ສະຫະພັນກຳມະບານແຂວງອັດຕະປື ແລະ ສະຫະພັນກໍາມະບານສູນກາງ ຕີລາຄາວຽກງານປະຈໍາໄຕມາດ ຜ່ານກອງປະຊຸມທາງໄກ

1866

ໃນວັນທີ 31 ສິງຫາ 2021 ນີ້, ສະຫະພັນກຳມະບານແຂວງອັດຕະປື ແລະ ສະຫະພັນກໍາມະບານສູນກາງສະຫຼຸບຕີລາຄາວຽກງານກຳມະບານປະຈຳໄຕມາດ III (7-9 ປີ 2021 ທາງລະບົບອອນລາຍ (ວິດີໂອຄໍ)ທີ່ຫ້ອງປະຊຸມທະນາຄານການຄ້າ-ການຕ່າງປະເທດລາວ, ພາຍໃຕ້ການເປັນປະທານໂດຍທ່ານນາງ ອາລີ ວົງໝໍ່ບຸນທຳ ກຳມະການສູນກາງພັກ, ປະທານກຳມະການຄະນະບໍລິຫານງານສະ ຫະພັນກຳມະບານລາວ, ມີທ່ານ ນາງ ບັນທະໄລ ແກ້ວມະນີວົງ ກຳມະການພັກແຂວງ, ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານແຂວງ, ມີບັນດາສະຫະພັນກຳມະບານອາຊີບທົ່ວປະເທດ ແລະ ຄະນະປະທານ, ຫົວໝ້າ ຂະແໝງ-ຮອງຂະແໝງ, ພ້ອມດ້ວຍພະນັກງານກຳມະບານອາຊີບເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມທ່ານ ນາງ ບັນທະໄລ ແກ້ວມະນີວົງ ປະທານສະຫະພັນກຳມະບານແຂວງອັດຕະປື,ໄດ້ຂື້ນຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳໄຕມາດ III(ເດືອນ 7-9) ປີ 2021 ແລະ ວາງທິດທາງຄາດໝາຍສູ້ຊົນປະຈຳໄຕມາດ IV (ເດືອນ 10-12) ປີ 2021 ໃນໄລຍະ 3 ເດືອນ ຜ່ານມາ ສະຫະພັນກຳມະບານແຂວງອັດຕະປື ໄດ້ເອົາໃຈໃສ່ວຽກງານກຳມະບານຢ່າງຮອບດ້ານເປັນຕົ້ນ: ເອົາໃຈໃສ່ວຽກງານສຶກສາອົບຮົມທາງດ້ານການເມືອງແນວ-ຄິດຢ່າງຕັ້ງໝ້າຕິດພັນ ກັບວຽກງານໂຄສະນາ ແລະ ວຽກສື່ມວນຊົນ ເປັນຕົ້ນໄດ້ຂຽນຂ່າວສົ່ງແຂວງ ແລະ ສູນກາງມີ 11 ບົດຂ່າວ,ຈັດລາຍການວິທະຍຸກະຈາຍສຽງ (ລາຍການເພື່ອນກຳມະກອນ)ອອກອາກາດທຸກໆວັນພະຫັດ) ມີ 10 ຄັ້ງ, ແລະ ອອກທາງສື່ອອນລາຍ facbook ສາມາດເຮັດໃຫ້ສະມາ ຊິກກຳມະບານ, ກຳມະກອນ – ຊາວຜູ້ອອກແຮງງານບັນ ດາເຜົ່າຮັບຮູ້ ແລະ ເຂົ້າ ໃຈຢ່າງເລິກເຊິ່ງຕິດພັນກັບວຽກງານການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ-ຊາວຜູ້ອອກແຮງງານບັນດາເຜົ່າລົງສູ່ຫົວໝ່ວຍທຸລະກິດທັງພາກລັດ ແລະ ພາກເອກະຊົນ ສາມາດແກ້ໄຂບັນຫາຄ່າແຮງງານຂອງກຳມະກອນຢູ່ບັນດາໂຮງຈັກ, ໂຮງງານມີ 1 ຄັ້ງ ແລະທວງເງິນຄ່າແຮງງານໃຫ້ກຳມະກອນໄດ້ຈຳນວນ 7.125.000 ກີບ, ລົງເກັບກຳຂໍ້ມູນ, ຕິດຕາມ, ກວດກາ ແລະ ປະເມີນໂຄງການລົງທຶນໃນຮູບແບບ 2+3 ນຳບັນ ດາບໍລິສັດ ໄດ້ 7 ບໍລິສັດ ແລະ ຊຸກຍູ້ການຈັດຕັ້ງປະຕິ ບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍສະເພາະກອງປະ ຊຸມສະຫຼຸບວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ ໄລຍະ 5 ປີ (2016-2020) ສຳເລັດ, ໄດ້ມອບໃບຍ້ອງຍໍໃຫ້ບັນດາຮາກຖານດີເດັ່ນຂັ້ນກົມກອງມີ 65 ໃບ, ຍ້ອງຍໍບຸກຄົນ 250 ໃບ ແລະ ອະນຸມັດຍ້ອງຍໍປະກອບສ່ວນວັດຖຸປັດໃຈຊ່ວຍເຫຼືອໄພພິບັດນ້ຳຖ້ວມແຂວງໄຊຍະບູລີ ມີ 30 ຮາກຖານ, 5 ສະຫະພັນກຳມະບານເມືອງ, ຖືເອົາວຽກງານຈັດຕັ້ງ ແລະ ຂະຫຍາຍສະມາຊິກກຳມະບານ.

ພ້ອມທັງຊຸກຍູ້ຄະນະກຳມະບານປັບປຸງກົງຈັກຂັ້ນຮາກຖານໄດ້ 2 ຮາກຖານ, ພ້ອມກະກຽມບັດທາບທາມປະເມີນ ແລະ ສ້າງແຜນກຳນົດພະນັກງານການນຳພາ- ຄຸ້ມຄອງ ຮອບທີ I ປີ 2021-2025 ແລະ ຮັບຮອງຢັ້ງຢືນໝ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໝ້ນ ປະຈຳປີ 2020 ແລະ ແຈກຢາຍປື້ມກົດລະບຽບສະຫະພັນກຳມະບານລາວສະໄໝທີ VIII ຈຳນວນ 200 ຫົວ, ຕິດພັນກັບວຽກງານບໍລິຫານຫ້ອງການ ແລະ ວຽກງານກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ປັດຈຸບັນມີສະມາຊິກກອງທຶນທັງໝົດ 5.380 ຄົນ, ສາມາດຂະຫຍາຍສະມາຊິກກຳມະບານເຂົ້າເປັນສະມາຊິກກອງທຶນໃໝ່ໄດ້ 9 ຄົນ ແລະ ເສຍຊິວິດ 2 ສົບ,ເປັນເງິນ 46.600.000 ກີບ, ໄດ້ຮັບເງິນກອງທຶນທັງໝົດ 145.089.050 ກ່ວາກີບ, ຈ່າຍນະໂຍບາຍປິ່ນປົວ ມີ 84 ຄົນ,ຈຳນວນ 26.100.000 ກີບ, ນອກນັ້ນ, ຍັງໄດ້ເອົາໃຈໃສ່ສ້າງນິຕິກຳໃຕ້ກົດໝາຍກ່ຽວກັບກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອເຮັດໃຫ້ສະມາຊິກກຳມະບານກໍ່ຄືສະມາຊິກກອງທຶນໄດ້ຮັບຜົນປະໂຫຍດຢ່າງສູງ.

ພ້ອມດຽວ ກັນນັ້ນຍັງໄດ້ສຸມໃສ່ສຶບຕໍ່ການຈັດຕັ້ງປະຕິບັດວຽກງານກຳມະບານຢ່າງຮອບດ້ານຕາມ 7ແຜນງານ 41ໂຄງການແທດເໝາະກັບສະພາບຕົວຈິງຕາມຈຸດປະສົງ ແລະ ເປົ້າໝາຍ. ໂດຍ:ເພັດທະນົງສອນ ໄຊຍະແສງ.