​ລາຍ​ລະ​ອຽດ​ 24 ຄົນ ຜູ້ຕິດເຊື້ອໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ, ແລະ ຜູ້​ຕິດ​ເຊື້ອ​ໃນ​​ຊຸມ​ຊົນທົ່ວປະເທດ

1670

ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອັງຄານ ວັນທີ 31 ສິງຫາ ປີ 2021 ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງວ່າ ຜູ້ຕິດເຊື້ອໃນຊຸມຊົນຢູ່ນະຄອນຫຼວງ 24 ຄົນ, ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຂອງບໍລິສັດເບຍລາວ, ເປັບຊີ ແລະ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ (ຢູ່ບ້ານທ່າພະລານໄຊ)

ເມືອງຫາດຊາຍຟອງ 14 ຄົນ ປາກເປັ່ງ 6 ຄົນ, ທ່າພະ 5 ຄົນ, ໜອງແວງ 2 ຄົນ ແລະ ໜອງແຫ້ວ 1 ຄົນ
ເມືອງໄຊເສດຖາ 5 ຄົນ: ນາໄຊ 2 ຄົນ, ອາມອນ 1 ຄົນ, ສະພັງໝໍ້ 1 ຄົນ, ໂຊກຄຳ 1 ຄົນ

ເມືອງສີໂຄດຕະບອງ 2 ຄົນ: ຍາພະ 1 ຄົນ (ພະນັກງານບໍລິສັດຂົນສົ່ງເຂດທ່າພະລານໄຊ), ອ່າງໃຫຍ່ 1 ຄົນ
ເມືອງສີສັດຕະນາກ 3 ຄົນ: ຈອມເພັດ 1 ຄົນ, ດອນນົກຂຸ້ມ 1 ຄົນ (ມາແຕ່ເມືອງຕົ້ນເຜິ້ງ), ທ່າພະລານໄຊ 1 ຄົນ
ສະຫວັນນະເຂດ 14 ຄົນ, ໃນນັ້ນ: 1 ຄົນ ຈາກ ບ້ານ ລັດຕະນະລັງສີໃຕ້, 1 ຄົນ ຈາກ ບ້ານບຸ່ງຄໍາ ເມືອງວິລະບູລີ, 3 ຄົນ ຈາກ ບ້ານໂພນຊາຍ, 2 ຄົນ ຈາກບ້ານສະໜາມໄຊ, 1 ຄົນ ຈາກບ້ານໜອງຜື

ບໍ່ແກ້ວ 11 ຄົນ ຈາກ ເມືຶອງຕົ້ນເຜິ້ງ 1 ຄົນມາຈາກ ບ້ານໃຫຍ່ສີເມືອງງານ, 7 ຄົນ ຈາກບ້ານຄຸນບົງ, 3 ຄົນ ເປັນພະນັກງານຕຳຫຼວດມາຈາກເຂດສາມຫຼ່ຽມຄຳ
ຫຼວງນ້ຳທາ 8 ຄົນ, ໃນນັ້ນ 1 ຄົນ ຈາກບ້ານຈອມແຈ້ງ, ເມືອງລອງ ຊື່ງຕິດພັນກັບ ກໍລະນີ ບ້ານທົ່ງໄຈ້ ທີ່ເຊື່ອມໂຍງກັບ ບ້ານນາຝາຍ, ເມືອງນານ, ແຂວງຫລວງພະບາງ
06 ຄົນ ຈຸ້ມກໍລະນີ ບ້ານທົງໄຈ້ເໜືອ ແລະ ໃຕ້ ທີ່ເຄີຍລາຍງານມື້ຜ່ານມາ ແລະ ອີກ 01 ຄົນ ແມ່ນ ເຮັດວຽກຢູ່ສາທາແຂວງ (ທີມງານກຳລັງເກັບກຳຂໍ້ມູນ).
ສາລະວັນ 3 ຄົນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຖືກຈຳກັດບໍລິເວນ

ຈຳປາສັກ 1 ຄົນ ມາຈາກບໍ່ຄຳເຊໂປນ (ບໍລິສັດລ້ານຊ້າງມິເນໂຣ) ແຂວງສະຫວັນນະເຂດ ໄປຢາມຄອບຄົວ
ຄຳມ່ວນ 2 ຄົນ ແມ່ນແພດປະຈຳສູນປີ່ນປົວ ເກັບຕົວຢ່າງ ກ່ອນໄປຈຳກັດບໍລິເວນແລ້ວກວດພົບເຊື້ອ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,015 ຄົນ, ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,983 ຄົນ.

ສຳລັບ ບ້ານແດງທີ່ຖືກກຳນົດເປັນບ້ານແດງ ຢູ່ນະຄອນຫຼວງວຽງຈັນ ມີ: ບ້ານນາໄຊ, ເມືອງໄຊເສດຖາ ແລະ ບ້ານປາກເປັ່ງ, ເມືອງຫາດຊາຍຟອງ.

ສະຖານທີ່ສ່ຽງຕ່າງໆ ທີ່ຜູ້ຕິດເຊື້ອເດີນທາງໄປ ໃນໄລຍະຜ່ານມາ ຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ໂຮງຮຽນທິດສະດີການເມືອງການປົກຄອງ ໜອງບົວທອງ ແລະ ຮ້ານເຂົ້າປຽກຂ້າງໂຮງຮຽນທິດສະດີການເມືອງການປົກຄອງ ໜອງບົວທອງ

ໂຮງງານ ckl ຜະລິດເກີບຕັ້ງຢູ່ບ້ານຊຽງດາ, ເມືອງໄຊເສດຖາ
ຮ້ານສາຂາຈຳໜ່າຍເບຍ, ສາຂານາໄຊ
ຮ້ານຂາຍຢາໜ້າໂຮງຮຽນປະຖົມຊຽງຄວນ, ບ້ານຊຽງຄວນ, ເມືອງຫາດຊາຍຟອງ

ຂໍໃຫ້ທຸກຄົນມີສະຕິ ປະຕິບັດມາດຕະການຢ່າງເຄັ່ງຄັດເດີ້