະໂຫຍດສູງສຸດ ທ່ານສາມາດຕິດຕາມໃນມື້ຖັດໄປຂອງຄໍລໍາອາຫານໃນໜ້າ B3 ໄດ້.

ທີ່ມາ: https://www.sanook.com/health/29729/