ລັດຖະບານລົງນາມຮ່ວມກັບອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ

821

ໃນວັນທີ 01 ກັນຍາ 2021, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມສັນຍາການຮ່ວມມື(Cooperation Agreement ) ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM), ໂດຍຕາງໜ້າຝ່າຍລາວ ກໍຄື ຕາງໜ້າໃຫ້ລັດຖະບານລາວ ຮ່ວມລົງນາມ ຄັ້ງນີ້ແມ່ນ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍອົງການ IOM ແມ່ນ ທ່ານ ນາງ ຊາຣີນ ທູລາດາຣ໌ (Shareen TULADHAR) ຫົວໜ້າຫ້ອງການອົງການ IOM ປະຈໍາ ສປປ ລາວ ແລະ ມີບັນດາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ການລົງນາມໃນຄັ້ງນີ້, ແມ່ນເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOMເຊິ່ງນິຕິກໍາດັ່ງກ່າວເປັນບ່ອນອີງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ແລະ ການຈັດຕັ້ງປະຕິບັດບັນດາໂຄງການທີ່ອົງການ IOM ໄດ້ໃຫ້ການຊ່ວຍເຫລືອລາວ ໃນວຽກງານການເຄື່ອນຍ້າຍຖິ່ນຖານ.


ໃນພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫລືອ ຂອງອົງການ IOM ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ອົງການ IOM ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ໃນຕໍ່ໜ້າ ໂດຍສະເພາະ ໃນວຽກງານການເຄື່ອນຍ້າຍຖິ່ນຖານ ເຊິ່ງກວມເອົາບັນດາວຽກງານຕ່າງໆໃນການສ້າງຂີດຄວາມສາມາດດ້ານວິຊາການສຳລັບບັນຫາການເຄື່ອນຍ້າຍຖິ່ນຖານ, ການເຄື່ອນຍ້າຍແຮງງານ, ການຕ້ານການຄ້າມະນຸດ ແລະ ວຽກອື່ນໆທີ່ກ່ຽວຂ້ອງ.


ໃນໂອກາດດຽວກັນນີ້, ທ່ານນາງ ຊາຣີນ ທູລາດາຮ໌, ຫົວໜ້າຫ້ອງການອົງການ IOM ໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າ ໃຫ້ອົງການ IOM ຮ່ວມລົງນາມສັນຍາການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IOM ໃນຄັ້ງນີ້ ແລະ ຢືນຢັນວ່າ ອົງການ IOM ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ຊຶ່ງຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄື ການປະກອບສ່ວນເຂົ້າໃນ ວຽກງານການເຄື່ອນຍ້າຍຖິ່ນຖານ ຢູ່ ໃນ ສປປ ລາວ.


ຂ່າວຈາກ: ກົມການຂ່າວ, ກະຊວງການຕ່າງປະເທດ