ແຈ້ງການຫຼ້າສຸດ ຂອງຂະແໜງການສຶກສາຫຼາຍແຂວງຈະບໍ່ສາມາດເປີດຮຽນໄດ້

3511

ການແຜ່ລະບາດຂອໂຄວິດ-19 ມາຮອດປັດຈຸບັນກໍ່ຍັງບໍ່ມີທ່າທີວ່າຈະດີຂຶ້ນ ເຊິ່ງໃນແຕ່ລະວັນຍັງພົບຜູ້ຕິດເຊື້ອ ໃນຂອບເຂດທົ່ວປະເທດ ອັນສຳຄັນແມ່ນການຕິດຈາກຊຸມຊົນເຊິ່ງສ້າງຄວາມວິຕົກກັງວົນໃຫ້ກັບຫຼາຍໆວຽກງານໃນຕອນນີ້ຕົ້ນຕໍແມ່ນວຽກງານການສຶກສາ.


ດັ່ງນັ້ນ, ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານສຶກສາ ແລະກິລາ, ກະຊວງສຶກສາທິການ ແລະ ກິລາກໍ່ໄດ້ອອກແຈ້ງການສະບັບເລກທີ 846/ສສກ ລົງວັນທີ 1 ກັນຍາ 2021 ກ່ຽວກັບການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະ ວັນທີ 01-15 ກັນຍາ 2021 ຂອງຂະແຫນງການສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ ເຫັນວ່າຫຼາຍແຂວງຕ້ອງເລື່ອນການເປີດສົກຮຽນໃໝ່ອອກໄປ.


ໃນແຈ້ງການໄດ້ລະບຸໄວ້ ໃຫ້ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ການສຶກສາກ່ອນໄວຮຽນ, ສາມັນສຶກສາ, ການສຶກສາພິເສດ, ການສຶກສາສົງ, ການສຶກສານອກໂຮງຮຽນ, ອາຊີວະສຶກສາ, ການສຶກສາຄູ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ທັງ ພາກລັດ-ເອກະຊົນ ແລະ ມະຫາວິທະຍາໄລ ໃນແຂວງ ທີ່ບໍ່ມີການລະບາດຂອງພະຍາດ COVID-19 ໃນ ຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນຂອງຕົນ ແຕ່ຕ້ອງຈັດບ່ອນນັ່ງຮຽນແບບຮັກສາໄລຍະ ຫ່າງຢ່າງຫນ້ອຍ 01 ແມັດຂຶ້ນໄປ ແລະ ປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ ພະຍາດ COVID-19 ຢ່າງເຂັ້ມງວດ (ລາຍລະອຽດມອບໃຫ້ກົມວິຊາການອອກຄໍາແນະນໍາສະເພາະ).

ແຕ່ໃນເວລາດຽວກັນແມ່ນໃຫ້ເລື່ອນເວລາການໄຂສົກຮຽນ 2021-2022 ຂອງທຸກຊັ້ນ ທຸກສາຍ ແລະ ການສອບເສັງເຂົ້າຮຽນສາຍອາຊີວະສຶກສາ, ສ້າງຄູ, ການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ໃນນະຄອນຫຼວງວຽງຈັນ ແລະ ໃນແຂວງທີ່ມີການລະບາດໃນຊຸມຊົນອອກໄປກ່ອນ.


ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ຈັດກອງປະຊຸມປຶກສາຫາລືກ່ຽວຄ່າຮຽນຂອງນັກຮຽນ ໃນໄລຍະການແຜ່ລະບາດຂອງພະຍາດ COVID- 19 ຮ່ວມກັບ ສະມາຄົມການສຶກສາພາກເອກະຊົນ ແຂວງ/ນະຄອນຫຼວງ, ສະມາຄົມພໍ່ແມ່ນັກຮຽນ ແລະ ຜູ້ປະກອບການໂຮງຮຽນເອກະຊົນ. ສໍາລັບໂຮງຮຽນນາໆຊາດ ມອບໃຫ້ຫ້ອງການກະຊວງສົມທົບກັບກົມວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງຈັດກອງປະຊຸມປຶກສາຫາລືກ່ຽວກັບບັນຫາດັ່ງກ່າວ.
ສິ່ງໜຶ່ງທີ່ສຳຄັນແມ່ນໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ແຕ່ລະຂັ້ນ ປະສານສົມທົບກັບຄະນະສະເພາະກິດຂັ້ນຂອງຕົນ ສໍາຫຼວດສະຖານການສຶກສາ ແລະ ກິລາ ທີ່ຖືກນໍາໃຊ້ເປັນໂຮງຫມໍພາກສະຫນາມ, ບ່ອນຈໍາກັດບໍລິເວນ, ບ່ອນກວດ ຫາເຊື້ອພະຍາດ COVID-19 ແລະ ສະຖານທີ່ສັກວັກຊີນ ໃຫ້ຮີບຮ້ອນຈັດຕັ້ງການເຮັດອະນາໄມ ແລະ ພົ່ນຢາຂ້າເຊື້ອ 2 ຄັ້ງ ໃນສະຖານທີ່ດັ່ງກ່າວ ກ່ອນເວລາໄຂສົກຮຽນໃຫມ່.


ເພື່ອຮັບປະກັນວຽກງານການສຶກສາມີຄວາມປອດໄພ ແລະສາມາດດໍາເນີນການໄດ້ເປັນປົກກະຕິ ກະຊວງສຶກສາທິການ ແລະກິລາໄດ້ແນະນຳໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ພະນັກງານຄູ-ອາຈານ, ນັກສຶກສາທີ່ມີອາຍຸ 18 ປີຂຶ້ນໄປ ໄປຮັບວັກຊີນຄົບໂດສ, ພ້ອມດຽວກັນນັ້ນ,ໃຫ້ຄະນະສະເພາະກິດທຸກຂັ້ນໃນຂະແຫນງການສຶກສາ ແລະ ກິລາ ສັງລວມລາຍ ງານຂໍ້ມູນກ່ຽວກັບຈໍານວນພົນທີ່ໄດ້ຮັບວັກຊີນ 1 ເຂັ້ມ ແລະ ຄົບ 2 ເຂັ້ມ ແລະ ລາຍງານໃຫ້ຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ກ່ອນວັນທີ 15 ກັນຍາ 2021.

ໃນໄລຍະແຕ່ນີ້ຫາວັນທີ 15 ກັນຍາ ສຳລັບແຂວງທີ່ບໍ່ມີການລະບາດໃນຊຸມຊົນແມ່ນໃຫ້ທຸກຄົນມາການປົກກະຕິ. ສໍາລັບນະຄອນຫຼວງວຽງຈັນ ແລະແຂວງທີ່ມີການລະບາດໃນຊຸມຊົນ, ການມາປະຈໍາການຂອງພະນັກງານແມ່ນໃຫ້ມາການປົກກະຕິ ຖ້າມີສະຖານທີ່ເຮັດວຽກສາມາດຮັບປະກັນໄລຍະຫ່າງ 01 ແມັດຂຶ້ນໄປ, ຖ້າພາກສ່ວນໃດຮັກສາໄລຍະຫ່າງບໍ່ໄດ້ ແມ່ນໃຫ້ຜັດປ່ຽນກັນມາການ ແລະ ໃຫ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ໃສ່ຜ້າອັດປາກ-ດັງ,ວັດແທກອຸນຫະພູມ, ຫມັ່ນລ້າງມືໃຫ້ສະອາດ, ແມ່ຍິງຖືພາ, ພະນັກງານທີ່ມີເຮືອນຢູ່ເຂດແດງ ແລະ ນອນໃນກຸ່ມ ສ່ຽງແມ່ນໃຫ້ເຮັດວຽກຢູ່ເຮືອນຜ່ານລະບົບເອເລັກໂຕຣນິກ, ອີເມວ, ລະບົບປະຊຸມທາງໄກ ແລະ ວິທີການອື່ນທີ່ເຫມາະສົມ.

ໃຫ້ພາກສ່ວນຕ່າງໆເລື່ອນກອງປະຊຸມ, ຝຶກອົບຮົມ, ສໍາມະນາຕ່າງໆ ແລະ ການເຄື່ອນໄຫວວຽກງານຢູ່ຕ່າງ ແຂວງອອກໄປກ່ອນຈົນກວ່າສະພາບແຜ່ລະບາດຈະຜ່ອນຄາຍລົງ ຖ້າມີຄວາມຈໍາເປັນ ໃຫ້ຈັດກອງປະຊຸມແບບທາງໄກ ແລະ ຖ້າຈັດກອງປະຊຸມແບບເຊິ່ງຫນ້າ ແມ່ນໃຫ້ຈໍາກັດຜູ້ເຂົ້າຮ່ວມ ບໍ່ໃຫ້ເກີນ 20 ຄົນ, ຮັບວັກຊີນຄົບ ໂດສ, ຮັກສາໄລຍະຫ່າງ 01 ແມັດຂຶ້ນໄປ, ວັດແທກອຸນຫະພູມ, ຫມັ່ນລ້າງມືໃຫ້ສະອາດ ແລະ ໃສ່ຜ້າອັດປາກດັງຕະຫຼອດເວລາ.