ຫວຽດນາມປິດເມືອງ – ໄພແລ້ງໃນບຣາຊິນ ສົ່ງຜົນໃຫ້ລາຄາກາເຟເພີ່ມຂຶ້ນ

427

ອຸດສາຫະກຳກາເຟໂລກ ກຳລັງປະເຊີນກັບຄວາມຜັນຜວນຢ່າງໜັກ ເມື່ອຫວຽດນາມປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ – 19 ຮອບໃໝ່ ສົ່ງຜົນກະທົບຕໍ່ການຜະລິດ ແລະ ການສົ່ງອອກຂອງເມັດກາເຟ, ໃນຂະນະທີ່ບຣາຊິນ ກໍປະເຊີນກັບການປ່ຽນແປງດິນຟ້າອາກາດ ຈົນເກີດໄພແຫ້ງແລ້ງຢ່າງໜັກໜ່ວງ ສົ່ງຜົນເຮັດໃຫ້ລາຄາກາເຟໃນຕະຫຼາດໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທັງນີ້, ການລັອກດາວ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດໃນຫວຽດນາມ ກຳລັງສົ່ງຜົນກະທົບຕໍ່ການເກັບກ່ຽວ ແລະ ການສົ່ງອອກເມັດກາເຟ ທີ່ປະເຊີນກັບອຸປະສັກຢ່າງຫຼວງຫຼາຍ ນັບແຕ່ແຮງງານເກັບກາເຟ ໄປເຖິງຂໍ້ຈຳກັດການຂົນສົ່ງ. ທັງນີ້, ຫວຽດນາມເປັນປະເທດຜູ້ຜະລິດ ແລະ ສົ່ງອອກກາເຟລາຍໃຫຍ່ອັນດັບ 2 ຂອງໂລກ ໂດຍສະເພາະສາຍພັນ “ ໂຣບັສຕາ ” ທີ່ເປັນວັດຖຸດິບໃນການຜະລິດກາເຟສຳເລັດຮູບ, ສະຖານະການໃນຫວຽດນາມ ຈຶ່ງເປັນປັດໄຈສຳຄັນທີ່ເຮັດໃຫ້ລາຄາເມັດກາເຟສູງຂຶ້ນ ໂດຍສັນຍາການຊື້ – ຂາຍລ່ວງໜ້າ ( futures benchmark ) ຂອງສາຍພັນໂຣບັສຕາ ເມື່ອວັນທີ 27 ສິງຫາຜ່ານມາ ເພີ່ມຂຶ້ນສູງສຸດໃນຮອບ 4 ປີ ຈຸ 2.043 ໂດລາຕໍ່ໂຕນ.

ນອກຈາກນີ້, ຄວາມຜັນຜວນຂອງລາຄາກາເຟ ຍັງຊ້ຳຕື່ມຈາກສະຖານະການໄພແລ້ງທີ່ບຣາຊິນ ເຊິ່ງເປັນປະເທດຜູ້ຜະລິດ ແລະ ສົ່ງອອກລາຍໃຫຍ່ຂອງໂລກອີກແຫ່ງ ສົ່ງຜົນໃຫ້ການຜະລິດເມັດກາເຟໃນບຣາຊິນ ເສຍຫາຍຢ່າງໜັກ ແລະ ມີລາຄາສູງຂຶ້ນ ໂດຍສະເພາະສາຍພັນ “ ອາຣາບີກາ ” ສູງຂຶ້ນສູງສຸດໃນຮອບ 7 ປີ.

ລາຄາເມັດກາເຟທີ່ມີທ່າອ່ຽງເພີ່ມຂຶ້ນດັ່ງກ່າວ ຍັງສ້າງຄວາມສ່ຽງໃຫ້ແກ່ຜູ້ຄ້າກາເຟທົ່ວໂລກ ໂດຍສະເພາະ ບໍລິສັດ ເຈເອັມສະມັກເກີ ຂອງສະຫະລັດອາເມຣິກາ ເຊິ່ງເປັນເຈົ້າຂອງແບຣນ “ ໂຟລເຈີຣ໌ສ ” ແລະ “ ດັງກິ້ນ ຄອັບຟີ ” ທີ່ປະເມີນຄວາມສ່ຽງ ແລະ ປັບຫຼຸດຜົນກຳໄລຂອງປີ 2021 ລົງ 5% ເມື່ອທຽບກັບປີຜ່ານມາ. ແຕ່ບໍລິສັດດັ່ງກ່າວ ຈຳເປັນຕ້ອງປັບຂຶ້ນລາຄາກາເຟຂາຍ່ອຍ ເພື່ອຮັບມືກັບຕົ້ນທຶນສູງຂຶ້ນ ເຊັ່ນດຽວກັນກັບບໍລິສັດອື່ນໆໃນອາເມຣິກາ, ເຢຍລະມັນ ແລະ ຍີ່ປຸ່ນ ເປັນຕົ້ນ.

ແນວໃດກໍຕາມ, ນັກວິເຄາະຈາກທະນາຄານ ເພື່ອການລົງທຶນຂອງເຢຍລະມັນ ຄາດການວ່າສະຖານະການການຜະລິດເມັດກາເຟໃນບຣາຊິນຈະດີຂຶ້ນ ເມື່ອເຂົ້າສູ່ລະດູຝົນໃນເດືອນກັນຍານີ້ ເຊິ່ງຄາດວ່າການຜະລິດຈະເພີ່ມຂຶ້ນເລັກໜ້ອຍ, ໃນຂະນະທີ່ສະຖານະການໃນຫວຽດນາມ ຈະຕ້ອງໄດ້ຕິດຕາມຕໍ່ໄປວ່າຈະສາມາດຄວບຄຸມການລະບາດໄດ້ດີສ່ຳໃດ.