ປາກຽວ ເປີດເຜີຍອາດເລີກຫຼິ້ນການເມືອງ ລຸ້ນກັບສູ່ວົງການມວຍອີກຄັ້ງ

504
Manny Pacquiao, of the Philippines, holds his arms up in the air after fighting Yordenis Ugas, of Cuba, in a welterweight championship boxing match Saturday, Aug. 21, 2021, in Las Vegas. (AP Photo/John Locher)

ແຟນມວຍລຸ້ນເຫັນ ແມນນີ ປາກຽວ ນັກມວຍຊາວຟິລິບປິນ ກັບມາຊົກອີກຄັ້ງ ຫຼັງຈາກທີ່ລາວ ໃຫ້ສໍາພາດວ່າ: ບໍ່ມີແຜນທີ່ຈະລົງຊີງຕໍາແໜ່ງປະທານາທິບໍດີ ຟິລິບປິນ ຫຼື ອາດເລີກຫຼິ້ນການເມືອງໄປເລີຍ.

ກ່ອນໜ້ານີ້ ປາກຽວ ຂຶ້ນຊົກມວຍໄຟທຫຼ້າສຸດເສຍໃຫ້ກັບ ຢໍເດນິສ ອູກັສ ໃນການຊີງສາຍແອວແຊັມໂລກຮຸ່ນເວລເຕີເວດ ເມື່ອເດືອນສິງຫາ ທີ່ຜ່ານມາ ກ່ອນບອກຈະຕັດສິນໃຈອະນາຄົດ ກ່ອນເດືອນຕຸລາ 2021.

ຫຼ້າສຸດ ປາກຽວ ອອກມາໃຫ້ສໍາພາດຕໍ່ສື່ໃນບ້ານຕົວເອງວ່າ: “ ຂ້ອຍບໍ່ມີແຜນທີ່ຈະລົງຊີງຕໍາແໜ່ງຮອງປະທານາທິບໍດີ, ສົນໃຈແຕ່ພຽງຕໍາແໜ່ງປະທານາທິບໍດີ ຫຼື ຕໍາແໜ່ງວຸດທິສະພາ, ສ່ວນອີກທາງເລືອກໜຶ່ງຄື ອອກຈາກວົງການການເມືອງໄປເລີຍ ຢ່າງທີ່ຂ້ອຍເວົ້າສະເໝີ ບໍ່ວ່າການຕັດສິນໃຈຂອງຂ້ອຍຈະເປັນແບບໃດ, ຂ້ອຍຈະຢືນຢັດ ແລະ ຕໍ່ສູ້ ເພື່ອສິ່ງທີ່ຕ້ອງການ ແລະ ຈະເຮັດໃຫ້ດີທີ່ສຸດ ເພື່ອຄວາມຝັນຂອງຂ້ອຍ ແລະ ທຸກຄົນ ”.

ຮູບຈາກ: AP