5 ສິ່ງງ່າຍໆ ຖ້າເຮັດໄດ້ຊີວິດຈະດີຂຶ້ນ ມີຄວາມສຸກຫຼາຍຂຶ້ນ

1771

ຄົນເຮົາມີຫຼາຍປະເພດ, ປະເພດໃນທີ່ນີ້ໝາຍເຖິງນິດໄສ ຫຼື ການວາງຕົວໃນການໃຊ້ຊີວິດໃນສັງຄົມ ບາງຄົນເອົາໃຈຄົນອື່ນເກີນໄປ, ບາງຄົນເຫັນແກ່ຕົວເກີນໄປ ແລະ ອື່ນໆ ທຸກຢ່າງທີ່ຂຶ້ນຊື່ວ່າເກີນໄປມັກຈະບໍ່ເປັນທຳມະຊາດ ຫຼື ເກີນງາມ, ດັ່ງນັ້ນໃນທຸກມື້ນີ້ເຮົາຄວນວາງຕົວຢ່າງພໍດີພໍງາມ ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆ ຫຼາຍເລື່ອງຖ້າແກ້ໄຂໄດ້ຈະຊ່ວຍເຮັດໃຫ້ຊີວິດເຮົາດີຂຶ້ນ ເຊິ່ງຈະມີຫຍັງແດ່ໄປເບິ່ງນໍາກັນ.

  1. ການປ່ຽນມື້ປ່ຽນວັນເລື່ອນນັ້ນນີ້ຢູ່ເລື້ອຍ ຈະເຮັດໃຫ້ບັນຫາມາໂຮມຕົວກັນຕອນທ້າຍ ເຮັດໃຫ້ການເຮັດວຽກບໍ່ມີປະສິດທິພາບ ແລະ ອາດເຮັດໃຫ້ຕ້ອງໃຊ້ເວລາໃນການແກ້ໄຂບັນຫາແກ່ຍາວຂຶ້ນຕື່ມ.
  2. ການບໍ່ກ້າປະຕິເສດຄົນອື່ນ ຈະເຮັດໃຫ້ເຮົາບໍ່ມີເວລາເຫຼືອໃຫ້ກັບຕົນເອງ, ດັ່ງນັ້ນຄວນກັ່ນກອງຕົວໃດຄວນຕອບຮັບ ແລະ ຕົວໃດຄວນປະຕິເສດ,
  3. ພະຍາຍາມເຮັດທຸກຢ່າງໃຫ້ສົມບູນ Perfect ຈົນລືມໄປວ່າໃນໂລກຂອງ ຄວາມເປັນຈິງ ຈະບໍ່ມີຄວາມສົມບູນແບບ, ຄວນຫຼຸດ ຄວາມຄິດນີ້ລົງສ່ວນໜຶ່ງ ແລ້ວເຮົາຈະມີເວລາຫຼາຍຂຶ້ນ.
  4. ຢ່າພະຍາຍາມເຮັດທຸກຢ່າງດ້ວຍຕົນເອງ ເພາະ ຄວາມບໍ່ໝັ້ນໃຈໃນຄວາມສາມາດຂອງຄົນອື່ນ, ຈົ່ງເລີ່ມການປ່ອຍວາງແຈກວຽກ ແລະ ຕິດຕາມ, ຈະເຮັດໃຫ້ເຮົາມີເວລາ ໄປເຮັດສິ່ງອື່ນ.
  5. ບໍ່ຄວນເຮັດຫຼາຍຢ່າງໃນເວລາດຽວກັນ ເພາະຈະເຮັດໃຫ້ປະສິດທິພາບຂອງວຽກຫຼຸດລົງ ແລະ ສຸຂະພາບຂອງເຮົາຊຸດໂຊມລົງ, ປ່ອຍວາງບາງເລື່ອງ ຮ່າງກາຍບໍ່ແມ່ນເຄື່ອງຈັກ ແລະ ອອກໄປຫາກິດຈະກໍາຜ່ອນຄາຍສະໝອງ.

ນອກຈາກນີ້, ຍັງມີອີກຫຼາຍກ່ຽວກັບສິ່ງທີ່ເຮົາຄວນທົບທວນຕົນເອງຄືນໃໝ່ ເພາະວ່າຊີວິດເຮົາ ເຮົາເປັນເຈົ້າຂອງ ຈົ່ງເຮັດໃນສິ່ງທີ່ຖືກຕ້ອງ ແລະ ພໍດີພໍເໝາະ ເຮັດໃນສິ່ງທີ່ຕົນເອງມີ ຄວາມສຸກ ທີ່ສຳຄັນຢ່າເອົານ້ຳລາຍລາຄາຖືກຄົນອື່ນມາສັ່ນຄອນກັບຄວາມຄິດລາຄາແພງຂອງເຮົາ ນັ້ນກໍຄືບໍ່ເກັບສິ່ງເລັກໆນ້ອຍໆທຸກຢ່າງມາທົມກັບຊີວິດຕົວເອງ ແນວບໍ່ມີປະໂຫຍດບໍ່ມີຄຸນຄ່າກໍປ່ອຍຖິ້ມໄປ ຢ່າໄປເສຍເວລາ ແລະ ຄວາມຮູ້ສຶກ.