ນັກທຸລະກິດ ແລະ ສະມາຄົມຫວຽດນາມ ມອບເສື່ອ ແລະ ຕຽງນອນ ລວມມູນຄ່າ 400 ລ້ານກີບ ໃຫ້ໂຮງໝໍສະໜາມແຂວງຈຳປາສັກ

428

ນັກທຸລະກິດ ແລະ ສະມາຄົມຫວຽດນາມ ແຂວງຈໍາປາສັກ ອຸປະຖໍາ ຕຽງນອນປິ່ນປົວ 530 ໜ່ວຍ ແລະ ເສື່ອນອນ 300 ຜືນ, ລວມມູນຄ່າ 400.000.000 ກີບ ໃຫ້ອົງການປົກຄອງແຂວງຈໍາປາສັກ ເພື່ອປະກອບສ່ວນເຂົ້າໃສ່ໂຮງໝໍພາກສະໜາມ, ສູນປິ່ນປົວພະຍາດໂຄວິດ-19 ຂອງ ແຂວງຈຳປາສັກ.

ອຸປະກອນດັ່ງກ່າວນີ້ ແມ່ນທາງສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ ໄດ້ມີການປະສານສົມທົບ ກັບ ຜູ້ປະກອບການ ນັກລົງທຶນ ແລະ ສະມາຄົມຫວຽດນາມ ແຂວງຈໍາປາສັກ ກໍ່ຄືພໍ່ແມ່ປະຊາຊົນ ຊາວຫວຽດນາມ ເພື່ອປະກອບສ່ວນແກ່ວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19. ພ້ອມກັນນີ້ ກໍ່ເພື່ອ ເປັນການສະເຫຼີມສະຫຼອງວັນຊາດ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 76 ປີ, ແລະ 2 ວັນປະຫັວດສາດ ລາວ – ຫວຽດນາມ, ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ.

ພີທີມອບ-ຮັບ ມີຂຶ້ນ ໃນວັນທີ 1 ກັນຍາ 2021 ທີ່ຫ້ອງວ່າການແຂວງຈໍາປາສັກ ເປັນກຽດ ກ່າວມອບໂດຍ ທ່ານ ບຸ໋ຍ ເຖ ຢູງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ແລະ ໃຫ້ກຽດກ່າວຮັບຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີຄະນະນໍາຂອງແຂວງ, ສະມາຄົມຫວຽດນາມ ແຂວງຈໍາປາສັກ, ນັກທຸລະກິດ ຫວຽດນາມ ທີ່ມາລົງທຶນ ຢູ່ ແຂວງຈໍາປາສັກ ເຂົ້າຮ່ວມ.

ໂອກາດນີ້, ທ່ານເຈົ້າແຂວງຈໍາປາສັກ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງພັກ-ລັດ ກໍ່ຄືປະຊາຊົນ ຊາວຫວຽດນາມ ແລະຜ່ານມາແຂວງຈຳປາສັກໄດ້ຮັບການຊ່ວຍເຫລືອ ເປັນເງິນ ແລະວັດຖຸ ຈາກ 16 ແຂວງ ແລະ 3 ນະຄອນ ຂອງ ສສ ຫວຽດນາມ ຫລາຍກວ່າ 5 ຕື້ດົງ. ພ້ອມນັ້ນທາງນັກທູລະກິດ ຜູ້ປະກອນການ ຊາວຫວຽດນາມ ຢູ່ ແຂວງຈຳປາສັກ ພາຍໃຕ້ການນຳພາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ໄດ້ນຳເອົານ້ຳຈິດ ນ້ຳໃຈໃຫ້ການຊ່ວຍເຫລືອ ແຂວງຈຳປາສັກ ເກືອບເຖິງ 1 ຕື້ກີບ ແລະ ພິເສດ ມື້ນີ້ ແມ່ນໄດ້ນຳເອົາ ຕຽງນອນປິ່ນປົວຄົນເຈັບ 530 ໜ່ວຍ ແລະ ເສື່ອນອນ 300 ຝືນ, ລວມມູນຄ່າ 400.000.000 ກີບ ແມ່ນເປັນນ້ຳໃຈອັນປະເສີດທີ່ສຸດ ແລະ ທັງເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມື 16 ແຂວງ ແລະ 3 ນະຄອນ ແລະ ແຂວງຈຳປາສັກ ຈະສືບຕໍ່ຮ່ວມ ແລະ ເພີ່ມພູນຄູນສ້າງ ສາຍພົວພັນດັ່ງກ່າວ ໃຫ້ຄົງຢູ່ກັບປະຊາຊົນ 2 ຊາດ ຕະຫຼອດໄປ.