5 ສະໂມສອນໃນພຣີເມຍລີກ ອັງກິດ ທີ່ຈ່າຍຄ່າເມື່ອຍສູງສຸດຕໍ່ປີ

321

ສື່ຕ່າງປະເທດເປີດເຜີຍ 5 ສະໂມສອນໃນພຣີເມຍລີກ ອັງກິດ ທີ່ຈ່າຍຄ່າເມື່ອຍໃຫ້ກັບນັກເຕະຕໍ່ປີຫຼາຍທີ່ສຸດໃນລະດູການນີ້ ຫຼັງຈາກທີ່ຕະຫຼາດຊື້-ຂາຍນັກເຕະຄັ້ງຫຼ້າສຸດປິດຢ່າງເປັນທາງການດັ່ງນີ້:
1.ແມນເຊັສເຕີ ຢູໄນເຕັດ 228.986.200 ປອນຕໍ່ປີ

ລະດູການນີ້ ແມນເຊັສເຕີ ຢູໄນເຕັດ ເສີມນັກເຕະໃໝ່ລະດັບໂລກຢ່າງ ເຈດອນ ຊານໂຊ, ຣາຟາເອລ ວາຣານ ແລະ ຄຣິສເຕຍໂນ ໂຣນັລໂດ ມາຮ່ວມທີມ ເຮັດໃຫ້ຕ້ອງຈ່າຍຄ່າເມື່ອຍນັກເຕະເຖິງ 228.986.200 ປອນຕໍ່ປີ ໂດຍສະເພາະແມ່ນຕ້ອງແບກຄ່າເມື່ອຍຂອງ ໂຣນັລໂດ ເຖິງ 480.000 ປອນຕໍ່ອາທິດທໍາລາຍສະຖິິຕິເກົ່າຂອງ ດາບິດ ເດ ເຄອາ ຜູ້ຮັກສາປະຕູທີ່ເຄີຍໄດ້ອາທິດລະ 375.000 ປອນຕໍ່ອາທິດ.
2.ເຊລຊີ 155.114.000 ປອນຕໍ່ປີ

ເຊລຊີ ຕ້ອງຈ່າຍຄ່າເມື່ອຍລະດັບນີ້ກໍເພາະຫຼ້າສຸດໄດ້ ໂຣເມລູ ລູກາກູ ກັບມາຮ່ວມທີມອີກຄັ້ງ ພ້ອມກັບໄດ້ຮັບຄ່າເມື່ອຍສູງເຖິງ 325.000 ປອນຕໍ່ອາທິດ ເຊິ່ງເປັນນັກເຕະທີ່ໄດ້ຮັບຄ່າເມື່ອຍສູງສຸດຂອງສະໂມສອນຄົນໃໝ່ທັນທີ ແລະ ຮອງລົງມາເປັນ ເອັນໂກໂລ ກ໊ອງເຕ ໄດ້ຮັບ 290.000 ປອນຕໍ່ອາທິດ.
3.ແມນເຊັສເຕີ ຊິຕີ້ 149.032.000 ປອນຕໍ່ປີ

ຫຼ້າສຸດ ແມນເຊັສເຕີ ຊິຕີ້ ຊື້ ແຈັກ ກຣີລິຊ ລາຄາ 100 ລ້ານປອນ ພ້ອມກັບໄດ້ຮັບຄ່າເມື່ອຍສູງເຖິງ 300.000 ປອນຕໍ່ອາທິດເທົ່າກັບ ຣາຮິມສະເຕີລິງ ເປັນຮອງອັນດັບ 1 ພຽງ ເຄວິນ ເດີ ບຣອຍ ທີ່ໄດ້ຮັບ 400.000 ປອນຕໍ່ອາທິດ ເຮັດໃຫ້ ແມນເຊັສເຕີ ຊິຕີ ຕ້ອງແບກພາລະຈ່າຍຄ່າເມື່ອຍນັກເຕະທັງໝົດໃນທີມເຖິງ 149.032.000 ປອນຕໍ່ປີ.
4.ລິເວີພູລ ຈ່າຍເຖິງ 135.818.000 ປອນຕໍ່ປີ.

ລິເວີພູລ ເປັນສະໂມສອນທີ່ມີນັກເຕະລະດັບແຖວໜ້າຂອງໂລກເຊັ່ນກັນ ເຮັດໃຫ້ຕ້ອງມີຄ່າໃຊ້ຈ່າຍສໍາລັບຄ່າເມື່ອຍຂອງນັກເຕະເຖິງ 135.818.000 ປອນຕໍ່ປີ ໂດຍສະເພາະແມ່ນ ເຟີຈິລ ຟານໄດ ນັກເຕະທີ່ໄດ້ຮັບຄ່າເມື່ອຍສູງສຸດໃນທີມເຖິງ 220.000 ປອນຕໍ່ອາທິດ ແລະ ຮອງລົງມາເປັນ ໂມຮາເໝັດ ຊາລາ ກັບ ຕິອາໂກ ອັລກັນຕາຣາ ໄດ້ຮັບ 200.000 ປອນຕໍ່ອາທິດເທົ່າກັນ.
5.ອາເຊນອລ ຈ່າຍເຖິງ 114.965.273 ປອນຕໍ່ປີ

ດັ່ງທີ່ຮູ້ ອາເຊນອລ ເປັນທີມທີ່ລົງທຶນຊື້ນັກເຕະໃໝ່ລະດັບແຖວໜ້າມາຮ່ວມທີມຫຼາຍໃນລະດູການນີ້, ແຕ່ຜົນງານກັບຕົກຕໍ່າ ແລະ ຕ້ອງຈ່າຍເງິນຄ່າເມື່ອຍໄປເຖິງ 114.965.273 ປອນຕໍ່ປີ ໂດຍສະເພາະແມ່ນ ປີແອ ເອເມີຣິກ ໂອບາເມຢ້ອງ ເປັນນັກເຕະທີ່ໄດ້ຮັບຄ່າຈ້າງຫຼາຍທີ່ສຸດຂອງສະມໂສອນ 250.000 ປອນຕໍ່ອາທິດ ແລະ ຮອງລົງມາເປັນ ໂທມັສ ປາເຕ 200.000 ປອນ.
ຮູບຈາກ: AP