ໂອກາດດີສຳລັບເພດຍິງ ໃຜທີ່ຕ້ອງການຢາກມີອາຊີບຕິດໂຕມີວຽກເຮັດ

408

ປະຕິເສດບໍ່ໄດ້ເລີຍວ່າ ການສຶກສາແມ່ນມີຄວາມສຳຄັນຫຼາຍໃນການສ້າງອະນາຄົດຂອງທຸກໆຄົນ ບໍ່ກ່ຽວວ່າຈົບລະດັບໃດ ປະເດັນຄືເຮັດວຽກເປັນຂະຫຍັນບໍ່ເລືອກບໍ່ຕິເຖິງບໍລ້ຳລວຍກໍມີຢູ່ມີກິນ ແລະນີ້ເປັນໂອກາດສຳລັບຄົນຈຳນວນນີ້.

ປັດຈຸບັນນີ້ ສະຖາບັນໂຮງຮຽນພັດທະນາສີມືແຮງງານລາວ-ເກົາຫຼີ ໄດ້ເປີດໂອກາດດີໆສຳລັບນ້ອງໆທີ່ບໍ່ມີໂອກາດໄດ້ຮຽນ ຫຼື ວ່າຮຽນຈົບມັດທະຍົມຕົ້ນ ມັດທະຍົມປາຍແລ້ວແຕ່ບໍ່ມີທຶນພຽງພໍທີ່ຈະຮຽນຕໍ່ ແຕ່ຕ້ອງການເຮັດວຽກໂດຍສະເພາະ ນ້ອງໆເພດຍິງແມ່ນເພິ່ນເປີດສະໝັກຮຽນເຝິກອາຊີບຊ່າງວິກຜົມໃຫ້ແບບບໍ່ເກັບຄ່າຮຽນໃດໆ.


ສຳລັບການເຝິກອາຊີບຊ່າງວິກຜົມ ແມ່ນທາງສະຖາບັນມີທືນໃຫ້ຮຽນຟຣີ ເປັນເວລາ 40 ວັນຫຼັງຈາກຈົບຫຼັກສູດແມ່ນສາມາດເຮັດວຽກໄດ້ທັນທີເລີຍ, ມີທີ່ພັກຟຣີ ມີເຄື່ອງບ່ອນນອນ ແລະ ເຂົ້າໃຫ້ກິນມີແຕ່ອາຫານ ແລະ ຂອງໃຊ້ສ່ວນຕົວທີ່ຕ້ອງຈົກເງິນຊື້ເອງ ແຕ່ໄລຍະທີ່ຮຽນຢູ່ຈະບໍໄດ້ຮັບເງິນເດືອນ.

ຫຼັງຈາກທີ່ສຳເລັດການເຝິກ ແລະ ເປັນພະນັກງານເຕັມໂຕແລ້ວນັ້ນ ນ້ອງໆຈະໄດ້ຮັບເງິນເດືອນພື້ນຖານ 1.100.000 ກີບ, ເງິນດຸໝັ້ນ 50.000-100.000 ກີບ, ເງິນປີການ 25.000-125.000 ກີບ, ເງິນຜະລິດ 250.000-2.000.000 ກີບ ແລະ ມີປະກັນສັງຄົມເຊິ່ງສາມາດກິນບຳນານໄດ້.


ສຳລັບຜູ້ໃດທີ່ສົນໃຈທີ່ມີອາຍຸລະຫວ່າງ 16-30 ປີ ສາມາດສະໝັກ ແລະ ປະກອບເອກະສານເຂົ້າຮຽນໄດ້ເລີຍ ເອກະສານປະກອບມີ ປຶ້ມສຳມະໂນຄົວ ( ກັອບປີ້) ແລະ ໃບຢັ້ງຢືນທີ່ຢູ່ ສຳລັບສະຖານທີ່ ສະຖາບັນໂຮງຮຽນພັດທະນາສີມືແຮງງານລາວ-ເກົາຫຼີ ແມ່ນຕັ້ງຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຖ້າບໍ່ເຂົ້າໃຈໂຕໃດ ສາມາດໂທສອບຖາມໄດ້ທີ່ເບີ:020 59595479