ພົບການຕິດເຊື້ອໃໝ່ໃນຊຸມຊົນ 54 ຄົນ ໃນນີ້ນະຄອນຫຼວງວຽງຈັນ 2 ຄົນ ຢູ່ເມືອງສີໂຄດຕະບອງ

303

ວັນທີ 1 ກັນຍາ 2021 ສປປລາວ ກວດພົບກໍລະນີຕິດເຊື້ອໂຄວິດ-19ໃນຊຸມຊົນ 54 ຄົນໃນນີ້ ນະຄອນຫຼວງວຽງຈັນ 2 ຄົນ ເຮັດໃຫ້ ຕົວເລກຜູ້ຕິດເຊື້ອສະສົມມີທັງໝົດ 15.289 ຄົນ ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5.418 ຄົນ.


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ1ກັນຍາ 2021 ວ່າ: ວັນທີ 31 ສິງຫາ ໄດ້ກວດວິເຄາະຫາຜູ້ຕິດເຊື້ອທັງໝົດ 3.828 ຄົນ, ກວດພົບຜູ້ຕິດເຊື້ອໃໝ່ 274 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 54 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 220 ຄົນ ຈາກ ແຂວງວຽງຈັນ 1 ຄົນ, ຄຳມ່ວນ 4 ຄົນ, ສາລະວັນ 3 ຄົນ ,ຈຳປາສັກ 45 ຄົນ ແລະ ສະຫວັນນະເຂດ 167 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ. ມາຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15.289 ຄົນ ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5.418 ຄົນ.ສ່ວນຜູ້ເຊື້ອໃນຊຸມຊົນ 54 ຄົນ ໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ມີດັ່ງນີ້:


ນະຄອນຫຼວງ 2 ຄົນ, ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຜ່ານມາ: ຈາກ ບ້ານອ່າງໃຫ່ຍ ເມືອງ ສີໂຄດຕະບອງ 1 ຄົນ ເພດຍີງ ອາຍຸ 36 ປີ ອາຊີບແມ່ເຮືອນ; ບ້ານໂພນສົມບູນ ເມືອງ ສີໂຄດຕະບອງ 1 ຄົນ, ເພດຍີງ ອາຍຸ 33 ປີ ອາຊີບ, ພະນັກງານບໍລິສັດວຽງທອງການຢາ ໄດ້ໄປວຽກລ່າສຸດວັນສຸກ ວັນທີ 27 ສິງຫາ 2021. ຜູ້ກ່ຽວ ເປັນຜູ້ສຳຜັດໃກ້ຊິດ ແລະ ຢູ່ໃນໄລຍະກັກໂຕ ທີ່ເຊື່ອມໂຍງກັບ ບໍລິສັດຂົນສົ່ງທາງບົກ-ທາງນໍ້າ ທ່າເຮືອຫຼັກ 4.

ແຂວງ ສະຫວັນນະເຂດ 12 ຄົນ; ມາຈາກ ບ້ານລັດຕະນະລັງສີໃຕ້ ມີ 4 ຄົນ ທີ່ໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເປັນພະນັກງານການຢາໂຮງໝໍແຂວງ;ບ້ານຫົວເມືອງເໜຶອ ມີ 3 ຄົນ; ອີກ 5 ຄົນ ທີມງານກຳລັງສອບສວນເອົາຂໍ້ມູນເຊີ່ງຈະແຈ້ງໃຫ້ບັນດາທ່ານຊາບພາຍຫຼັງ

ບໍ່ແກ້ວ 18 ຄົນທັງໝົດ 18 ຄົນມາຈາກ ເຂດເສດຖະກິດພິເສດສາມຫລ່ຽມຄຳ; ຈໍາປາສັກ 14 ຄົນ ມີພະນັກງານແພດ ຢູ່ໂຮງໝໍຊຸມຊົນ ເມືອງປະທຸພອນ 12 ຄົນ, ເຈົ້າໜ້າທີ່ ຕຳຫລວດ 1 ຄົນ ແລະ ຜູ້ສຳຜັດໃກ້ຊິດ 1 ຄົນ; ແຂວງຄຳມ່ວນ 4 ຄົນ ທັງໝົດເປັນໃນຄອບຄົວ ແລະ ສໍາພັດໃກ້ຊິດຂອງກໍລະນີຕິດເຊື້ອຜ່ານມາຄື: ເມືອງ ຫີນບູນ 3 ຄົນ ຈາກບ້ານມ່ວງໄຂ່, ເມືອງ ທ່າແຂກ 1 ຄົນ ຈາກບ້ານ ເລົາໂພໄຊ

ແຂວງຫຼວງພະບາງ 1 ຄົນ ບ້ານປ່າໄຜ່ ເມືອງນານ ຊື່ງ ສຳຜັດ ກັບຜູ້ຕິດເຊື້ອ ຈາກເມືອງນານ;  ໄຊຍະບູລີ 1 ຄົນ  ເປັນພະນັກງານຂັບລົດ ຢູ່ບໍລິສັດພອນສະຫວັນ ບ້ານສີເມືອງ, ເມືອງໄຊຍະບູລີ ສຳຜັດກັບຜູ້ຕິດເຊື້ອຜ່ານມາ; ແຂວງວຽງຈັນ 1 ຄົນ  ບ້ານໂພນແພງ ເມືອງທຸລະຄົມ ທີ່ເຊື່ອມໂຍງກັບກໍລະນີຈາກບ້ານ ດອນດູ່ ເມືອງຫາດຊາຍຟອງ ແລະ ແຂວງຫຼວງນ້ຳທາ 1 ຄົນ.