ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເອົາໃຈໃສ່ ກວດກາຄຸ້ມຄອງ ການເຂົ້າ-ອອກຕາມຊາຍແດນ ແລະ ແຂວງຕໍ່ແຂວງ

520

ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ຊີ້ນຳວຽກງານຢູ່ ປກສ ແຂວງສະຫວັນນະເຂດ ໃນວັນທີ 31 ສິງຫາ 2021ນີ້ ໂດຍການຕ້ອນຮັບຂອງ ທ່ານ ພັອ ສົມໜາຍ ພົມມະຈັນ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ ຫ້ອງອ້ອມຂ້າງເຂົ້າຮ່ວມ.


ທ່ານ ພັອ ສົມໜາຍ ພົມມະຈັນ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ໄດ້ລາຍງານສະພາບລວມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ເປັນຕົ້ນ: ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃນສັງຄົມ ເຊັ່ນ:ບັນຫາຢາເສບຕິດ, ລັກຊັບພົນລະເມືອງ, ອຸບັດຕິເຫດອື່ນໆ ແລະ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ໃນຊຸມຊົນຍັງເພີ່ມຂຶ້ນ ຢູ່ ແຂວງສະຫວັນນະເຂດ ເຊິ່ງຄະນະພັກ-ຄະນະບັນຊາ ປ້ອງກັນຄວາມສະຫງົບ ແຂວງ ກໍໄດ້ເອົາໃຈໃສ່ປະຕິບັດຕາມມາດຕະການ ແລະ ຄຳສັ່ງຕ່າງໆ ກ່ຽວກັບການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວຢ່າງເຂັ້ມງວດ.


ໂອກາດນີ້ ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດຈົ່ງເປັນເຈົ້າການເອົາໃຈໃສ່ນຳພາ ໂດຍສະເພາະການປະຕິບັດມາດຕະການ ແລະ ຄຳສັ່ງຂອງຂັ້ນເທີງ ກໍ່ຄືແຂວງ ວາງອອກ ໃນການສະກັດກັ້ນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ເອົາໃຈໃສ່ໂຄສະນາ, ຈັດຕັ້ງກໍາລັງກວດກາຄຸ້ມຄອງ ການເຂົ້າ-ອອກ ຕາມຊາຍແດນ, ແຂວງຕໍ່ແຂວງ ເມືອງຕໍ່ເມືອງ ລົງໄປຮອດບ້ານ, ໃຫ້ມີຄວາມອົດທົນ ເພີ່ມທະວີຄວາມສາມັກຄີ, ໂດຍສະເພາະຄະນະພັກ-ຄະນະບັນຊາ ພົບບັນຫາຫຍຸ້ງຍາກສັບສົນກໍ່ບໍ່ໃຫ້ທໍ້ຖອຍລົດລະ, ໃຫ້ປຸກລະດົມຈິດໃຈອ້າຍນ້ອງ ໃນໄລຍະທີ່ບ້ານເມືອງຫຍຸ້ງຍາກສັບສົນຫຼາຍດ້ານ ຕ້ອງໄດ້ບຶນຕົວຮັບເອົາບັນຫາມາແກ້ໄຂ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ ກຳລັງ ປ້ອງກັນຄວາມສະຫງົບ ທຸກສະຫາຍ ໃນຊ່ວງໄລຍະຫຍຸ້ງຍາກໃຫ້ມີຄວາມອົດທົນ, ອຸ່ນອ່ຽນທຸ່ນທ່ຽງ ໃຫ້ມີຄວາມເປັນແບບຢ່າງ ຈາກ ປກສ ລົງສູ່ປະຊາຊົນ.

ຄະນະພັກຄະນະບັນຊາແຕ່ລະຫ້ອງ ໃຫ້ເອົາໃຈໃສ່ຊີ້ນຳ-ນຳພາ ກຳລັງວິຊາສະເພາະຢ່າງໄກ້ຊິດຕິດແທດ, ໃຫ້ເກັບກຳບັນຊີຂໍ້ມູນຂອງແຮງງານລາວທີ່ມາຈາກປະເທດເພື່ອນບ້ານຢ່າງລະອຽດ, ຖອດຖອນບົດຮຽນການແກ້ໄຂຄະດີຕ່າງໆ ໂດຍສະເພາະ ຄະດີຢາເສບຕິດ ແລະ ການພະນັນອອນລາຍ, ເປັນແບບຢ່າງປຸກລະດົມກຳລັງ ປກສ ແລະ ປະຊາຊົນ ໄປຮັບວັກຊີນກັນພະຍາດໂຄວິດ-19 ໃຫ້ທົ່ວສັງຄົມ.