ເຈົ້າຄອງນະຄອນຫຼວງວງງຈັນ ອອກຄໍາສັ່ງ ຂໍ້ປະຕິບັດມາດຕະການສະເພາະສໍາລັບບ້ານເຂດແດງ ຕາມນີ້

505

ອີງຕາມຄໍ່າສັ່ງຂອງເຈົ້າຄອງນະຄອນຫຼວງສະບັບເລກທີ 015/ຈນວ ວັນທີ 30 ສິງຫາ 2021 ວ່າ ໃຫ້ປະຕິບັດມາດຕະການສະເພາະສໍາລັບບ້ານທີ່ມີການແຜ່ເຊື້ອໃນຊຸມຊົນ (ເຂດ/ບ້ານແດງ) ຢ່າງເຂັ້ມງວດຄຽງຄູ່ກັບການປະຕິບັດມາດຕະການ ຫ້າມ/ປິດ ທົ່ວໄປ ທີ່ໄດ້ລະບຸໄວໃນຂໍ້ 2 ຂອງຄໍາສັ່ງສະບັບນີ້ແລ້ວ

ແມ່ນໃຫ້ ປະຕິບັດມາດຕະການສະເພາະ ໃນການຄວບຄຸມບ້ານທີ່ມີການແຜ່ເຊື່ອໃນຊຸມຊົນ (ເຂດ/ບ້ານແດງ) ເພີ່ມເຕີມ ດັ່ງນີ້:
1 ປິດການສັນຈອນ ແລະ ຫ້າມບຸກຄົນ ເຂົ້າ-ອອກ ເຂດ/ບ້ານແດງ ພາຍໃນ 14 ວັນ ນັບແຕ່ມືກວດພົບຜູ້ຕິດເຊື້ອພະຍາດ ຢ່າງເດັດຂາດ, ຜູ້ທີ່ລະເມີດ ຈະຖືກນໍາຕົວໄປຈໍາກັດບໍລິເວນ ຢູ່ສູນ ຫຼື ໂຮງແຮມຈໍາກັດບໍລິເວນຂອງ ນະຄອນຫຼວງວຽງຈັນ ຕາມລະບຽບການທາງການແພດ ແລະ ໃຫ້ຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນ ດ້ວຍຕົນເອງທັງຫມົດ, ຍົກເວັ້ນເຈົ້າຫນ້າທີ່ ແລະ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດເມືອງ-ບ້ານ; ຫ້າມຄົນ ເຂົ້າ-ອອກ ໂດຍໃຫ້ຈັດຕັ້ງການປ້ອງກັນເວນຍາມ ແລະ ຕັ້ງຈຸດກວດກາ ເພື່ອຄວບຄຸມ ເຂດ/ບ້ານແດງ

2 ຕະຫຼອດ 24 ຊົ່ວໂມງ ພາຍໃນ 14 ວັນ ຢ່າງເຂັ້ມງວດ. ພ້ອມກັນນັ້ນ ກໍ່ໃຫ້ອໍານວຍຊ່ວຍເຫຼືອ ເພື່ອບໍລິການຈັດຊື້ສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນໃຫ້ຄອບຄົວທີ່ມີຄວາມຫຍຸ້ງຍາກ ຢູ່ເຂດ/ບ້ານແດງ;
3 ຫ້າມຈັດກອງປະຊຸມ, ຝຶກອົບຮົມ, ງານບຸນປະເພນີ ແລະ ກິດຈະກໍາອື່ນໆ ຢ່າງເດັດຂາດ;
4 ປິດຮ້ານຂາຍຍົກ-ຂາຍຍ່ອຍ, ສູນການຄ້າ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ເຂດບ້ານແດງ, ພ້ອມກັນນັ້ນ ກໍ່ໃຫ້ປະຕິບັດມາດຕະການ ຫ້າມປີດ ທົ່ວໄປ ອຶ່ນໆຕາມທີ່ໄດ້ກໍານົດໄວ້ 2.4 ແລະ 2.5 ຂອງຄໍາສັ່ງສະບັບນີ້;

.

5 ຫ້າມໄປເຄື່ອນໄຫວອອກກໍາລັງກາຍ ຕາມສວນສາທາລະນະຕ່າງໆ ລວມທັງຫຼິ້ນກິລາກ໊ອຟໃນເຂດບ້ານແດງ;
6 ປິດໂຮງຈັກ-ໂຮງງານ ໃນເຂດບ້ານແດງ, ຍົກເວັ້ນໂຮງງານທີ່ມີພັກ, ມີລົດຮັບສົ່ງກໍາມະກອນສະເພາະ ແລະ ຮັບປະກັນໃນການປະຕິບັດມາດຕະການທາງການແພດ ຢ່າງເຂັ້ມງວດ;
7 ນໍາເອົາຜູ້ຕິດເຊື້ອໄປປິ່ນປົວ ແລະ ນໍາເອົາຜູ້ສໍາຜັດໃກ້ຊິດມາກວດຫາເຊື້ອ ແລະ ຈໍາກັດບໍລິເວນໂດຍໄວ; ອະນາໄມພົ່ນຢາຂ້າເຊື້ອ ຕາມສະຖານທີ່ເຮັດວຽກ ແລະ ທີ່ພັກອາໃສຂອງຜູ້ຕິດເຊື້ອ; ດໍາເນີນການໃຫ້ວັກຊີນເຄື່ອນທີ່ ແກ່ບຸກຄົນ ທີ່ຍັງບໍ່ທັນໄດ້ຮັບວັກຊິນ;

8 ໂຄສະນາປະຊາສໍາພັນ, ໃຫ້ຂໍ້ມູນຂ່າວສານ ແລະ ຄໍາແນະນໍາ ກ່ຽວກັບການປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກ ຢ່າງທົ່ວເຖີງ:
9 ສໍານັກງານ, ຫ້ອງການ ທີ່ຕັ້ງຢູ່ໃນພື້ນທີ່ກໍານົດເຂດແດງ ທີ່ມີຄວາມຈໍາເປັນຕ້ອງປະຈໍາການ ໃຫ້ປະຕິບັດມາດຕະ – ການທາງການແພດ ຢ່າງເຂັ້ມງວດ;
10 ອະນຸຍາດໃຫ້ເປີດຫ້ອງການບ້ານ, ປກສ ກຸ່ມບ້ານ, ສຸກສາລາ ແລະ ຮ້ານຂາຍຢາ. 5. ໃຫ້ຊາວນຕອນຫຼວງວຽງຈັນ ຍົກສູງສຕິຄວາມເປັນເຈົ້າການຕົນເອງ ໃນການຄຸ້ມຄອງ ແລະ ແນະນໍາສະມາຊິກຄອບຄົວ ປະຕິບັດມາດຕະການປ້ອງກັນ ແລະ ຕິດຕາມສຸຂະພາບຕົນເອງ