ສະຫວັນນະເຂດກຽມສ້າງໂຮງໝໍພາກສະໜາມທີ່ບໍ່ຄຳ-ທອງເຊໂປນ

308

ດັ່ງທີ່ຮູ້ກັນດີວ່າຫຼາຍພື້ນທີ່ຂອງສະຫວັນນະເຂດ ແມ່ນຍັງມີການລະບາດຂອງໂຄວິດ-19 ເຊິ່ງເປັນເລື່ອງທີ່ບໍ່ງ່າຍປານໃດ ໃນການຮັບມືກັບພະຍາດຮ້າຍດັ່ງກ່າວ ແລະການມີໂຮງໝໍພາກສະໜາມທີ່ດີຈະຊ່ວຍແກ້ໄຂສະເພາະໜ້າໄດ້ ດັ່ງນັ້ນ, ຈິ່ງເຫັນວ່າຕ້ອງຂະຫຍາຍຈຸດປິ່ນປົວເພີ່ມທີ່ບໍ່ຄຳ ເຊໂປນ ເພື່ອເປັນການລ່ວງໜ້າ ຖ້າຫານມີການແຜ່ລາມໃນເຂດຈິ່ງສາມາດຮັບໄດ້ທັນ.


ໃນວັນທີ 26 ສິງຫາ 2021 ນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ທີມງານຈຳນວນໜຶ່ງ ໄດ້ລົງເຄື່ອນໄຫວຕິດຕາມວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເມືອງວິລະບູລີ ກໍ່ຄືໃນເຂດການລົງທຶນຂອງບໍລິສັດລ້ານຊ້າງມິເນໂຣນສ໌ລິມິເຕັດ (ບໍ່ຄຳ-ທອງເຊໂປນ) ພາຍຫລັງພົບກໍລະນີຕິດເຊື້ອພະຍາດໂຄວິດໃນໂຄງການລົງທຶນດັ່ງກ່າວ.


ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ ພ້ອມຄະນະນຳຂອງບໍລິສັດລ້ານຊ້າງມິເນໂຣນ ໂອກາດດັ່ງກ່າວ, ກໍ່ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໃນເຂດຂຸດຄົ້ນຄຳ-ທອງເຊໂປນ ຂອງບໍລິສັດລ້ານຊ້າງມິເນໂຣນສ໌, ຜ່ານມາ ທາງບໍລິສັດ ໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມງວດ ແລະ ໄດ້ມີການກວດກາກັ່ນກອງພະນັກງານຢ່າງເປັນປະຈຳດ້ວຍເຄື່ອງມືທີ່ທັນສະໄໝ.


ຊຶ່ງນັບແຕ່ວັນທີ 23 ສິງຫາ ໄດ້ເລີ່ມພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ພາຍໃນເຂດໂຄງການ ໃນນີ້ເປັນພະນັກງານຂັບລົດບໍລິສັດທີ່ຮັບເໝົາ ຂັບລົດຂົນສົ່ງພະນັກງານຂອງບໍລິສັດລ້ານຊ້າງ 5 ຄົນ ແລະ ເປັນພະນັກງານຂອງບໍລິສັດລ້ານຊ້າງ 1 ຄົນ, ພາຍຫລັງພົບການຕິດເຊື້ອພະຍາດເກີດຂຶ້ນ ທາງບໍລິສັດກໍ່ໄດ້ປະສານສົມທົບກັບເມືອງວິລະບູລີ ເພື່ອຊອກທິດທາງແກ້ໄຂຢ່າງຮີບດ່ວນ ພ້ອມນີ້ກໍ່ໄດ້ມີການກວດຫາເຊຶ້ອພະຍາດໂຄວິດຂອງພະນັກງານທຸກຄົນ.


ໃນນີ້ກວດພົບກໍລະນີສົງໄສ 5 ຄົນ ໂດຍໄດ້ແຍກປ່ຽວເພື່ອກະກຽມສົ່ງໃຫ້ທາງແຂວງກວດຢັ້ງຢືນຕື່ມອີກ, ທາງດ້ານ ເມຶອງວິລະບູລີ ກໍ່ໄດ້ທຳການປິດບ້ານ ທີ່ມີຄວາມສ່ຽງໝົດແລ້ວ ພ້ອມທັງໄດ້ມີການກະກຽມສະຖານ ທີ່ຈຳນວນໜຶ່ງໄວ້ເປັນສູນກັກກັນ.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ສະພາບການດຳລົງຊີວິດ ຂອງພໍ່ແມ່ປະຊາຊົນຊາວເມືອງວິລະບູລີ ຕະຫລອດເຖິງພະນັກງານຂອງບໍ່ຄຳ-ທອງເຊໂປນ.


ພ້ອມນີ້ກໍ່ເນັ້ນໃຫ້ສຸມໃສ່ການສັກວັກແຊັງກັນພະຍາດໂຄວິດ ໃຫ້ແກ່ປະຊາຊົນໃຫ້ທົ່ວເຖິງ ຄຽງຄູ່ກັບການເຮັດໂຄສະນາ ສຸຂະສຶກສາແກ່ເຂົາເຈົ້າໃຫ້ຮູ້ວິທີການປ້ອງກັນຈາກພະຍາດ ເນື່ອງຈາກພະຍາດດັ່ງກ່າວ ໄດ້ລະບາດຢ່າງຮຸນແຮງ ສະນັ້ນ, ພວກເຮົາຕ້ອງໄດ້ມີສະຕິກຽມພ້ອມຮັບມືຕະຫລອດເວລາ ແລະຫາກ ວ່າມີການລະບາດໃນຊຸມຊົນ ກໍ່ຕ້ອງໄດ້ມີການປິດພື້ນທີ່ ທີ່ມີການລະບາດ.
ອີກບັນຫາໜຶ່ງ, ເພື່ອເປັນກະການກຽມຄວາມພ້ອມຫາກເກີດມີການລະບາດໃນເຂດຊຸມຊົນຂອງເມືອງ ກໍ່ຄືພາຍໃນບໍ່ຄຳ-ທອງເຊໂປນ ຈິ່ງຢາກຮຽກຮ້ອງໃຫ້ການນຳ ຂອງເມືອງວິລະບູລີ ສົມທົບກັບທາງໂຄງການບໍ່ຄຳ-ທອງເຊໂປນຫາລືຮ່ວມກັນຕື່ມໃນການສ້າງໂຮງໝໍພາກສະຫນາມໃນເຂດບໍ່ຄຳ-ທອງເຊໂປນ ພ້ອມທັງກວດກາເບິ່ງດ້ານອຸປະກອນການແພດທີ່ຈຳເປັນ ລວມເຖິງພະນັກງານແພດໝໍທ່ີຈະມາປະຈຳການໃນໂຮງໝໍດັ່ງກ່າວ.

ໂອກາດນີ້, ທ່ານເຈົ້າແຂວງ ຍັງໄດ້ ມອບເຄື່ອງຊ່ວຍເຫລືອໃນວຽກງານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ທາງບໍ່ຄຳ-ທອງເຊ ໂປນ ໂດຍທາງບໍ່ຄຳ ກໍ່ໄດ້ມອບຕໍ່ໃຫ້ກັບເມືອງວິລະບູລີ ໃນນັ້ນມີ: ເຄື່ອງກວດຫາເຊື້ອພະຍາດໂຄວິດ 19 ມີ 8 ກັບ 160ອັນ, ຊຸດພີພີອີ 40 ຊຸດ, ເຈວລ້າງມື 10 ກວດ ຊົບມື 1 ແກັດ ແລະ ຜ້າອັດປາກ 1 ແກັດ 50 ກ່ອງ. ຫລັງຈາກນັ້ນ, ຄະນະການນຳຂັ້ນແຂວງ ແລະເມືອງ ກໍ່ໄດ້ລົງຢ້ຽມຢາມຄລີນິກ ແລະສະຖານທີ່ແຍກປ່ຽວພາຍໃນບໍ່ຄຳ-ທອງເຊໂປນນຳອີກ.