ນະຄອນຫຼວງເດັດຂາດ ໃຜມັກຊຸມແຊວຕ້ອງອ່ານ

742

ພາຍຫຼັງນະຄອນຫຼວງວຽງຈັນກັບມາມີການລະບາດໃນຊຸມຊົນ ເຊິ່ງຕອນນີ້ມີຫຼາຍບ້ານຖືກກຳນົດເປັນເຂດແດງ ແລະ ເພື່ອຄວາມປອດໄພ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກຄຳສັ່ງໃໝ່ສະບັບເລກທີ 015/ຈນວ ລົງວັນທີ 30 ສິງຫາ 2021 ອອກຫຼາຍມາດຕະການ ວ່າດ້ວຍການເພີ່ມທະວີການປ້ອງກັນ ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ໃນນັ້ນໄດ້ເນັ້ນໜັກກຸ່ມທີ່ມັກຊຸມແຊວຈະປະຕິບັດມາດຕະການຂັ້ນເດັດຂາດ.

ເພື່ອເປັນການແກ້ໄຂການລະບາດພາຍໃນຊຸມຊົນໃຫ້ນັບມື້ຫຼຸດລົງ ແລະໝົດໄປ ນະຄອນຫຼວງວຽງຈັນ ຫ້າມບຸກຄົນທີ່ຢູ່ໃນເຂດ/ບ້ານແດງຂອງນະຄອນຫຼວງວຽງຈັນ ອອກໄປຕ່າງແຂວງ ແລະ ຫ້າມບຸກຄົນຈາກ ເຂດ/ບ້ານແດງຂອງຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຍົກເວັ້ນ ຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.


ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ຜູ້ທີ່ລະເມີດ ຈະຖືກນໍາຕົວໄປຈໍາກັດບໍລິເວນ ຢູ່ສູນ ຫຼື ໂຮງແຮມຈໍາກັດບໍລິເວນ ຂອງນະຄອນຫຼວງວຽງຈັນ ຕາມລະບຽບການທາງການແພດ, ພ້ອມທັງຖືກປັບໄຫມ ແລະ ຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນ ດ້ວຍຕົນເອງທັງຫມົດ.

ຫ້າມຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກໍາຕ່າງໆເກີນ 20 ຄົນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.


ພ້ອມນິ້ກໍ່ຫ້າມເປີດຮ້ານຄາຣາໂອເກະ, ສະຖານບັນເທິງ, ສະຖານທີ່ທ່ອງທ່ຽວ, ຕະຫຼາດກາງຄືນ, ສວນອາຫານ, ຮ້ານກິນ-ດື່ມ
(ລວມທັງຮ້ານປະເພດປີ້ງຕ່າງໆ ທີ່ມີການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ), ໂຮງສາຍຮູບເງົາ, ຮ້ານສະນຸກເກີ, ຮ້ານນວດ, ຮ້ານສະປາ, ຮ້ານເສີມຄວາມງາມ, ຮ້ານອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ;  ຫ້າມເປີດສູນກິລາໃນຮົ່ມ – ກາງແຈ້ງ ເປັນຕົ້ນແມ່ນ: ສູນອອກກໍາລັງກາຍ, ເດີ່ນດອກປີກໄກ່, ເດີ່ນບານເຕະ, ເດີ່ນເປຕັ້ງ, ສະຫນາມຕີມວຍ, ສະລອຍນໍ້າ, ສັງວຽນຕີໄກ່ ແລະ ກິລາປະເພດອື່ນໆ ທີ່ຮ່າງກາຍສໍາຜັດກັນ.


ຫ້າມພາຫະນະສັນຈອນ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 22:00 ໂມງ – 05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະລົດຂອງເຈົ້າຫນ້າທີ່ປະຕິບັດງານ.
ຫ້າມສວຍໂອກາດກັກຕູນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ, ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ຊີວິດປະຈໍາວັນ ຢ່າງເດັດຂາດ; ຫ້າມໂຄສະນາເຜີຍແຜ່, ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ຜ່ານສື່ຕ່າງໆ ທີ່ເຮັດໃຫ້ເກີດຄວາມເຂົ້າໃຈຜິດ ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບດ້ານລົບຕໍ່ສັງຄົມ.


ປີດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ໃນທົ່ວນະຄອນຫຼວງວຽງຈັນ; ປິດການຂົນສົ່ງໂດຍສານ ຜ່ານດ່ານສາກົນຂົວມິດຕະພາບ ລາວ-ໄທ 1, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະໃຫ້ປິດການຮຽນ-ການສອນ ທຸກຊັ້ນ, ທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາ, ສ້າງຄູ ແລະ ການສຶກສາຊັ້ນສູງ ຢູ່ນະຄອນຫຼວງວຽງຈັນ.