ທ່ານຮອງລັດຖະມົນຕີກະຊວງແຮງງານ ລົງຊຸກຍູ້ຜູ້ຮຽນວິຊາຊີບຕັດຫຍິບ

531

ເຫັນໄດ້ວ່າແຮງງານທີ່ກັບມາຈາກປະເທດໃກ້ຄຽງຈຳນວນຫຼາຍ ແມ່ນມີຄວາມເອົາໃຈໃສ່ໃນການຊອກວຽກເຮັດງານທຳ ເພື່ອຄວາມຢູ່ລອດໃນສະຖານະການວິກິດແບບນີ້ ໂດຍໄດ້ລົງທະບຽນຮຽນວິຊາຊີບຕັດຫຍິບ ເພື່ອຊອກຫາວຽກເຮັດງານທຳພາຍໃນປະເທດຕາມການແນະນຳຂອງລັດຖະບານ.

ໃນອາທິດແລ້ວນີ້ ທ່ານພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ພ້ອມດ້ວຍຄະນະ, ໄດ້ລົງຢ້ຽມຢາມແລະໂອ້ລົມເພື່ອເປັນຂວັນກໍາລັງໃຈຕໍ່ຜູ້ເຂົ້າຮັບການຝຶກ ວິຊາຊີບໃນຂະແໜງຕັດຫຍິບຢູ່ສະຖາບັນວິຊາຊີບລາວ-ເກົາຫຼີ.

ທ່ານພົງໄຊສັກ ອິນຖາລາດ ກ່າວຕໍ່ຜູ້ຝຶກວິຊາຊີບເຫຼົ່ານັ້ນວ່າ: ຈົ່ງພ້ອມກັນເອົາໃຈໃສ່ໃນການປະກອບອາຊີບດ້ວຍຄວາມຮັບຜິດຊອບ, ມີຈັນຍາບັນ, ໃຫ້ມີຄວາມຕັ້ງໃຈໃນການພັດທະນາສີມືຂອງຕົນ ເພື່ອຕອບສະໜອງກັບຄວາມຕ້ອງການຂອງຫົວໜ່ວຍແຮງງານ ໂດຍສະເພາະການປັບທັດສະນະຄະຕິໃໝ່ໃນການເຮັດວຽກແບບອຸດສາຫະກໍາ, ມີຄວາມອົດທົນ, ປະຕິບັດໂມງເວລາ, ເຝິກຝົນຫຼໍ່ຫຼອມຄຸນສົມບັດໃນການເຮັດວຽກ, ການຢູ່ຮ່ວມກັນເປັນໝູ່ຄະນະ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວລາພົບບັນຫາ.

ທ່ານຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮັບການເຝິກທຸກຄົນ ສຶກສາລະບຽບ, ກົດໝາຍ ວ່າດ້ວຍແຮງງານ ເພື່ອໃຫ້ເຂົ້າເຈົ້າຮັບຮູ້ສິດ ແລະ ໜ້າທີ່ຂອງຕົນ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ກະຊວງ ຮສສ ໄດ້ມີສະແດງຄວາມຂອບໃຈ ມາຍັງບໍລິສັດ ຕຣີມາກ ຈໍາກັດ ທີ່ໄດ້ໃຫ້ການຮ່ວມມືຮັບເອົາແຮງງານທີ່ຜ່ານການເຝິກ ແລະ ມີຄໍາເຫັນຊີ້ນໍາໃຫ້ບໍລິສັດ ປະຕິບັດນະໂຍບາຍການຈ້າງງານໃຫ້ແກ່ຜູ້ສໍາເລັດການຝຶກຢ່າງຍຸຕິທໍາ ແລະ ຍັງໄດ້ກ່າວຊົມເຊີຍ ແລະ ຂອບໃຈມາຍັງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໃນການໃຫ້ການສະໜັບສະໜູນ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຊຶ່ງເປັນໂຄງການທີ່ມີ
ຄວາມສໍາຄັນ ໃນການປະກອບສ່ວນແກ້ໄຂບັນຫາການວ່າງງານ ຍ້ອນຜົນກະທົບຂອງພະຍາດໂຄວິດ 19.

ຫຼັງຈາກນັ້ນ ທ່ານ ນາງ ຊາລິນ ຕຸລາດາ (Ms. Shareen Tuladhar, Chief of Mission of
IOM Lao PDR) ຜູ້ຕາງໜ້າອົງການ IOM ປະຈໍາ ສປປ ລາວ ໄດ້ມອບແຜ່ນພັບໂຄສະນາກ່ຽວກັບການໂຄສະນາການເຄື່ອນຍ້າຍແຮງງານແບບປອດໄພ ແລະ ເຄື່ອງໃຊ້ສອຍທີ່ຈຳເປັນຈຳນວນໜຶ່ງ ແລະ ໄດ້ກ່າວຂອບໃຈມາຍັງສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ທີ່ໄດ້ສະໜອງການເຝິກ ໃຫ້ແກ່ກຸ່ມເປົ້າໝາຍ ແລະ ກ່າວຂອບໃຈມາຍັງກະຊວງ ຮສສ ທີ່ຍາມໃດກໍ່ໄດ້ໃຫ້ຄວາມສໍາຄັນ ໃນການເຮັດວຽກຮ່ວມກັບອົງການ IOM ແລະ ຫວັງຢ່າງຍິ່ງວ່າການຮ່ວມມືລະຫວ່າງສອງພາກສ່ວນຈະສືບຕໍ່ການຈັດຕັ້ງປະຕິບັດໃນຫຼາຍໆໂຄງການໃນຕໍ່ໜ້າ.

ໂຄງການເຝິກສີມືແຮງງານ ໃຫ້ແກ່ແຮງງານເຄື່ອນຍ້າຍແຮງງານທີ່ກັບຄືນປະເທດ ທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ເປັນກິດຈະກຳໜຶ່ງ ທີ່ຢູ່ ພາຍໃຕ້ ໂຄງການ ຫຼຸດຜ່ອນຄວາມທຸກຍາກໂດຍຜ່ານການເຄື່ອນຍ້າຍແຮງງານທີ່ປອດໄພ, ການພັດທະນາສີມືແຮງງານ ແລະ ການເພີ່ມທະວີການບັນຈຸວຽກເຮັດງານທຳ ໂດຍການຮ່ວມມືກັນລະຫວ່າງ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) (PROMISE). ຈຸດປະສົງ ຂອງໂຄງການ ແມ່ນ ເພື່ອເຝິກສີມືແຮງງານ ໃຫ້ແກ່ແຮງງານເຄື່ອນຍ້າຍແຮງງານທີ່ກັບຄືນປະເທດ ທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ເພື່ອໃຫ້ສາມາດເຂົ້າເຖິງການມີວຽກເຮັດງານທໍາ

ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະສານສົມທົບກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫຼວງ ແລະ ສະຖາບັນ/ສູນພັດທະນາສີມືແຮງງານ ເກັບກໍາຂໍ້ມູນຜູ້ຕ້ອງການຝຶກ ແລະ ຈັດຕັັ້ງປະຕິບັດໂຄງການຝຶກສີມື ໃຫ້ແຮງງານເຄື່ອນຍ້າຍ ກ່ອນການບັນຈຸເຂົ້າສູ່ຕໍາແໜ່ງງານວ່າງ ໃນສາຂາອາຊີບຕັດຫຍິບຈັກອຸດສາຫະກຳ ໃຫ້ບໍລິສັດ ຕຣີມາກ ຈໍາກັດ ແລະ ບໍລິສັດ ທຣີໂອລາວ ຈໍາກັດ ຈໍານວນ 140 ຄົນ ໂດຍສະເພາະ ແມ່ນຜູ້ທີ່ໄດ້ຮັບຜົນກະທົບມາຈາກນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ, ແຂວງ ຈຳປາສັກ ແລະ ແຂວງ ຫຼວງພະບາງ.

 

ສໍາລັບການຈັດຕັ້ງປະຕິບັດ ການຝຶກສີມືແຕ່ວັນທີ 09 ຫາ 26 ກັນຍາ 2021 ທີ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ເຊິ່ງມີບັນດານັກຝຶກ ເຂົ້າຮ່ວມການເຝິກ ຈໍານວນ 36 ຄົນ ຍິງ 36 ຄົນ, ທີ່ ສູນພັດທະນາສີມືແຮງງານ ນະຄອນຫຼວງ ຈໍານວນ 30 ຄົນ, ຍິງ 28 ຄົນ; ສູນພັດທະນາສີມືແຮງງານ ແຂວງ ສະຫວັນນະເຂດ ຈໍານວນ 30 ຄົນ, ຍິງ 29 ຄົນ; ສູນພັດທະນາສີມືແຮງງານ ແຂວງ ຈໍາປາສັກ ຈໍານວນ 44 ຄົນ, ຍິງ 44 ຄົນ ແລະ ຜູ້ທີ່ສຳເລັດການຝຶກໄດ້ຈັດສົ່ງເຂົ້າບໍລິສັດ ຕຣີມາກຈຳນວນ 80 ຄົນ,ຍິງ 44ຄົນ; ບໍລິສັດ ທຣີໂອລາວ ຈໍາກັດ ຈໍານວນ 30 ຄົນ, ຍິງ 28 ຄົນ; ຍັງກຳລັງຝຶກຈຳນວນ 30 ຄົນ, ຍິງ 28 ຄົນ.

(ຂ່າວສານ ຮສສ)