ຈີນ ປະຕິຮູບການສຶກສາ ຍົກເລີກການສອບເສັງຊັ້ນ ປ 1

385

ສຳນັກຂ່າວເອເອັຟພີ ລາຍງານໃນວັນທີ 30 ສິງຫາຜ່ານມາວ່າ ລັດຖະບານຈີນ ໄດ້ຍົກເລີກການສອບເສັງການຂຽນຕ່າງໆໃນຊັ້ນປະຖົມສຶກສາປີທີ 1 ເຊິ່ງມີເດັກນ້ອຍອາຍຸພຽງ 6 – 7 ປີ ໂດຍມາດຕະການດັ່ງກ່າວເປັນສ່ວນໜຶ່ງຂອງການປະຕິຮູບການສຶກສາທີ່ມີເປົ້າໝາຍຫຼຸດຄວາມກົດດັນໃຫ້ແກ່ເດັກນ້ອຍ ແລະ ຜູ້ປົກຄອງໃນ ສປ ຈີນ ທີ່ມີການແຂ່ງຂັນດ້ານການສຶກສາສູງ.

ກ່ອນໜ້ານີ້ການສຶກສາຂອງ ສປ ຈີນ ເນັ້ນການສອບເສັງເປັນຫຼັກ ໂດຍກຳນົດໃຫ້ນັກຮຽນຕ້ອງສອບເສັງຕັ້ງແຕ່ຊັ້ນປະຖົມປີທີ 1 ຈົນຮອດມະຫາວິທະຍາໄລ ຫຼື ເອີ້ນວ່າ ການສອບເສັງກາວຂາວ ( Gaokao ) ເຊິ່ງມີຄວາມສຳຄັນເປັນຢ່າງຍິ່ງຕໍ່ເດັກນ້ອຍ ໂດຍສະເພາະປີສຸດທ້າຍຂອງສາຍສາມັນສຶກສາ ເຊິ່ງພຽງຄະແນນດຽວກໍສາມາດກຳນົດອະນາຄົດຂອງເດັກນ້ອຍໄດ້.

ລັດຖະມົນຕີກະຊວງສຶກສາທິການ ສປ ຈີນ ກ່າວວ່າ: ການສອບເສັງຖີ່ເກີນໄປເຮັດໃຫ້ເດັກນ້ອຍຕ້ອງແບກຫາບພາລະຢ່າງໜັກໜ່ວງ ແລະ ຕ້ອງຕົກຢູ່ໃນຄວາມກົດດັນໃນການສອບເສັງ. ນອກຈາກນີ້, ການທີ່ເດັກນ້ອຍຕ້ອງພົບຄວາມກົດດັນຕັ້ງແຕ່ອາຍຸຍັງນ້ອຍ ຈະສົ່ງຜົນກະທົບຕໍ່ສຸຂະພາບຈິດໃຈ ແລະ ຮ່າງກາຍຂອງເດັກນ້ອຍ.

ມາດຕະການໃໝ່ຂອງລະບົບການສຶກສາຈີນ ຍັງຈຳກັດການສອບເສັງຕ່າງໆຂອງການສຶກສາພາກບັງຄັບໃນຊັ້ນຮຽນອື່ນໆໃຫ້ເຫຼືອພຽງການສອບເສັງ 1 ຄັ້ງຕໍ່ພາກຮຽນ ໂດຍອະນຸຍາດໃຫ້ມີການສອບເສັງກາງພາກຮຽນ ແລະ ສອບເສັງແບບຈຳລອງໃນຊັ້ນມັດທະຍົມສຶກສາຕອນຕົ້ນໄດ້.