ທັບນັກກີລາຄົນພິການ ສປ ຈີນ ກວາດ 16 ຫຼຽນຄໍາພາຍໃນວັນດຽວ ນໍາເຈົ້າຫຼຽນຄໍາ ພາຣາແລມປິກ

362

ທັບນັກກີລາຄົນພິການ ສປ ຈີນ ສ້າງສະຖິຕິກວາດ 16 ຫຼຽນຄໍາພາຍໃນວັນດຽວໃນວັນທີ 29 ສິງຫາ 2021 ເຮັດໃຫ້ຂຶ້ນນໍາໃນຕາຕະລາງສະຫຼຸບຫຼຽນປະຈໍາການແຂ່ງຂັນໃນງານມະຫະກໍາພາຣາແລມປິກ 2020 ແລະ ຮອດຕອນເຊົ້າຂອງວັນທີ 31 ສິງຫາ 2021 ເກັບເພີ່ມເປັນ 55 ຫຼຽນຄໍາແລ້ວ.

ມະຫະກໍາກີລາ ພາຣາແລມປິກ 2020 ແຂ່ງຂັນລະຫວ່າງວັນທີ 24 ສິງຫາ – 5 ກັນຍາ 2021 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ປາກົດວ່າ ຊາດທີ່ກວາດຫຼຽນຄໍາໄດ້ຫຼາຍທີ່ສຸດໃນວັນດຽວເປັນ ສປ ຈີນ ກວາດໄປເຖິງ 16 ຫຼຽນຄໍາໃນວັນທີ 29 ສິງຫາ 2021.

ໂດຍ 16 ຫຼຽນຄໍາໃນວັນດັ່ງກ່າວທີ່ນັກກີລາ ສປ ຈີນ ຍາດໄດ້ປະກອບມີ 5 ຫຼຽນຄໍາ ຈາກກີລາແລ່ນ-ລານ ປະເພດ ລູ່ ແລະ ລານ; 5 ຫຼຽນຄໍາຈາກ ປິ່ງປ່ອງ; 2 ຫຼຽນຄໍາຈາກລອຍນໍ້າ; 2 ຫຼຽນຄໍາ ຈາກກີລາຟັນດາບ; 1 ຫຼຽນຄໍາຈາກກີລາຍິງທະນູ ແລະ ອີກ 1 ຫຼຽນຄໍາ ຈາກກີລາຍົກນໍ້າໜັກ.

ຂະນະທີ່ ມາຮອດວັນທີ 31 ສິງຫາ 2021 ( ອັບເດດເວລາ 11:00 ) ສປ ຈີນ ກວາດໄປແລ້ວ 55 ຫຼຽນຄໍາ, 36 ຫຼຽນເງິນ ແລະ 30 ຫຼຽນທອງ ຂຶ້ນນໍາຕາຕະລາງສະຫຼຸບຫຼຽນແບບຫ່າງໆ; ອັນດັບ 2 ສະຫະຣາຊະອະນາຈັກ ມີ 27 ຫຼຽນຄໍາ, 21 ຫຼຽນເງິນ ແລະ 22 ຫຼຽນທອງ; ອັນດັບ 3 ຄະນະກໍາມະການໂອແລມປິກຣັດເຊຍ ( Russian Paralympic Committee ) ມີ 22 ຫຼຽນຄໍາ, 12 ຫຼຽນເງິນ ແລະ 33 ຫຼຽນທອງ.
ຮູບຈາກ: AP