ແຮງງານທີ່ກັກກັນຕົວຊົ່ວຄາວຢູ່ສູນເມືອງອາດສະພອນແມ່ນໄດ້ກັບບ້ານແລ້ວຈຳນວນ 24 ຄົນ

298

ໃນຕອນເຊົ້າວັນທີ 30 ສິງຫາ 2021 ທີ່ສູນກັກກັນໂຮງຮຽນ ມສ ເມືອງອາດສະພອນ ແຂວງສະຫວັນນະເຂດ, ທີມງານຄະນະສະເພາະກິດ ປ້ອງກັນ, ຄວບຄຸມ, ຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ເມືອງອາດສະພອນພ້ອມດ້ວຍທີມແພດໝໍພາກສະໜາມໄດ້ລົງປະຕິບັດກວດກາວັດແທກອຸຫະພູມຫ່າງກາຍ, ສອບຖາມປະຫວັດ ເພື່ອກັ່ນກອງຫາເຊື້ອພະຍາດໂຄວິດ 19 ຂອງບັນດາແຮງງານທີ່ກັບມາຈາກສະຖານທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ19.

ບັນດາແຮງງານ ແມ່ນໄດ້ຜ່ານສູນກັກກັນຂອງແຂວງແລ້ວ, ມາເຂົ້າສູນກັກກັນຕົວຕື່ມອີກຢູ່ສູນຂອງເມືອງຄົບກຳນົດວັນຕາມຄະນະສະເພາະກິດຂັ້ນເມືອງວາງອອກຫຼາຍກ່ວາ 20ມື້ ເນື່ອງຈາກວ່າສູນດັ່ງກ່າວເປັນເຂດສີແດງຂອງເມືອງພາຍຫຼັງທີ່ກວດພົບຜູ້ຕິດເຊື້ອພະຍາດພາຍໃນສູນດັ່ງກ່າວ ແລະຜູ້ທີ່ຍັງເຫຼືອແມ່ນໄດ້ກັກກັນຕົວຕື່ມອີກຄົບ 14 ວັນແລ້ວ.

.

ໂດຍການເຂົ້າຮ່ວມຕິດຕາມຂອງທ່ານ ນາງບຸນທະລັງສີ ຄຳມະນີວົງ  ເຈົ້າເມືອງອາດສະພອນ, ທ່ານນາງພອນທະວີ ລາດບໍວອນ ຮອງເຈົ້າເມືອງ ທັງແມ່ນຫົວໜ້າຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດ 19ຂັ້ນເມືອງ, ທ່ານບຸນປອນ ໃສຈັນດີ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີບັນດາທ່ານຄະນະສະເພາະກິດ, ຄະນະຮັບຜິດຊອບສູນກັກກັນຕົວ, ຄະນະການປົກຄອງບ້ານກ່ຽວຂ້ອງ ພ້ອມທັງຍາດຕິພີ່ນ້ອງຂອງພວກກ່ຽວເຂົ້າຮ່ວມ.

ໃນໂອກາດດັ່ງກ່າວນັ້ນບັນດາທ່ານໃນຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດ 19ຂັ້ນເມືອງ ໄດ້ໃຫ້ຄຳແນະນຳຕໍ່ຄະນະບ້ານໃຫ້ເອົາໃຈໃສ່ປະຕິບັດຕໍ່ຄຳສັ່ງຂອງຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ, ຕິດຕາມລູກບ້ານຂອງຕົນບໍ່ໃຫ້ເດີນທາງໄປໃນສະຖານທີ່ຊຸມຊົນທີ່ມີຄົນຫຼາຍ, ສະຖານທີ່ໆມີຄວາມສ່ຽງຕໍ່ການຕິດເຊື້ອໂດຍບໍ່ມີເຫດຜົນອັນຈຳເປັນ, ໃຫ້ສວມໃສ່ອຸປະກອນປ້ອງກັນທຸກຄັ້ງໃນເວລາອອກນອກເຮືອນ ຫຼືລົມກັບໝູ່ຄູ່, ໝັ່ນລ້າງມືດ້ວຍສະບູ ຫຼືເຫຼົ້າ, ເຈວລ້າງມື, ບັນດາແຮງງານທີ່ຈະກັບເມືອບ້ານແມ່ນຕ້ອງໄດ້ກັກຕົວຕື່ມຢູ່ເຮືອນອີກຢ່າງໜ້ອຍ 7 ວັນ ຈຶ່ງໃຫ້ອອກພົບປະກັບໝູ່ຄູ່, ເພື່ອຮັບປະກັນບໍ່ໃຫ້ມີການຕິດເຊື້ອໂຄວິດ-19