ການນໍາເມືອງເມິງສົມທົບກັບພະແນກ ຍທຂ ແຂວງ ແລະ ຫ້ອງການ ຍທຂ ເມືອງ ລົງສໍາຫຼວດການທະລຸເສັ້ນທາງເວັ້ນດອຍບ້ານຊັ້ງ

394

ໃນວັນທີ 26 ສິງຫາ 2021ຜ່ານມານີ້ ເຈົ້າເມືອງໆເມິງ ສົມທົບກັບ ພະແນກ ຍທຂ ແຂວງບໍ່ແກ້ວ ແລະ ຫ້ອງການ ຍທຂ ເມືອງເມິງ ແຂວງບໍ່ແກ້ວ ໄດ້ລົງສໍາຫຼວດການທະລຸເສັ້ນທາງເວັ້ນດອຍບ້ານຊັ້ງ ເຊິ່ງນໍາໂດຍທ່ານ ສົມສັກ ປິ່ນແກ້ວ ເຈົ້າເມືອງໆເມິງ, ພ້ອມດ້ວຍທ່ານ ຄໍາພັດ ພົມມະສິງ ຫົວໜ້າພະແນກ ຍທຂ ແຂວງບໍ່ແກ້ວ ແລະ ທ່ານ ຄໍາສຸກ ນິນເພັດ  ຫົວໜ້າຫ້ອງການ ຍທຂ ເມືອງ, ມີບັນດາທ່ານພະນັກງານວິຊາການທີ່ກ່ຽວຂ້ອງຕະຫຼອດຮອດທີມງານບໍລິສັດພູມີນກໍ່ສ້າງຂົວທາງຈໍາກັດເຂົ້າຮ່ວມ.


ຕາມການລາຍງານຂອງທ່ານ ບຸດດີ ຊອນສີ ຕ່າງໜ້າບໍລິສັດພູມີນກໍ່ສ້າງຂົວທາງຈໍາກັດໄດ້ກ່າວວ່າ: ການທະລຸເສັ້ນທາງເວັ້ນດອຍບ້ານຊັ້ງໃນຄັ້ງນີ້ ແມ່ນໄດ້ເລີ່ມລົງມືທະລຸມາແຕ່ຕົ້ນເດືອນສິງຫາ 2021 ແລະ ສໍາເລັດໃນວັນທີ 26 ສິງຫາ 2021 ເຊິ່ງມີຄວາມຍາວທັງໝົດ 3.842 ແມັດ.

ທ່ານ ຄໍາພັດ ພົມມະສິງ ຫົວໜ້າພະແນກ ຍທຂ ແຂວງບໍ່ແກ້ວ ໄດ້ມີຄໍາເຫັນວ່າ: ການທະລຸເສັ້ນທາງເວັ້ນດອຍ ບ້ານຊັ້ງ ເສັ້ນທາງເກົ່າ ແມ່ນມີຄວາມສູງຊັນ ເຊິ່ງເຮັດໃຫ້ລົດບັນທຸກຂະໜາດນ້ອຍ,ຂະໜາດໃຫຍ່ແມ່ນບໍ່ສາມາດບັນທຸກສີນຄ້າໄດ້ຕາມຄວາມຕ້ອງການໃນການຂົນສົ່ງສີນຄ້າຕ່າງໆ ເພຶ່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນບັນດາເຜົ່າຢູ່ພາຍໃນເມືອງເມິງກໍ່ຄືຜູ້ນໍາໃຊ້ເສັ້ນທາງໃຫ້ມີຄວາມສະດວກໃນການສັນຈອນໄປ-ມາ. ດັ່ງນັ້ນ ທາງຄະນະພັກຂັ້ນເທິງ ເຫັນໄດ້ເຖິງຄວາມສໍາຄັນໃນການພັດທະນາໃນຕໍ່ໜ້າ ກໍ່ຄື ການຂົນສົ່ງສີນຄ້າປະເພດຕ່າງໆ ຂອງພໍ່ຄ້າຊາວຂາຍ, ນັກທຸລະກິດ, ຜູ້ປະກອບການຕ່າງໆທີ່ເຂົ້າມາລົງທຶນຢູ່ເມືອງເມິງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໄດ້ນໍາໃຊ້ເສັ້ນທາງທີ່ສະດວກສະບາຍ ແລະ ປະຍັດເວລາຕື່ມອີ່ກ.


ການທະລຸເສັ້ນທາງເວັ້ນດອຍບ້ານຊັ້ງ ຈຸດເລີ້ມຕົ້ນແມ່ນຢູ່ບ້ານພູສະຫວ່າງ ເມືອງເມິງ ແລະ ທະລຸອອກສອງຈຸດຄື: ຈຸດທີ່ໜຶ່ງແມ່ນບ້ານຈັນສະຫວ່າງ ເມືອງຫ້ວຍຊາຍ ແລະ ຈຸດທີສອງແມ່ນ ບ້ານໂພນໄພ່ ເມືອງຫ້ວຍຊາຍ ທາງບໍລິສັດພູມີນກໍ່ສ້າງຂົວທາງຈໍາກັດແມ່ນຈະໄດ້ດໍາເນີນສ້ອມແປງ, ປັບປຸງ ແລະ ຂະຫຍາຍເສັ້ນທາງອອກຕື່ມຈົນກວ່າເສັ້ນທາງຈະສັນຈອນໄປມາໄດ້ຢ່າງສະດວກ ປັດຈຸບັນການທະລຸເສັ້ນທາງເວັ້ນດອຍບ້ານຊັ້ງແມ່ນສໍາເລັດ 100%.

ຂ່າວ: ອຸ່ນຄໍາ ຂັນວາລິດ