ແຮງງານນອກລະບົບ ເປັນແຮງຍູ້ ສຳຄັນຕໍ່ເສດຖະກິດສິງກະໂປ

343

ສຳນັກຂ່າວຕ່າງປະເທດລາຍງານວ່າ ແຮງງານນອກລະບົບເປັນແຮງຍູ້ສຳຄັນຕໍ່ເສດຖະກິດສິງກະໂປ ໂດຍໃນປີ 2020 ມີແຮງງານປະມານ 228.200 ຄົນ ເຊິ່ງເປັນແຮງງານອິດສະຫຼະ ເພີ່ມຂຶ້ນ 8% ເມື່ອທຽບກັບກ່ອນໜ້ານີ້ ໂດຍໃນໄລຍະການລະບາດຂອງພະຍາດໂຄວິດ – 19 ແຮງງານຂັບລົດສົ່ງອາຫານ ແລະ ແຮງງານນອກລະບົບອື່ນໆ ( gig economy ) ມີຄວາມສຳຄັນເປັນຢ່າງຍິ່ງໃນຖານະເປັນຈຸດເຊື່ອມຕໍ່ລະຫວ່າງຜູ້ຊື້ ແລະ ຜູ້ຂາຍ. ດ້ວຍເຫດນີ້ ລັດຖະບານສິງກະໂປ ຈຶ່ງກຽມອອກມາດຕະການຕ່າງໆສະໜັບສະໜູນໃຫ້ແຮງງານກຸ່ມດັ່ງກ່າວນີ້ ໃຫ້ໄດ້ຮັບຄ່າແຮງງານທີ່ເໝາະສົມ ແລະ ສະຫວັດດີການຕ່າງໆທຽບເທົ່າກັບພະນັກງານບໍລິສັດທົ່ວໄປ.

ເມື່ອວັນທີ 29 ສິງຫາຜ່ານມາ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີສິງກະໂປ ໄດ້ກ່າວສະແດງຄວາມກັງວົນ ກ່ຽວກັບແຮງງານນອກລະບົບທີ່ຂັບລົດສົ່ງສິນຄ້າ, ອາຫານ ເຊິ່ງລັດຖະບານສິງກະໂປ ມີແຜນຈະຊ່ວຍເຫຼືອແຮງງານກຸ່ມນີ້ ທັງຄ່າແຮງງານ ແລະ ສະຫວັດດີການທີ່ຄວນຈະໄດ້ຮັບ.

ນາຍົກສິງກະໂປ ຍັງກ່າວອີກວ່າ: ເຖິງແມ່ນວ່າ ສິງກະໂປ ຈະສັກວັກແຊັງໃຫ້ປະຊາຊົນຄົບໂດສແລ້ວ ກວມເອົາ 80% ຂອງປະຊາກອນຂອງປະເທດທີ່ມີປະມານ 5,7 ລ້ານຄົນ ແລະ ເປັນປະເທດທີ່ມີອັດຕາການສັກວັກແຊັງປ້ອງກັນໂຄວິດ – 19 ສູງທີ່ສຸດໃນໂລກ ແຕ່ການທີ່ສິງກະໂປ ເປັນປະເທດເສດຖະກິດທີ່ຈະຕ້ອງເພິ່ງພາແຮງງານນອກລະບົບຫຼາຍສົມຄວນ ບວກກັບໃນສະພາບເສດຖະກິດແບບທີ່ເປັນຢູ່ໃນຂະນະນີ້ ຈະເຮັດໃຫ້ແຮງງານເຫຼົ່ານັ້ນນັບມື້ຍິ່ງເພີ່ມຂຶ້ນ. ດັ່ງນັ້ນ, ກະຊວງແຮງງານຂອງສິງກະໂປຈຶ່ງໄດ້ເລີ່ມສຶກສາຫາແນວທາງຕ່າງໆ ເພື່ອສ້າງສະພາບແວດລ້ອມການເຮັດວຽກທີ່ດີຂຶ້ນ ລວມທັງການໃຫ້ຄຳປຶກສາກັບແຮງງານເຫຼົ່ານີ້.

ອີງຕາມຂໍ້ມູນຈາກບໍລິສັດທີ່ປຶກສາ ໂມເມັນຕັມ ເວີກ ຂອງສິງກະໂປ ໃຫ້ຮູວ່າ: 3 ແພລັດຟອມ ທີ່ຄອງສ່ວນແບ່ງໃນຕະຫຼາດສົ່ງອາຫານຫຼາຍທີ່ສຸດໃນສິງກະໂປ ໄດ້ແກ່: ໂຮມໂກຣ, ແກຣັບ ແລະ ຟູດແພນດາ, ນອກຈາກນີ້ຍັງຄາດການວ່າ ຈະມີປະຊາຊົນຫຼາຍພັນຄົນທີ່ເຮັດວຽກໃນຖານະເປັນຫຸ້ນສ່ວນ, ຂະນະທີ່ຜູ້ປະກອບການຫຼາຍລາຍ ກຳລັງເລັ່ງຂະຫຍາຍທຸລະກິດສົ່ງສິນຄ້າ ໂດຍພະນັກງານສົ່ງສິນຄ້າຈະມາຮັບສິນຄ້າຢູ່ຮ້ານຊູເປີມາເກັດ ຫຼື ຮ້ານສະດວກຊື້ ເພື່ອນຳສົ່ງໃຫ້ເຖິງມືລູກຄ້າ.