ໃຜທີ່ມັກຢາກຝັນໃນສາຍຄູ ກຽມພ້ອມຄວາມຮູ້ເສັງເຂົ້າວິທະຍາໄລຄູບ້ານເກີນ ເປີດຮັບແລ້ວ

475

ທຸກອາຊີບແມ່ນລ້ວນແລ້ວແຕ່ມີດີໃນຕົວທີ່ແຕກຕ່າງກັນເຊິ່ງມັນຂຶ້ນກັບວ່າເຮົາມີໃຈຮັກ ຫຼື ວ່າຕັ້ງໃຈທີ່ຢາກຈະເປັນ, ຢາກຈະເຮັດໃນອາຊີບເຫຼົ່ານັ້ນ ທັງນີ້ ອາຊີບຄູທີ່ເປັນແມ່ພິມຂອງຊາດກໍ່ເຫັນໄດ້ວ່າໃນປັດຈຸບັນແມ່ນໄດ້ຮັບຄວາມສົນໃຈ ແລະ ຕ້ອງການຫຼາຍຈາກສັງຄົມ ສຳລັບນ້ອງໆຄົນໃດທີ່ຢາກຮຽນຄູວິທະຍາໄລຄູບ້ານເກີນເປີດຮັບແລ້ວເດີ້.

 

ວິທະຍາໄລຄູບ້ານເກີນ ເຊິ່ງເປັນສະຖານທີ່ສຶກສາສ້າງຄູໂດຍສະເພາະທີ່ມີຊື່ສຽງມາຊ້ານານ ພວກເຮົາຫຼາຍຄົນແມ່ນໄດ້ວິຊາຄວາມຮູ້ຄູອາຈານທີ່ອອກຈາກສະຖາບັນແຫ່ງນີ້ ເຊິ່ງຕັ້ງຢູ່ທາງແຂວງວຽງຈັນ ຕອນນີ້ກຳລັງປະກາດຮັບສະໝັກເອົານ້ອງໆທີ່ຕ້ອງການຢາກຈະຮຽນຕໍ່ໃນສາຍຄູ ໃຫ້ກະກຽມເອກະສານໄປເສັງໄດ້ແລ້ວ.

ທາງວິທະຍາໄລຈະເລີ່ມເປີດສະໝັກ ຫຼື ຂາຍຄຳຮ້ອງເລີ່ມວັນທີ 6-17 ກັນຍາ 2021 ນີ້ ເຊິ່ງວ່າຜູ້ທີ່ສະໝັກແມ່ນສາມາດສອບເສັງໄດ້ 2 ສາຍຮຽນ ແລະ ຈະມີການສອບເສັງເຖິງ 2 ພາກຄື: ພາກຂຽນ ແລະ ພາກສຳພາດ ສຳລັບພາກຂຽນແມ່ນຈະມີຂຶ້ນໃນຕອນເຊົ້າ ວັນທີ 22 ກັນຍາ 2021 ເວລາ 8:00-10:00 ແລະ ພາກສໍາພາດ ຈະມີຂຶ້ນໃນຕອນບ່າຍ ຂອງວັນດຽວກັນຕອນບ່າຍ 13:00-16:00 ໂມງ.


ສຳລັບຫຼັກສູດສາຍຄູປະກອບມີ ຄູອະນຸບານຊັ້ນສູງ, ຄູປະຖົມຊັ້ນສູງ, ຄູຊີວະສາດ ປະລິນຍາຕີ, ຄູພາສາລາວ ປະລິນຍາຕີ, ຄູພາສາອັງກິດ ປະລິນຍາຕີ ແລະ ຄູ ICT ພື້ນຖານ ປະລິນຍາຕີ. ເຊິ່ງວ່າອັນດັບທີ 1-2 ແມ່ນລະບົບ 12+2 ສ່ວນທີ່ເຫຼືອແມ່ນລະບົບ 12+4 ທັງໝົດ.