ຊຸດ PPE ຈີນ ທີ່ສາມາດຕິດແອໄດ້ ຊ່ວຍຄາຍຮ້ອນເວລາປະຕິບັດໜ້າທີ່

986

ເປັນການພັດທະນາຂຶ້ນອີກກ້າວໜຶ່ງ ສຳລັບຊຸດ PPE ທີ່ສາມາດຄາຍຮ້ອນໃນໂຕມັນໄດ້ ເພາະທຸກວັນນີ້ໃນພາລະກິດຕໍ່ສູ້ກັບພະຍາດໂຄວິດ-19 ແພດໝໍນອກຈາກມີພາລະກິດໜັກໜ່ວງບໍໄດ້ພັກຜ່ອນແລ້ວ ຍັງຕ້ອງສວມຊຸດ PPE ຍາວນານຄັ້ງລະ 4 ຊົ່ວໂມງຈົນເຫື່ອໄຫຼໄຄຍ້ອຍ ຖ້າໄດ້ຊຸດແບບໃໝ່ນີ້ຄົງຊ່ວຍແບ່ງເບົາ ແລະ ເປັນກໍາລັງໃຈໃຫ້ນັກຮົບຊຸດຂາວ ຫຼື ຜູ້ປະຕິບັດໜ້າທີ່ໄດ້ຫຼາຍເຕີບ ເຊິ່ງ ສປ ຈີນເພິ່ນໄດ້ພັດທະນາຊຸດທີ່ສາມາດຕິດແອໄດ້ມາເປັນສ່ວນໜຶ່ງຊ່ວຍແພດໝໍໃຫ້ເຮັດວຽກໄດ້ສະບາຍຂຶ້ນ.

ອີງຕາມສຳນັກຂ່າວ ຊິນຫົວ ລາຍງານວ່າ ກຸ່ມບໍລິສັດ ຖົວເຢິນ (Tuoren Group) ທີ່ຜະລິດອຸປະກອນການແພດ ທີ່ເມືອງຊິນຊຽງ ມົນທົນເຫີໜານ ທາງພາກກາງຂອງປະເທດຈີນ ໄດ້ພັດທະນາ ຊຸດປ້ອງກັນ ທາງການແພດ ຫຼື PPE ແຮງດັນພ້ອມກັບລະບົບປັບອາກາດ ເຊິ່ງຊ່ວຍໝຸນວຽນອາກາດເຢັນແກ່ແພດໝໍ ແລະ ຜູ້ທີ່ສວມໃສ່

ໃຫ້ສາມາດບັນເທົາຄວາມຮ້ອນ ແລະ ເຮັດວຽກດ້ວຍຄວາມສຸກ ມີກຳລັງໃຈຂຶ້ນ
ຂໍ້ມູນລາຍງານວ່າ ຊຸດດັ່ງກ່າວແມ່ນມີຄວາມປອດໄພ ແລະ ມີປະສິດທະພາບ. ການຕິດຕັ້ງແຜງຟອກອາກາດ ແມ່ນສະດວກ ແລະ ຍັງສາມາດໃຊ້ງານ ດ້ວຍລະບົບສໍາຜັດ

ການປັບອຸນຫະພູມແມ່ນສາມາດປັບໄດ້ລະຫວ່າງ 26-29 ອົງສາເຊ, ເຮັດໃຫ້ການເຮັດວຽກຂອງແພດໝໍ ໃນຍາມອາກາດຮ້ອນ ຜ່ອນຄາຍໄດ້ດີຂຶ້ນລະດັບໜຶ່ງ.
ສ່ວນລາວເຮົາຍັງບໍ່ມີເທື່ອ ແລະ ກໍຫວັງຢ່າງຍິ່ງວ່າອີກບໍ່ດົນຄົງຈະມີຊຸດດັ່ງກ່າວມາໃຫ້ຜູ້ປະຕິບັດໜ້າທີ່ໄດ້ນຸ່ງອັນເປັນການຊ່ວຍບັນເທົາບໍ່ໃຫ້ຮ້ອນເກີນໄປ.


.

.

ຈາກ: Positioning Magazine Online