ຄະນະຊ່ວຍວຽກທ່ານນາຍົກລັດຖະມົນຕີ ຢ້ຽມຢາມເບິ່ງຄວາມ ຄືບໜ້າໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ພາກ

1540

ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ ພ້ອມດ້ວຍຄະນະບໍລິຫານຫຼັກແຫຼ່ງຂອງ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈໍາກັດ.

ທ່ານ ຈັນທະບູນ ລັດຕະນະວົງ ໄດ້ຮັບຟັງລາຍງານສະພາບຄວາມເປັນມາ ແລະ ການລົງທຶນພັດທະນາໂຄງການຂອງ ບໍລິສັດ ເຊິ່ງເປັນໂຄງການໃຫຍ່ມີມູນຄ່າການລົງທຶນສູງທີ່ນັກທຸລະກິດພາຍໃນເຫັນໄດ້ອະນາຄົດໃນການພັດທະນາ ປັດຈຸບັນບໍລິສັດກຳລັງເລັ່ງກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບການພັດທະນາໂຄງການຕໍ່ໄປ ເປັນຕົ້ນກໍ່ສ້າງເສັ້ນທາງ, ລະບົບລະບາຍນໍ້າ, ເດີ່ນຈອດລົດ, ປະຕູໂຂງ, ອາຄານສໍານັກງານ, ລະບົບສາງ ແລະ ອື່ນໆ ທີ່ເປັນສິ່ງອຳນວຍຄວາມສະດວກໃນການດຳເນີນໂຄງການ ຮອດປັດຈຸບັນໜ້າວຽກສຳເລັດຫຼາຍກວ່າ 80% ແລະ ຈະສຳເລັດພ້ອມເປີດນຳໃຊ້ພາຍໃນເດືອນພະຈິກ 2021.

อาจเป็นรูปภาพของ 1 คน และข้อความพูดว่า "i Vientiane Logistics Park"

ທ່ານ ຈັນທະບູນ ລັດຕະນະວົງ ໄດ້ມີຄໍາເຫັນສະແດງ ຄວາມດີໃຈຕໍ່ການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ທີ່ເປັນຮູບປະທໍາເທື່ອລະກ້າວ ແລະ ຄິດວ່າພາຍຫຼັງທີ່ການກໍ່ສ້າງສໍາເລັດຈະຊ່ວຍແກ້ໄຂບັນຫາຕ່າງໆສອດຄ່ອງກັບຍຸດທະສາດ ແຜນການພັດທະນາເສດຖະກິດ – ສັງຄົມຂອງລັດຖະບານ. ນອກນີ້, ລັດຖະບານກໍຄືບັນດາຂະແໜງການທີ່ກ່ຽວຂ້ອງຈະໃຫ້ການສະໜັບສະໜູນຕໍ່ແນວທາງການພັດທະນາເຂດ, ສົ່ງເສີມການລົງທຶນໃຫ້ແກ່ພາກທຸລະກິດກໍຄືຫົວໜ່ວຍທຸລະກິດທີ່ພັດທະນາເຂດນີ້ ເຊິ່ງຍັງຈະເປັນສ່ວນໜຶ່ງໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ມີລະບົບການເຮັດວຽກທີ່ຮັດກຸມ ປອດໃສ ກວດສອບໄດ້ ສາມາດອັດການຮົ່ວໄຫຼການເກັບລາຍຮັບເຂົ້າງົບປະມານແຫ່ງລັດ.

อาจเป็นรูปภาพของ 3 คน และข้อความพูดว่า "e ภาม epts Vientiane Logistics ( Park 2ลยs Vientiane Logistics Park ma Vientiane"

ໂຄງການພັດທະນາ Laos Logistics Link ( LLL ) ເຊິ່ງລວມມີ:

1. ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ

2. ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ

3. ເສັ້ນທາງລົດໄຟລາວ – ຫວຽດນາມ

4. ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2.000 MV ທີ່ແຂວງຄໍາມ່ວນ.

ສະເພາະໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນ ໄດ້ແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານລາວໃນການຫັນປ່ຽນປະເທດລາວໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນແມ່ນໍ້າຂອງ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຍຸດທະສາດດັ່ງກ່າວຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງອາຊຽນ – ສປ ຈີນ – ເອີຮົບ ພາຍຫຼັງການເປີດນໍາໃຊ້ໂຄງການເສັ້ນທາງລົດໄຟ ລາວ – ຈີນ ຢ່າງເປັນທາງການ ໃນທ້າຍປີ 2021.

อาจเป็นรูปภาพของ 3 คน และสถานที่ในร่ม

ຈຸດປະສົງຫຼັກຂອງໂຄງການທ່າບົກທ່ານາແລ້ງ ເພື່ອຫຼຸດຜ່ອນຕົ້ນທຶນການນໍາ ເຂົ້າ – ສົ່ງອອກສິນຄ້າຜ່ານດ່ານຂົວມິດຕະພາບ ແຫ່ງທີ 1 ( ນະຄອນຫຼວງວຽງຈັນ – ຈັງຫວັດໜອງຄາຍ ) ເຮັດໃຫ້ ລາວເຮົາບໍ່ພຽງແຕ່ເປັນທາງຜ່ານເທົ່ານັ້ນ ແຕ່ເປັນສູນກາງເຊື່ອມໂຍງການຄ້າລະຫວ່າງປະເທດໄດ້ຮັບການຍອມຮັບຈາກເຄືອຂ່າຍຂົນສົ່ງລະ ຫວ່າງປະເທດໃຫ້ເປັນຈຸດໝາຍປາຍທາງ ແລະ ເປັນພື້ນຖານຈຸດຜ່ານທີ່ສຳຄັນ ຕອບສະໜອງຍຸດທະສາດການເຊື່ອມໂຍງຂອງລັດຖະບານລາວ ແລະ ການເຕີບໂຕແບບຍືນຍົງຂອງເສດຖະກິດແຫ່ງຊາດ. ສ່ວນໂຄງການວຽງຈັນໂລຊິດສະຕິກພາກ ( VLP ) ແມ່ນໜຶ່ງໃນໂຄງການບຸລິມະສິດຂອງຍຸດທະສາດການພັດທະນາໂລຊິດສະຕິກແຫ່ງຊາດ ( ປີ 2016 – 2030 ).

ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງ 382 ເຮັກຕາ. ໃນຖານະໂຄງການບຸລິມະສິດໃນການຜັນຂະຫຍາຍຍຸດທະສາດການພັດທະນາໂລຈິສຕິກແຫ່ງຊາດ ແລະ ການຫັນປະເທດລາວຈາກປະເທດບໍ່ມີຊາຍແດນຕິດກັບທະເລສູ່ປະເທດແຫ່ງການເຊື່ອມຈອດອະນຸພາກພື້ນ ແລະ ສາກົນ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນ ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານການຄົມມະນາຄົມທີ່ມີການເຊື່ອມຕໍ່ກັບທ່າບົກ ເສັ້ນທາງລົດໄຟ ລາວ – ໄທ ແລະ ລາວ – ຈີນ ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ໃນອະນາຄົດ. ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ພາກ ເປັນເຂດໂລຈິສຕິກຄົບວົງຈອນຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນ ຄື: ສາງເກັບນໍ້າມັນ, ເຂດໂລຊິດສະຕິກ, ເຂດການຄ້າເສລີ ທ່າບົກທ່ານາແລ້ງ, ເຂດຜະລິດ ແລະ ປຸງແຕ່ງສິນຄ້າ ເພື່ອສົ່ງອອກເປັນເຂດທີ່ທັນສະໄໝ ແລະ ວ່ອງໄວທີ່ສຸດໃນພາກພື້ນ.

อาจเป็นรูปภาพของ 1 คน, กำลังยืน, กลางแจ้ง และข้อความพูดว่า "Vientiane Logistics Park"

ນອກນັ້ນເຂດໂລຊິດສະຕິກພາກ ຍັງຈະໄດ້ຈັດສັນໂຄງຮ່າງພື້ນຖານດ້ານສາທາລະນຸປະໂພກທີ່ໄດ້ມາດຕະຖານ ແລະ ຄຸນນະພານສູງ ເພື່ອຕອບສະໜອງຕາມຄວາມຕ້ອງການຢ່າງພຽງພໍ ແລະ ໝັ້ນໃຈວ່າທຸກກິດຈະກຳ ແລະ ທຸລະກິດໃນເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ສາມາດນຳໃຊ້ ແລະ ດຳເນີນການໄດ້ຢ່າງສະດວກສະບາຍ.