ບໍລິສັດ ຈາກົວ ແລນໂຣເວີ ລາວ ໄດ້ຈັດງານເປີດຕົວລົດໄຟຟ້າ Jaguar I-PACE ຢ່າງເປັນທາງການ

949

ບໍລິສັດ ຈາກົວ ແລນໂຣເວີ ລາວ ໄດ້ຈັດງານເປີດຕົວລົດໄຟຟ້າ Jaguar I-PACE ຢ່າງເປັນທາງການ ໃນວັນທີ 28 ສິງຫາ 2021 ທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ ແຮ່; ມີ ທ່ານ ເວ້ນ ແມັກອິນທອສ ອຳນວຍການຜູ້ບໍລິການທຸລະກິດລົດຍົນຂອງກຸ່ມບໍລິສັດ RMA, ພ້ອມຜູ້ບໍລິຫານລະດັບສູງຂອງ ບໍລິສັດ ຈາກົວ ແລນໂຣເວີ, ແຂກທັງພາກລັດ – ທຸລະກິດເຂົ້າຮ່ວມ.

Jaguar I-PACE ຖືວ່າເປັນລົດຫຼູທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ຍີ່ຫໍ້ທີ່ເປັນທາງການຄັ້ງທໍາອິດຂອງ ສປປ ລາວ, ລົດດັ່ງກ່າວມາພ້ອມຄວາມທັນສະໄໝ ກັບບາດກ້າວແຫ່ງຍານພາຫະນະທີ່ຈະປັບປ່ຽນແນວຄວາມຄິດໃນບາດກ້າວຕໍ່ໄປຂອງທຸລະກິດທີ່ມີຄວາມເປັນເອກະລັກ ໂດຍສະເພາະ 2 ຍີ່ຫໍ້ທີ່ຮູ້ຈັກກັນດີນັ້ນ ຄື: ຈາກົວ ແລະ ແລນໂຣເວີ.

อาจเป็นรูปภาพของ 1 คน และดอกไม้

ຈາກົວ ແລະ ແລນໂຣເວີແມ່ນພ້ອມແລ້ວ ບໍ່ວ່າຈະເປັນໂຄງລ່າງພື້ນຖານ ແລະ ດ້ານບຸກຄະລາກອນ ສໍາລັບລົດໄຟຟ້າແຫ່ງອະນາຄົດ; ຖືກອອກແບບມາເພື່ອສົ່ງເສີມການປັບປ່ຽນແນວຄວາມຄິດຕໍ່ອະນາຄົດ ເຊັ່ນ: ການປັບປ່ຽນແນວຄວາມຄິດໃໝ່ຕໍ່ພາຫະນະທີ່ຫຼູຫຼາ ແລະ ທັນສະໄໝມອບປະສົບການໃນການຊື້ຂອງລູກຄ້າໃຫ້ມີຄວາມເປັນເອກະລັກ ແລະ ກາຍເປັນຜົນກະທົບທາງບວກຕໍ່ສັງຄົມ.

อาจเป็นรูปภาพของ 1 คน และรถยนต์

ລົດຈາກົວ ແລະ ແລນໂຣເວີທຸກລຸ້ນ ແມ່ນຈະມາໃນຮູບແບບຂອງພະລັງງານສະອາດ ພາຍໃນທ້າຍທົດສະວັດນີ້ ເຊິ່ງລົດໄຟຟ້າຄັນທໍາອິດຂອງແລນໂຣເວີ ແມ່ນຈະມາໃນປີ 2024 ໂດຍເປົ້າໝາຍຫຼັກແມ່ນບັນລຸການເຊົາປ່ອຍອາຍກາກບອນຜ່ານທໍ່ອາຍເສຍພາຍໃນປີ 2036 ແລະ ບັນລຸການເຊົາປ່ອຍອາຍກາກບອນໃນທຸກລະບົບຂອງການຜະລິດ ແລະ ການປະຕິບັດງານພາຍໃນປີ 2039.

ລົດໄຟຟ້າ Jaguar I-PACE ແມ່ນລົດທີ່ນັກຂັບຂີ່ທຸກຄົນກໍາລັງລໍຖ້າດ້ວຍພະລັງງານສະອາດ ແລະ ລະບົບອັດສະລິຍະທີ່ຕອບໂຈດທາງດ້ານສັກກະຍະພາບຂອງລົດ Sport ແບບຍືນຍົງ; ມີການນໍາໃຊ້ເຕັກໂນໂລຊີແບບປັນຍາປະດິດ ເພື່ອເຮັດໃຫ້ Jaguar ຢູ່ໃນລະດັບແຖວໜ້າຂອງການປະຕິວັດລົດໄຟຟ້າ.

อาจเป็นรูปภาพของ 4 คน, ผู้คนกำลังยืน และรถยนต์

ໃນງານດັ່ງກ່າວ, ຜູ້ເຂົ້າຮ່ວມງານກໍຄືລູກຄ້າຂອງ ຈາກົວ ແລະ ແລນໂຣເວີ ໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກວ່າເປັນລົດໄຟຟ້າຫຼູຍີ່ຫໍ້ທໍາອິດທີ່ເປີດຕົວຢ່າງເປັນທາງການທີ່ຈະໄດ້ມາແລ່ນເທິງທ້ອງຖະໜົນໃນປະເທດລາວ.

อาจเป็นรูปภาพของ หนึ่งคนขึ้นไป และรถยนต์

Jaguar I-PACE ຈະມາເຮັດໃຫ້ທ່ານລືມປໍ້ານໍ້າມັນ, ພຽງແຕ່ສາກຂ້າມຄືນທ່ານກໍຈະຕື່ນມາທຸກໆເຊົ້າພ້ອມກັບລົດພະລັງງານເຕັມຖັງ ແລະ ສາມາດຂັບຂີ່ໄດ້ເຖິງ 470 ກິໂລ; 15 ນາທີໃນການສາກແບບ DC ( 100kW ) ແບບສາກໄວຂັບຂີ່ໄດ້ເຖິງ 100 ກິໂລແມັດ, 40 ນາທີ ສາກໄດ້ເຖິງ 80%.

อาจเป็นรูปภาพของ สถานที่ในร่ม

ຮັບປະກັນແບັດເຕີຣີເຖິງ 8 ປີ ຫຼື 160.000 ກິໂລແມັດ, ຟຣີບໍາລຸງຮັກສາ ເຖິງ 8 ປີ ຫຼື 160.000 ກິໂລແມັດ, ຮັບປະກັນໂຕລົດເຖິງ 5 ປີ ຫຼື 150.000 ກິໂລແມັດ.

อาจเป็นรูปภาพของ รถยนต์

ສາກໄຟເຕັມຖັງຈ່າຍພຽງ 95.000 ກີບ ( ອີງຕາມການໃຊ້ໄຟຄົວເຮືອນຕົວຈິງ ), ຈ່າຍໄຟພຽງ 9.500 ກີບຂັບຂີ່ໄດ້ເຖິງ 45 ກິໂລແມັດ.