ເກີນຄາດ! ບາເຊໂລນາ ເປີດຕົວນັກເຕະໃສ່ເບີ 10 ແທນ ເມສຊີ ເປັນດາວເດັ່ນອາຍຸພຽງ 18 ປີ

324

ບາເຊໂລນາ ສະໂມສອນຍັກໃຫຍ່ໃນລາລີກາ ແອັດສະປາຍ ປະກາດຢືນຢັນເມື່ອວັນທີ 1 ກັນຍາ 2021 ວ່າ: ອັນຊູ ຟາຕິ ກອງໜ້າດາວເດັ່ນ ຈະໄດ້ໃສ່ເສື້ອເບີ 10 ຂອງທີມຕໍ່ຈາກ ລິໂອເນລ ເມສຊີ ກອງໜ້າຊາວອາກຊັງຕິນ ທີ່ຍ້າຍໄປຢູ່ກັບ ປາຣີສ ແຊງ-ແຊກແມງ.

ກ່ອນໜ້ານີ້ ມີການຄາດການວ່າ: ເບີ 10 ຂອງ ເມສຊີ ຈະເປັນຂອງ ຟິລິບເປ ຄູຕິນໂຢ ກອງກາງຮັບໜ້າທີ່ຕໍ່, ແຕ່ຫຼ້າສຸດ ບາເຊໂລນາ ມອບໝາຍເສື້ອເບີດັ່ງກ່າວໃຫ້ກັບ ຟາຕິ ນັກເຕະດາວເດັ່ນຂອງທີມ ທີ່ສ້າງຜົນງານໂດດເດັ່ນໃນລະດູການທີ່ຜ່ານມາ.

ສໍາລັບ ຟາຕິ ປັດຈຸບັນອາຍຸ 18 ປີ ເຄີຍໃສ່ເບີ 17, 31 ແລະ 22 ຫຼັງຈາກທີ່ກ້າວຂຶ້ນມາຫຼິ້ນໃນຊຸດໃຫຍ່ຂອງ ບາເຊໂລນາ ລົງສະໜາມນັດທໍາອິດເມື່ອເດືອນສິງຫາ 2019 ແລະ ມາຮອດປັດຈຸບັນລົງແຂ່ງຂັນໃນລີກໄປແລ້ວ 31 ນັດຍິງໄປ 11 ປະຕູโ ສ່ວນຜົນງານໃນທີມຊາດ ຟາຕິ ສ້າງສະຖິຕິເປນນັກເຕະອາຍຸນ້ອຍທີ່ສຸດທີ່ໄດ້ລົງຫຼິ້ນໃຫ້ກັບທີມຊາດແອັດສະປາຍ ໃນຮອບ 84 ປີດ້ວຍອາຍຸພຽງ 17 ປີກັບ 308 ວັນ ຫຼັງຫຼິ້ນເປັນຕົວສໍາຮອງໃນການແຂ່ງຂັນ ຢູຟາ ເນຊັນສ໌ ລີກ A ກຸ່ມ 4 ນັດທີ່ ແອັດສະປາຍ ບຸກໄປສະເໝີ ເຢຍະລະມັນ 1-1 ເມື່ອເດືອນກັນຍາ 2020.
ຮູບຈາກ: AP