ຕາລີບັນ ກຽມຕັ້ງຄະນະລັດຖະບານ ຊຸດໃໝ່ ຫວັງຟື້ນຟູເສດຖະກິດ

252

ສຳນັກຂ່າວຣອຍເຕີລາຍງານວ່າ: ກຸ່ມຕາລີບັນໄດ້ກຽມຈັດຕັ້ງລັດຖະບານຊຸດໃໝ່ຂຶ້ນມາ ເພື່ອບໍລິຫານອັຟການິດສະຖານ ໂດຍພາລະກິດທຳອິດຄືແກ້ໄຂການອ່ອນຄ່າຂອງເງິນ ແລະ ຟື້ນຟູເສດຖະກິດຂອງປະເທດ ພ້ອມທັງຮຽກຮ້ອງໃຫ້ສະຫະລັດອາເມຣິກາ ແລະ ບັນດາປະເທດຕາເວັນຕົກ ຮັກສາສາຍພົວພັນການທູດກັບອັຟການິດສະຖານຕໍ່ໄປ.

ທ່ານ ຊາບີຮຸລເລາະ ມູຈາຮິດ ໂຄສົກກຸ່ມຕາລີບັນ ເປີດເຜີຍວ່າ: ການຈັດຕັ້ງລັດຖະບານຊຸດໃໝ່ຂອງອັຟການິດສະຖານ ພາຍໃຕ້ການນຳຂອງກຸ່ມຕາລີບັນຈະມີຄວາມຊັດເຈນໃນອີກ 1 – 2 ອາທິດຈະເຖິງນີ້ ໂດຍລັດຖະບານຊຸດໃໝ່ນີ້ມີພາລະກິດຫຼັກຄືການແກ້ໄຂຄ່າເງິນຂອງອັຟການິດສະຖານທີ່ອ່ອນຄ່າລົງໃນຂະນະນີ້ ແລະ ຟື້ນຟູເສດຖະກິດໂດຍໄວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຊາວອັຟການິດສະຖານ.

ສ່ວນຄຳຖາມທີ່ວ່າ ຄະນະລັດຖະບານຊຸດໃໝ່ຈະມີແມ່ຍິງເຂົ້າຮ່ວມ ຫຼື ບໍ່? ນັ້ນ, ໂຄສົກກຸ່ມຕາລີບັນ ກ່າວວ່າ: ເປັນການຕັດສິນໃຈຂອງຜູ້ນຳ ລາວບໍ່ສາມາດຄາດເດົາໄດ້ວ່າການຕັດສິນໃຈນັ້ນຈະເປັນແນວໃດ.

ນອກຈາກນີ້, ໂຄສົກຂອງກຸ່ມຕາລີບັນ ຍັງປະນາມສະຫະລັດອາເມຣິກາ ທີ່ໃຊ້ໂດຣນໂຈມຕີສະມາຊິກຂອງກຸ່ມອິດສະລາມ ( IS ) ເພື່ອແກ້ແຄ້ນເຫດລະເບີດທີ່ສະໜາມບິນຄາບູລ ໂດຍໂຄສົກກຸ່ມຕາລີບັນລະບຸວ່າ ເຫດສັງຫານກຸ່ມໄອເອັສດັ່ງກ່າວ ເປັນການໂຈມຕີໃນເຂດແດນຂອງອັຟການິດສະຖານຢ່າງຊັດເຈນ.

ແນວໃດກໍຕາມ, ໂຄສົກກຸ່ມຕາລີບັນ ຍັງໄດ້ຮຽກຮ້ອງໃຫ້ສະຫະລັດອາເມຣິກາ ແລະ ຊາດພັນທະມິດ ລວມທັງປະເທດຕາເວັນຕົກ ຈົ່ງສືບຕໍ່ຮັກສາສາຍພົວພັນການທູດກັບອັຟການິດສະຖານອີກຕໍ່ໄປ.

ໃນຂະນະນີ້, ເສດຖະກິດຂອງອັຟການິດສະຖານກຳລົງປະເຊີນກັບສະພາວະທົດຖອຍຢ່າງຮຸນແຮງ ໂດຍມີສາເຫດມາຈາກເງິນອັຟການິດສະຖານກຳລັງອ່ອນຄ່າລົງຢ່າງໜັກໜ່ວງ ສົ່ງຜົນເຮັດໃຫ້ລາຄາສິນຄ້າ ແລະ ບໍລິການເພີ່ມສູງຂຶ້ນ, ໃນຂະນະທີ່ບັນດາທະນາຄານໃນອັຟການິດສະຖານ ໄດ້ປິດບໍລິການນັບແຕ່ກຸ່ມຕາລີບັນເຂົ້າຢຶດນະຄອນຫຼວງຄາບູລ ເປັນຕົ້ນມາ, ແນວໃດກໍຕາມ ກຸ່ມຕາລີບັນໄດ້ອອກຄຳສັ່ງໃຫ້ບັນດາທະນາຄານກັບມາເປີດບໍລິການອີກຄັ້ງ ແຕ່ໃຫ້ປະຊາຊົນຖອນເງິນໄດ້ບໍ່ເກີນ 200 ໂດລາ ຫຼື ປະມານ 20.000 ອັຟການີຕໍ່ຄົນຕໍ່ອາທິດ.