ຫວຽດນາມ – ກຳປູເຈຍ ກຽມສ້າງທາງດ່ວນເຊື່ອມຕໍ່ສອງປະເທດ

467

VOV WORLD ຂອງຫວຽດນາມ ລາຍງານວ່າ: ຫວຽດນາມ ແລະ ກຳປູເຈຍ ຈະລົງນາມຂໍ້ຕົກລົງການຮ່ວມມື ສ້າງເສັ້ນທາງດ່ວນເຊື່ອມຕໍ່ລະຫວ່າງສອງປະເທດ ຈາກນະຄອນໂຮ່ຈິມິນ ຫາ ດ່ານສາກົນ ມົກບ່າຍ ແຂວງໄຕນິງ ເພື່ອເຊື່ອມຕໍ່ເສັ້ນທາງດ່ວນສາຍໃໝ່ ຂອງກຳປູເຈຍ.

ທ່ານ ສັນ ຈັນໂທລ ( Sun Chanthol ) ລັດຖະມົນຕີ ກະຊວງຄົມມະນາຄົມ ແລະ ໂຍທາທິການກຳປູເຈຍ ກ່າວວ່າ: ປັດຈຸບັນລັດຖະບານກຳປູເຈຍ ສຶກສາຄວາມເປັນໄປໄດ້ ກ່ຽວກັບການກໍ່ສ້າງເສັ້ນທາງດ່ວນຈາກນະຄອນຫຼວງພະນົມເປັນ ຫາ ເທສະບານ Bavet ແຂວງ Svay Rieng ທີ່ມີຊາຍແດນຕິດກັບຫວຽດນາມ.

ສຳລັບການສຶກສາຄວາມເປັນໄປໄດ້ຄັ້ງນີ້ ຈະສຳເລັດໃນເດືອນທັນວາ 2021, ຫຼັງຈາກນັ້ນຈະຍື່ນສະເໜີຕໍ່ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ເພື່ອພິຈາລະນາ ແລະ ກວດກາ ກ່ອນອະນຸມັດໂຄງການ.