ອຸດົມໄຊແຈ້ງປິດການບໍລິການຂົນສົ່ງໂດຍສານທາງບົກ-ນ້ຳ

416

ໂຄວິດ-19 ເຫັນວ່າຍັງມີການແຜ່ລະບາດໃນຂອບເຂດທົ່ວປະເທດ ດັ່ງນັ້ນ, ການເຄື່ອນໄຫວຕ່າງໆທີ່ມີຄວາມສ່ຽງໃນການຈະນຳພາເຊື້ອພະຍາດແຜ່ອອກເປັນວົງກວ້າງແມ່ນຈຳເປັນຕ້ອງພິຈາລະນາຕາມໄລຍະເວລາ ໃນນັ້ນລວມມີ ການຂົນສົ່ງໂດຍສານຕ່າງໆ ທີ່ມີການຍົກຍ້າຍ ຫຼື ເຄື່ອນທີ່ຜູ້ຄົນຈຳນວນຫຼວງຫຼາຍໃນແຕ່ລະວັນ ເຊິ່ງຄົນທີ່ມາໃຊ້ບໍລິການແມ່ນເຮົາບໍ່ສາມາດຮູ້ໄດ້ເລີຍວ່າ ບຸກຄົນເຫຼົ່ານັ້ນໄປໃສມາແດ່ມີຄວາມສ່ຽງ ຫຼື ຕິດເຊື້ອມາກ່ອນ ຫຼື ບໍ່.

ດັ່ງນັ້ນ, ພະແນກ ໂຍທາທິການ ແລະຂົນສົ່ງ ແຂວງອຸດົມໄຊ ຈິ່ງໄດ້ອອກແຈ້ງການ ເລກທີ 088/ຍທຂ.ອຊ ລົງວັນທີ 29 ສິງຫາ 2021 ໃຫ້ປິດການໃຫ້ບໍລິການໂດຍສານທຸກຊ່ອງທາງທີ່ມີການເຄື່ອນຍ້າຍພົນລະເມືອງ ທັງນີ້ກໍ່ເພື່ອຄວາມປອດໄພ ແລະ ຫຼຸດຜ່ອນການແຜ່ເຊື້ອທີ່ກຳລັງລະບາດໃນຕອນນີ້.

ໂດຍສະເພາະຢູ່ແຂວງອຸດົມໄຊ, ບັນດາແຂວງ ແລະ ບັນດາແຂວງໃກ້ ຄຽງ ທີ່ເປັນຄູ່ຮ່ວມບໍລິການຂົນສົ່ງໂດຍສານ ລະຫວ່າງກັນ ໃນປະຈຸບັນ ເຫັນວ່າມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນສູງ ແລະ ມີຄວາມສ່ຽງລະບາດເປັນວົງກ້ວາງ ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນ ແຈ້ງມາຍັງບັນດາທ່ານ ຫົວຫນ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ 7 ເມືອງ, ຫົວຫນ້າສະມາຄົມລົດໂດຍສານ, ສະມາຄົມເຮືອໂດຍສານ ແຂວງ ແລະ ເມືອງ, ສະຖານີລົດໂດຍສານ, ບໍລິສັດ, ຜູ້ປະກອບການຂົນສົ່ງໂດຍສານ ຕະຫຼອດຮອດຜູ້ຊົມໃຊ້ບໍລິການຂົນສົ່ງໂດຍສານ ທາງບົກ-ທາງນໍ້າ ໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດ ດັ່ງນີ້:


1 ໃຫ້ປິດການບໍລິການຂົນສົ່ງໂດຍສານທາງບົກ, ທາງນໍ້າ ໃນທຸກໆສາຍທາງ (ສາຍທາງລະຫວ່າງເມືອງຕໍ່ເມືອງ, ສາຍທາງ ຈາກແຂວງອຸດົມໄຊ ໄປຫາບັນດາແຂວງ) ເປັນການຊົ່ວຄາວ ນັບແຕ່ວັນທີ 29 ສິງຫາ 2021 ຫາ ວັນທີ 11 ກັນຍາ 2021 ຈົນກ່ວາຈະມີການປ່ຽນແປງ.


2. ມອບໃຫ້ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ, ຂະແຫນງຂົນສົ່ງ ສົມທົບກັບເຈົ້າທີ່ກ່ຽວຂ້ອງ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມ, ກວດກາ ຫາກພົບເຫັນການລະເມິດທັງຜູ້ປະກອບການພາຍໃນແຂວງ ແລະ ຕ່າງແຂວງ ໃຫ້ປະຕິບັດຕາມມາດຕະການທີ່ໄດ້ກໍານົດໄວ້ໃນລະບຽບ, ກົດຫມາຍ.


3. ສະມາຄົມລົດໂດຍສານ, ເຄື່ອໂດຍສານ ແຂວງ, ເມືອງ, ສະຖານີລົດໂດຍສານ, ຜູ້ປະກອບການຂົນສົ່ງໂດຍສານ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ