ການສຶກສາເປັນສິ່ງສຳຄັນບໍ່ມີຄົນໃດປະຕິເສດໄດ້ ແລະສະຖາບັນການສຶກສານັ້ນຍິ່ງມີຄວາມສຳຄັນເພາະປຽບດັ່ງເບົ້າຫຼໍ່ ຖ້າເບົ້າໃດດີຜົນງານທີ່ອອກມາກໍ່ຈະດີມີຄຸນນະພາບ ທຸກວັນນີ້ ໂຮງຮຽນເອກະຊົນເກີດຂຶ້ນຫຼາຍ ເຊິ່ງເຈົ້າຂອງໂຮງຮຽນແຕ່ລະເຈົ້າແມ່ນມີວິໃສທັດທີ່ແຕກຕ່າງກັນ ແຕ່ມີເປົ້າໝາຍອັນດຽວກັນຄືສ້າງຄົນໃຫ້ໄດ້ຄຸນນະພາບເປັນທີ່ເພິ່ງພໍໃຈຂອງຜູ້ປົກຄອງ ແລະສັງຄົມ ໃນນັ້ນ ໂຮງຮຽນເທບປັນຍາ1 ຖືວ່າຜົນງານອອກມາບໍ່ທໍາມະດາຈິ່ງຖືກຮັບຮອງເປັນໂຮງຮຽນຕົ້ນແບບຂອງເມືອງນ້ໍາບາກ.
ເມື່ອວັນທີ 27 ສິງຫາ 2021 ຜ່ານມານີ້, ທີ່ໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມເທບປັນຍາ 1 ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດຮັບຮອງເອົາໂຮງຮຽນດັ່ງກ່າວເປັນໂຮງຮຽນຕົວແບບຂັ້ນເມືອງ ແຫ່ງທຳອິດຂອງເມືອງນໍ້າບາກ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງນ້ຳບາກ, ທ່ານ ບຸນຄົງ ລັດຕະນະຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນໍ້າບາກ ພ້ອມດ້ວຍຄະນະ ແລະ ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ, ອົງການປົກຄອງບ້ານ, ຄູ-ອາຈານ, ນ້ອງນັກຮຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນໄລຍະຜ່ານມາ ຫ້ອງການສຶກສາທິການ ແລະ ກິລາ ເມືອງນ້ຳບາກ ໄດ້ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດແຜນການພັດທະນາການສ້າງໂຮງຮຽນຕົວແບບ, ຄຸນນະພາບ ຕາມໂຮງຮຽນເປົ້າໝາຍຕ່າງໆທີ່ວ່າງໄວ້ຢ່າງເປັນປົກກະຕິ ແລະ ມາຮອດປະຈຸບັນສາມາດປະກາດຮັບຮອງເອົາໂຮງຮຽນຕົວແບບ ດ້ານສະພາບແວດລ້ອມ ຂັ້ນເມືອງ ໄດ້ 1 ແຫ່ງ ຄື: ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາ ເທບປັນຍາ 1, ຜ່ານການຕິດຕາມຊຸກຍູ້ ແລະ ປະເມີນຜົນ ເລີ່ມແຕ່ສົກຮຽນ 2016-2017 ມາຮອດປະຈຸບັນ ເຫັນວ່າໂຮງຮຽນເທບປັນຍາ 1 ມີຜົນຄືບໜ້າເປັນລຳດັບ ໂດຍສະເພາະໃນສົກຮຽນ 2020-2021 ບັນລຸໄດ້ 6 ດ້ານ ສະເລ່ຍເປັນເຊັນໄດ້ 100% ຂອງການກຳນົດໂຮງຮຽນຕົວແບບ ຕາມມາດຕະຖານເງື່ອນໄຂເປັນໂຮງຮຽນຕົວແບບດ້ານສະພາບແວດລ້ອມ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.
ໂອກາດນີ້, ທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງນ້ຳບາກ ໄດ້ມີຄຳເຫັນວ່າ ເມື່ອໄດ້ປະກາດເປັນໂຮງຮຽນຕົວແບບດ້ານສະພາບແວດລ້ອມແລ້ວ ຈະຕ້ອງສືບຕໍ່ໃຫ້ໄດ້ຄຸນນະພາບດ້ານພາຍໃນ ຮັບປະກັນເຮັດໃຫ້ເດັກໃນໄວຮຽນທຸກຄົນ ຕ້ອງຮຽນຈົບຊັ້ນມັດທະຍົມຕອນຕົ້ນ ຕາມແຜນການສຶກສາພາກບັງຄັບ ທີ່ກຳນົດໄວ້ໃນກົດໝາຍການສຶກສາ ພ້ອມດຽວກັນນີ້ ທ່ານ ຍັງໄດ້ໃຫ້ກຽດມອບໃບຢັ້ງຢືນໂຮງຮຽນຕົວແບບດ້ານສະພາບແວດລ້ອມ ໃຫ້ແກ່ທ່ານຜູ້ອຳນວນການໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາ ເທບປັນຍາ 1, ຈາກນັ້ນໄດ້ຮ່ວມກັນ ລັນຄ້ອງ 9 ບາດພ້ອມທັງເປີດປ້າຍປະກາດຮັບຮອງເອົາໂຮງຮຽນຕົວແບບຂອງເມືອງຢ່າງເປັນທາງການ.
ໂດຍ: ບຸນຄົງ ສກມ ນໍ້າບາກ
ກວດແກ້: ແຈັກກີ້ ສກຂ ຫຼວງພະບາງ