ຂໍສະແດງຄວາມຍິນດີກັບ ໜຸ່ມຫຼໍ່ ວຽງຄຳ ຈັນທະວົງ ກັບຕໍາແໜ່ງ Mister Model Laos 2021

828

ສົມກັບການສົ່ງແຮງເຊຍແຮງໃຈຈາກແຟນໆ ໃນທີ່ສຸດ ໜຸ່ມວຽງຄໍາ ຈັນທະວົງ ກໍເຮັດໄດ້ຄວ້າຕໍາແໜ່ງ Mister Model Laos2021 ມາຄອບຄອງຢ່າງສົມກຽດ ເຊິ່ງຈະໄດ້ເປັນຕົວແທນຂອງຊາຍງາມລາວໄປປະກວດໃນເວທີສາກົນ ໃນເວທີ Mister Model International Pageant ທີ່ປະເທດໂດມິນິກັນ ( Dominican ) ໃນຕົ້ນເດືອນຕຸລາ 2021ນີ້.

May be an image of 1 person and standing

ຖືໄດ້ວ່າເປັນເລື່ອງທີ່ໜ້າຍິນດີສຸດໆ ກັບໜຸ່ມວຽງ ດີກຣີເຈົ້າຂອງຕໍາແໜ່ງມວຍຈີນ ( ລໍາມວຍຈີນ ) ໄດ້ອັນດັບ 1 ມາເຖິງ 2 ລາຍການ ຄວາມຫຼໍ່ ຫຸ່ນດີແມ່ນບໍ່ເປັນສອງຮອງໃຜໜຸ່ມຄົນນີ້ ວຽງຄຳ ຈັນທະວົງ ຫຼື ວຽງ ໝາຍເລກ MRL15 ຈາກເວທີ Mister Laos Mister International Laos 2021 ໄດ້ຮັບຕໍາແໜ່ງ Mister Model Laos2021 ຄົນຫຼ້າສຸດ ປັດຈຸບັນອາຍຸ 23 ປີ, ກໍາລັງສຶກສາຕໍ່ຢູ່ ສປ ຈີນ ແລະ ເປັນເທຣນເນີສອນອອກກໍາລັງກາຍອີກດ້ວຍຈາກນະຄອນຫຼວງວຽງຈັນນີ້ເອງ.

ຜ່ານມາວຽງ ເຄີຍລົງປະກວດມວຍຈີນ ( ລຳມວຍ ) ໄດ້ລົງໄປ 4 ລາຍການ ໄດ້ທີ 1 ສອງລາຍການ ແລະ ໄດ້ທີ 2 ອີກສອງລາຍການເລີຍ ບໍ່ທໍາມະດາສໍາລັບຄວາມສາມາດຂອງໜຸ່ມຄົນນີ້ ຄວາມໃຝ່ຝັນກ່ຽວກັບເວທີ Mister Laos Mister International Laos ແມ່ນຢາກເປັນ The winner ໃນເວທີນີ້ ແລະ ຢາກເປັນຊາຍແບບ, ນັກສະແດງ ອີກທັງມີແຜນທີ່ວາງໄວ້ຫຼັງຈາກຮຽນຈົບແມ່ນຈະເກັບຕົວ ແລະ ພັດທະນາຕົນເອງ ເພື່ອລົງແຂ່ງເພາະກາຍຮຸ່ນ Model.

May be an image of 1 person and standing

ປັດຈຸບັນແມ່ນເປັນເທຣນເນີ້, ກໍາລັງຮຽນ ແລະ ຫາປະສົບການໄປເລື້ອຍໆ ເພື່ອນຳມາພັດທະນາຕົວເອງ ແລະ ກໍມີຄະຕິປະຈໍາໃຈຢູ່ວ່າ “ ເຖິງແມ່ນວ່າຈະລົ້ມຈັກເທື່ອກໍຈະລຸກຂຶ້ນ ແລະ ກ້າວຕໍ່ໄປພັດທະນາຕົນເອງຢ່າງບໍ່ຢຸດຢ່ອນ ເພື່ອໃຫ້ໄປຮອດເປົ້າໝາຍທີ່ຕົນເອງຕັ້ງໄວ້.

ວຽງເອງຈະໃຊ້ຄວາມສາມາດທີ່ຕົນເອງມີ ກໍຄືດ້ານກີລາບໍ່ວ່າຈະເປັນເຕະບານ, ຕີບານ, ຕີດອກ ແລະ ມວຍຈີນ ທີ່ໄດ້ຝຶກມາເພື່ອສະແດງອອກສູ່ສາຍຕາທຸກຄົນ ແລະ ໄວລຸໜຸ່ມລາວເຮົາໄດ້ເຫັນ ເຊື່ອວ່າຈຸດເດັ່ນຂອງນ້ອງເອງບໍ່ວ່າຈະເປັນຫຸ່ນ, ບຸກຄະລິກກະພາບ ແລະ ຄວາມສາມາດ ນີ້ເອງທີ່ສາມາດເອົາຊະນະໃຈຄະນະກຳມະການ ເພື່ອໃຫ້ໄດ້ຕຳແໜ່ງ Mister model Laos or mister Laos ໃນຄັ້ງນີ້.

May be an image of 1 person and standing

ກວ່າຈະໄດ້ຕໍາແໜ່ງອັນຊົງກຽດມາຄອງ ວຽງກໍໄດ້ມີການກຽມຕົວເພື່ອມາເວທີນີ້ ຫຼັກໆເລີຍກໍຈະເປັນທາງດ້ານຫຸ່ນ, ພາສາ ແລະ ຄວາມສາມາດ ສ່ວນທີ່ຜ່ານມາກໍແມ່ນເຄີຍເດີນແບບເພື່ອການກຸສົນ ເພື່ອນຳເອົາເງິນໄປຊ່ວຍເຫຼືອໂຮງຮຽນ ແລະ ເດັກນ້ອຍ ສໍາລັບກິດຈະກຳຍາມວ່າງທີ່ມັກເຮັດ ກໍຈະເຂົ້າສູນອອກກໍາລັງກາຍ ແລະ ຫຼິ້ນກີລາອື່ນໆ; ໃນຮູບແບບຂອງການແຕ່ງຕົວກໍຈະລຽບງ່າຍ ຂຶ້ນກັບງານທີ່ເຮົາຈະໄປ ຖ້າເປັນງານທີ່ທາງການແດ່ກໍຈະແຕ່ງຕົວສຸພາບຮຽບຮ້ອຍ ແລະ ທີ່ຜ່ານມາກໍເຄີຍມີຜົນງານບໍ່ວ່າຈະເປັນເດີນແບບ, ຖ່າຍໂຄສະນາ, ຣີວິວສິນຄ້າ ແລະ ອື່ນໆ.

May be an image of 1 person and standing

ສຸດທ້າຍນີ້ກໍຝາກທຸກຄົນຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ໜຸ່ມຄົນນີ້ໃນເວທີຕໍ່ໄປດ້ວຍ ໃນການເປັນຕົວແທນຂອງລາວ ທີ່ຈະນໍາຄວາມເປັນລາວໄປເຜີຍແຜ່ໃນເວທີສາກົນ ຝາກຕິດຕາມທຸກຜົນງານການເຄື່ອນໄຫວຂອງໜຸ່ມວຽງຄໍາ ຈັນທະວົງສາ ໃນການເຄື່ອນໄຫວປະຕິບັດໜ້າທີ່ອັນຊົງກຽດນີ້ດ້ວຍ ເຟສບຸ໊ກສ່ວນຕົວ Vieng Chantha vongsa.

ຮູບ: Vieng Chanthavongsa