ສ່ອງກົດລະບຽບການແຂ່ງຂັນເຮືອຊ່ວງປະເພນີ ໃນກີລາແຫ່ງຊາດ

737

ເຮືອຊ່ວງປະເພນີ ເປັນອີກໜຶ່ງກີລາທີ່ບັນຈຸເຂົ້າໃນມະຫະກໍາແຫ່ງຊາດ ດັ່ງນັ້ນມື້ນີ້ທາງທີມຂ່າວເສດຖະກິດ-ການຄ້າ ຈະພາໄປເບິ່ງກົດລະບຽບການແຂ່ງຂັນເຮືອຊ່ວງປະເພນີ ໂດຍອີງຕາມຂໍ້ກົດນົດວ່າດ້ວຍການຈັດຕັ້ງງານແຂ່ງຂັນກີລາແຫ່ງຊາດ ຄັ້ງທີ 10 ລະບັບເລກທີ 748/ສສກ ລົງວັນທີ 23 ພຶດສະພາ 2013 ມີດັ່ງນີ້:
#ມາດຕາ 1 : ຂໍ້ບັງຄັບ ແລະ ລະບຽບການແຂ່ງຂັນ :

+ສະຖານທີ່ການແຂ່ງຂັນ.
ສະຖານທີ່ແຂ່ງຂັນ ເຮືອຊ່ວງປະເພນີງານກີລາແຫ່ງຊາດ ຄັ້ງທີ X ມີຄວາມຍາວບໍ່ຕໍ່າກວ່າ 1.200 ແມັດ, ຄວາມກວ້າງບໍ່ຕໍ່າກວ່າ 100 ແມັດ ແລະ ການແຂ່ງຂັນມີສອງແລວ ( ຝັ່ງ-ວັງ ) ມີຄວາມກວ້າງແລວລະ 13,50 ແມັດ ມີຫໍວາງຂັ້ນກາງເປັນແລວທາງຕະຫຼອດແຕ່ຈຸດປ່ອຍເຮືອຫາ ເສັ້ນໄຊໄລຍະທາງຕາມລະບຽບວາງອອກ, ໂດຍແບ່ງເປັນສອງ
+ໄລຍະທາງການແຂ່ງຂັນ ( 500 ແມັດ, 1.000 ແມັດ ) ທັງເພດຊາຍ ແລະ ເພດຍີງ ແລວນໍ້າຝັ່ງເອີ້ນວ່າ : ແລວນໍ້າ 1, ແລະ ແລວວັງ ເອີ້ນວ່າ: ແລວນໍ້າ 2.
+ປະເພດ ແລະ ລາຍການແຂ່ງຂັນ ການແຂ່ງຂັນກີລາເຮືອຊ່ວງປະເພນີໃນມະຫາກໍາກີລາແຫ່ງ ຊາດຄັ້ງທີ X ປະກອບມີລາຍລະອຽດດັ່ງລຸ່ມນີ້:

– ໄລຍະທາງ 500 ແມັດ ( 12 ສີພາຍ ຊາຍ-ຍິງ ) ປະເພດເຮືອ ໄຟເບີ້
– ໄລຍະທາງ 500 ແມັດ ( 22 ສີພາຍ ຊາຍ-ຍິງ ) ປະເພດເຮືອ ໄຟເບີ້
– ໄລຍະທາງ 1.000 ແມັດ (12 ສີພາຍ ຊາຍ-ຍິງ ) ປະເພດເຮືອ ໄຟເບີ້
– ໄລຍະທາງ 1.000 ແມັດ ( 22 ສີພາຍ ຊາຍ-ຍິງ ) ປະເພດເຮືອ ໄຟເບີ້


#ມາດຕາ 2 : ເງື່ອນໄຂ ແລະ ມາດຖານນັກກີລາທີ່ເຂົ້າຮ່ວມແຂ່ງຂັນ
-ສັນຊາດລາວ ຫຼື ຊາວຕ່າງປະເທດ ທີ່ຕັ້ງພູມລໍາເນົາຢູ່ ສປປລາວ ຢ່າງຖາວອນ
-ເປັນນັກກີລາທີ່ບໍ່ຖືກລົງໂທດ ຫຼື ໃຫ້ພັກການ ແຂ່ງຂັນຈາກສະຫະພັນຕ່າງໆຫຼືຈາກຄະນະກໍາມະການຈັດມະຫະກໍາກີລາແຫ່ງ ຊາດຄັ້ງທີ່ຜ່ານມາ, ແຕ່ຖ້າຜູ້ກ່ຽວໝົດກໍານົດໂທດແລ້ວກໍມີເງື່ອນໄຂເຂົ້າຮ່ວມແຂ່ງຂັນໄດ້.
-ນັກກີລາຜູ້ໜຶ່ງສາມາດຫຼີ້ນໄດ້ 2 ລາຍການທັງ ຊາຍ ແລະ ຍິງສະເພາະປະເພດກີລາເຮືອຊ່ວງເທົ່ານັ້ນບໍ່ສາມາດໄປຫຼີ້ນກີລາປະເພດອື່ນໄດ້.
ຂ່າວ-ຮູບ: ຄໍາສອນ – ສຸກສະຫວັນ