ຫຼວງນໍ້າທາ ກຳນົດ 7 ບ້ານແດງ ຄົນໃນບໍ່ໃຫ້ອອກຄົນນອກບໍ່ໃຫ້ເຂົ້າ

528

ແຂວງຫຼວງນໍ້າທາ ແມ່ນແຂວງໜື່ງທີ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19, ແຕ່ເດືອນ ມັງກອນ 2021, ຮອດວັນທີ 2 ກັນຍາ 2021 ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ69 ກໍລະນີ, ໃນນັ້ນມີຄົນຈີນ 39 ຄົນ, ຍິງ 5 ຄົນ, ຄົນລາວ 30 ຄົນ, ຍິງ 17 ຄົນ, ຜູ້ເຖົ້າ 1ຄົນ, ເດັກນອ້ຍ 3 ຄົນ. (ເມືອງຫຼວງນໍ້າທາ: 26 ຄົນ, ເມືອງລອງ 3 ຄົນ , ເມືອງສິງ 1 ຄົນ) ໃນນີ້ 40 ຄົນ ນັບແຕ່ກໍລະນີທີ 1 ຫາ ກໍລະນີ 40 ແມ່ນຕິດເຊື້ອນໍາເຂົ້າ.

ມາໃນກາງເດືອນ ສິງຫາ 2021 ໄດ້ພົບການລະບາດເຂົ້າສູ່ຊຸມຊົນ ຍ້ອນຕິດເຊື້ອຈາກແມ່ເຖົົ້າບົວ ຢູ່ບ້ານສີເມືອງງາມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ທີ່ເດີນທາງຮ່ວມໄປສົ່ງສະການຢູ່ເມືອງນານ ແຂວງຫຼວງພະບາງ, ເຊິ່ງກໍລະນີທີ : 41 ນາງ ລຽງ ອາຍຸ: 65 ປີ ບ້ານທົ່ງໃຈ້ເໜືອ, ກໍລະນີທີ : 42 ທ. ອຸ່ນ ອາຍຸ: 69 ປີ ບ້ານທົ່ງໃຈ້ເໜືອ ເປັນຜົວຂອງ ນາງ ລຽງ, ກໍລະນີທີ : 43 ນາງ ມາລີ ອາຍຸ: 47 ປີ ບ້ານດອນແຍງ ເມືອງລອງ, ຈາກ 3 ຄົນທີ່ຕິດເຊື້ອໄດ້ລະບາດເຂົ້າຊຸມຊົນຄອບຄົວ, ພີ່ນ້ອງ ແລະ ຜູ້ສໍາຜັດໃກ້ສິດມາເປັນ 30 ຄົນ.

ປັດຈຸບັນຄະນະຮັບຜິດຊອບໄດ້ກໍານົດບ້ານແດງ ທີ່ມີເຊື້ອພະຍາດໂຄວິດ – 19 ລະບາດ ມີ 7 ບ້ານຄື: ຢູ່ເມືອງຫຼວງນໍ້າທາມີ 5 ບ້ານ ເຊັ່ນ: ບ້ານຫາດຍາວ, ບ້ານທົ່ງໄຈ້ເໜືອ, ບ້ານທົ່ງໄຈ້ໃຕ້, ບ້ານ ໜອງບົວວຽງ ແລະ ບ້ານ ທົ່ງອົ້ມ, . ສ່ວນຢູ່ເມືອງລອງ ມີ 2 ບ້ານຄື: ບ້ານດອນແຍງ ແລະ ບ້ານ ຈອມແຈ້ງ ຕໍ່ກັບບັນຫານີ້ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ປິດການເຂົ້າ-ອອກ ບ້ານເພື່ອປະຕິບັດວຽກງານໃນການລົງສອບສວນ ແລະ ເກັບຕົວຢ່າງທັງໝົດ ເພື່ອກວດຊອກຫາເຊື້ອພະຍາດ ໂຄວິດ-19.