4 ສັນຍານອັນຕະລາຍ “ ຄວາມດັນເລືອດສູງ ” ພ້ອມວິທີຫຼຸດຄວາມດັນທີ່ໄດ້ຜົນ

815

ປັບປ່ຽນພຶດຕິກຳການໃຊ້ຊີວິດໃຫ້ເໝາະສົມ ຊ່ວຍຫຼຸດ ຄວາມສ່ຽງຫ່າງໄກພະຍາດ ຄວາມດັນເລືອດສູງໄດ້.

ສັນຍານອັນຕະລາຍ “ ຄວາມດັນເລືອດສູງ ”

ໃນກໍລະນີທີ່ມີຄວາມດັນເລືອດສູງຫຼາຍຄົນເຈັບອາດຈະມີອາການທີ່ສະແດງໃຫ້ເຫັນໄດ້ດັ່ງນີ້:

May be an image of 2 people and text

1 ປວດ ຫຼື ມຶນຫົວບໍລິເວນງ່ອນ

2 ວິນຫົວ

3 ແໜ້ນໜ້າເອິກ

4 ປຸ້ນທ້ອງ ປວດຮາກ

ອັນຕະລາຍຂອງຄວາມດັນເລືອດສູງ ຖ້າຫາກບໍ່ຟ້າວປິ່ນປົວ

ຜູ້ມີຄວາມດັນເລືອດສູງຊ້ຳເຮື້ອທີ່ບໍ່ສາມາດຄວບຄຸມຄວາມດັນເລືອດໃຫ້ຢູ່ໃນລະດັບປົກກະຕິເປັນໄລຍະເວລາດົນ ອາດສົ່ງຜົນໃຫ້ເກີດພາວະແຊກຊ້ອນຕໍ່ອະໄວຍະວະສຳຄັນ ເຊັ່ນ:

May be a closeup of 1 person

ກ້າມຊີ້ນຫົວໃຈໜາຂຶ້ນ

ຫຼອດເລືອດແດງແຂງ

ຈໍປະສາດຕາເສື່ອມ

ໝາກໄຂ່ຫຼັງເສື່ອມ

ພະຍາດຫຼອດເລືອດສະໝອງ ເຊິ່ງເປັນພາວະແຊກຊ້ອນທີ່ອັນຕະລາຍຢ່າງຍິ່ງ

ສ່ຽງຕໍ່ການເກີດອຳມະພາດ

ພະຍາດກ້າມຊີ້ນຫົວໃຈຂາດເລືອດ

ພະຍາດຫຼອດເລືອດແດງສ່ວນປາຍຕີບຕັນ

ຫົວໃຈຫຼົ້ມແຫຼວ

May be an image of 1 person and text

ຖ້າຫາກວ່າມີພາວະຄວາມດັນເລືອດສູງດົນໆ ບໍ່ໄດ້ຮັບການປິ່ນປົວຢ່າງສະໝ່ຳສະເໝີ ແລະ ຖືກຕ້ອງເໝາະສົມ ຫົວໃຈຕ້ອງເຮັດວຽກໜັກຫຼາຍຂຶ້ນ ກ້າມຊີ້ນຂອງຫົວໃຈຈະໜາຂຶ້ນ ຫົວໃຈຈະໃຫຍ່ຂຶ້ນ ອາດເຮັດໃຫ້ຫົວໃຈເຕັ້ນຜິດຈັງຫວະ ຫຼື ເກີດພາວະຫົວໃຈຫຼົ້ມແຫຼວໄດ້. ດັ່ງນັ້ນ, ເຮົາຄວນໃຫ້ຄວາມສຳຄັນກັບການເກີດພາວະຄວາມດັນເລືອດສູງ ການປ້ອງກັນ ແລະ ການປິ່ນປົວາ ເພື່ອທີ່ຈະສາມາດຊະລໍການເກີດພາວະແຊກຊ້ອນຕ່າງໆ.

ປັດໄຈສ່ຽງພະຍາດຄວາມດັນເລືອດສູງ

ຄວາມດັນເລືອດສູງມັກຈະພົບເຫັນຮ່ວມກັບປັດໄຈສ່ຽງອື່ນໆຂອງກຸ່ມອາການຜິດປົກກະຕິທາງເມຕາບໍລິຊຶມ ເຊັ່ນ:

ໄຂມັນໃນເລືອດສູງ ຫຼື ລະດັບນ້ຳຕານໃນເລືອດສູງ

ຂາດການອອກກຳລັງກາຍ

ພະຍາດຕຸ້ຍ

ມີພາວະຄຽດຊ້ຳເຮື້ອ

ດື່ມເຄື່ອງດື່ມແອວກໍຮໍ

ສູບຢາ

ຮັບປະທານອາຫານທີ່ມີລົດຊາດເຄັມເປັນປະຈຳ

ນອກຈາກນີ້, ພະຍາດຄວາມດັນເລືອດສູງອາດມີສາເຫດມາຈາກພາວະໝາກໄຂ່ຫຼັງວາຍ ເນື້ອງອກຂອງຕ່ອມໝວກໝາກໄຂ່ຫຼັງ, ພະຍາດຕ່ອມໄທຣອຍ ຫຼື ຕ່ອມພາຣາໄທຣອຍ ພະຍາດທາງເດີນຫາຍໃຈຖືກອັດຕັນຂະນະນອນຫຼັບ ຫຼື ການໃຊ້ຮໍໂມນບາງຊະນິດ.

ວິທີຮັກສາພະຍາດຄວາມດັນເລືອດສູງ

ໃນການຮັກສາຄົນເຈັບພະຍາດຄວາມດັນເລືອດສູງ ຄວນມີການປະເມີນຄວາມສ່ຽງໃນການເກີດພະຍາດຫຼອດເລືອດຫົວໃຈ ແລະ ຜົນກະທົບຕໍ່ອະໄວຍະວະຕ່າງໆ ທີ່ເປັນຜົນມາຈາກຄວາມດັນເລືອດສູງເປັນໄລຍະເວລາດົນ ເຊັ່ນ: ກ້າມຊີ້ນຫົວໃຈໜາ, ພາວະຫຼອດເລືອດແດງແຂງ, ໝາກໄຂ່ຫຼັງເສື່ອມ ຫຼື ມີໂປຣຕິນຮົ່ວໃນຍ່ຽວ ແລະ ຈໍປະສາດຕາເສື່ອມຈາກຄວາມດັນເລືອດສູງ.

ດັ່ງນັ້ນ, ເພື່ອປ້ອງກັນການເກີດພະຍາດຄວາມດັນເລືອດສູງ ເຮົາຄວນເບິ່ງແຍງຕົນເອງປັບປ່ຽນພຶດຕິກຳການໃຊ້ຊີວິດໃຫ້ເໝາະສົມ ໂດຍການງົດສູບຢາ ແລະ ເຄື່ອງດື່ມແອວກໍຮໍທຸກຊະນິດ ຫັນມາໃສ່ໃຈສຸຂະພາບໂດຍການອອກກຳລັງກາຍໃຫ້ເໝາະສົມ ຮູ້ຈັດເສີມສ້າງສຸຂະພາບຈິດທີ່ດີເປັນຫົນທາງສູ່ການມີສຸຂະພາບດີ ຍ່ອມຊ່ວຍໃຫ້ຕົວເຮົາຫ່າງໄກຈາກພະຍາດຄວາມດັນເລືອດສູງໄດ້ເຊັ່ນກັນ.

ທີ່ມາ: https://www.sanook.com/health/30165/