ທິບພະຈັນ ດາວຍິງສູງສຸດບານເຕະທົ່ວປະເທດ ຕິດທີມຊາດ ຢູ 23 ລາວຄັ້ງທໍາອິດລຸ້ນຕິດ 23 ຄົນສຸດທ້າຍ

713

ທິບພະຈັນ ຄຳໃບອ່ອນ ກອງໜ້າດາວເດັ່ນຈາກແຂວງຈໍາປາສັກ ເຊິ່ງເປັນດາວຍິງສູງສຸດໃນການແຂ່ງຂັນບານເຕະທົ່ວປະເທດ 2020 ແລະ ພາທີມປະສົມແຂວງຈໍາປາສັກ ຄວ້າແຊັມໄປຄອງ ຫຼ້າສຸດຂຶ້ນມານະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍ ເພຶື່ອເຂົ້າສູນຝຶກຊ້ອມແລ້ວ ຫຼັງມີຊື່ຕິດ ຢູ 23 ລາວ 1 ໃນ 34 ລາຍຊື່ນັກເຕະຄັ້ງທໍາອິດ ແລະ ຕ້ອງລຸ້ນຕິດ 1 ໃນ 23 ນັກເຕະໄປຮ່ວມການແຂ່ງຂັນບານເຕະລະດັບອາຊີ.

ທິບພະຈັນ ຖືກເອີ້ນເຂົ້າຮ່ວມຝຶກຊ້ອມກັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ໃນຈໍານວນນັກເຕະທັງໝົດ 34 ຄົນ ເພື່ອຄັດເອົາ 23 ຄົນສຸດທ້າຍເຂົ້າຮ່ວມ ການແຂ່ງຂັນບານເຕະຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ ( AFC U23 Asian Cup Uzbekistan 2022 ) ກຸ່ມ J ປະກອບມີ: ທີມຊາດໄທ, ທີມຊາດມາເລເຊຍ, ທີມຊາດລາວ ແລະ ທີມຊາດມົງໂກລີ ( ເຈົ້າພາບ ) ລະຫວ່າງວັນທີ 23 – 31 ຕຸລາ 2021.

ແນ່ນອນໃນຈໍານວນ 34 ລາຍຊືນັກເຕະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີຄັ້ງນີ້ ໃນຕໍາແໜ່ງກອງໜ້າເຊິ່ງເປັນຕໍາແໜ່ງຂອງ ທິບພະຈັນ ມີ 5 ຄົນຄື: ວິສິດ ບຸນປະເສີດ ຈາກແຂວງສາລະວັນ, ເອກກະໄມ ລາດຊະຈັກ ຈາກແຂວງສະຫວັນນະເຂດ, ທິບພະຈັນ ຄຳໃບອ່ອນ ຈາກແຂວງຈຳປາສັກ, ໂຈນີ ແຫວນປະເສີດ ຈາກສະໂມສອນ ເອັສຣາ ເອັຟຊີ ແລະ ຕີ ສີຫາລາດ ຈາກສະໂມສອນ ກອງທັບ ເອັຟຊີ.

ທິບພະຈັນ ເປີດເຜີຍຕໍ່ ທີມຂ່າວເສດຖະກິດ-ການຄ້າ ພວກເຮົາເມື່ອທ້າຍອາທິດ ທີ່ຜ່ານມາວ່າ: ເປັນອີກໜຶ່ງຄວາມພາກພູມໃຈທີ່ໄດ້ຖືກເອີ້ນມາຮັບໃຊ້ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເຊິ່ງຄັ້ງນີ້ເປັນຄັ້ງທໍາອິດກັບທີມຊາດລາວ ຢູ 23 ເພາະທີ່ຜ່ານມາແມ່ນເຄີຍຕິດທີມຊາດລາວ ຢູ 19 ຫຼ້າສຸດນ້ອງໄດ້ເດີນທາງເຂົ້າສູນຝຶກຊ້ອມມາຕັ້ງແຕ່ວັນທີ 21 ສິງຫາ ທີ່ຜ່ານ ແລະ ກໍໄດ້ຊ້ອມກັບເພື່ອນຮ່ວມທີມນັບແຕ່ນັ້ນມາ.

“ ໃນອານາຄົດນ້ອງຕັ້ງຄວາມຝັນໄວ້ເລີກໆກະຢາກຫຼິ້ນໃຫ້ທີມຊາດລາວ ຊຸດໃຫຍ່ ຖ້າມີໂອກາດ ແລະ ຕ້ອງຝືກຊ້ອມໃຫ້ພັດທະນາໂຕເອງໄປເລື້ອຍໆ ເຊັ່ນດຽວກັບປັດຈຸບັນທີ່ນ້ອງມີຊື່ຕິດ 1 ໃນ 34 ນັກເຕະທີມຊາດລາວ ຢູ 23 ເປັນຄັ້ງທໍາອິດ ເຊິ່ງກໍເປັນອີກໜຶ່ງກ້າວສູ່ຊຸດໃຫຍ່. ຢ່າງໃດກໍຕາມ ນ້ອງຈະເຮັດໃຫ້ດີທີ່ສຸດ ແລະ ຝຶກຊ້ອມຢ່າງເຂັ່ງຄັດ ເພື່ອຕິດ 1 ໃນ 23 ນັກເຕະຄົນສຸດທ້າຍ ເພື່ອໄປຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ ” ທິບພະຈັນ ກ່າວ.

ສໍາລັບ ທິບພະຈັນ ຄໍາໃບອ່ອນ ເກີດວັນທີ 2 ເດືອນສິງຫາ 2004 ເລີ່ມຫຼິ້ນບານເຕະແຕ່ຍັງນ້ອຍອາຍຸ 7 ປີຕາມບ້ານເກີດ ກ່ອນທີ່ຈະໄດ້ຫຼິ້ນໃຫ້ກັບທີມໂຮງຮຽນຕອນຕົ້ນມັດທະຍົມ ບ້ານກາງ ນະຄອນປາກເຊ ແຂວງຈໍາປາສັກ, ຈົນມາເຖິງປີ 2014 ໄດ້ຕິດທີມອາຄາເດມີ ໄອດີຊີ ຈຳປາສັກ ຮຸ່ນອາຍຸບໍ່ເກີນ 10, 12, 14 ແລະ 17 ປີ.

ສ່ວນຜົນງານຫຼ້າສຸດຂອງ ທິບພະຈັນ ແມ່ນກາຍເປັນນັກເຕະດາວເດັ່ນຊາວແຂວງຈໍາປາສັກ ແຈ້ງເກີດໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິກ 2020 ລົງສະໜາມ 7 ນັດຍິງໄດ້ 5 ປະຕູຄວ້າດາວຍິງສູງສຸດຮ່ວມກັບ ສັງວອນ ພິມມະເສນ ກອງໜ້າປະສົບການສູງຂອງທີມແຂວງຈໍາປາສັກ ໂດຍສະເພາະນັດຊີງຊະນະເລີດ ທິບພະຈັນ ຍິງປະຕູໄລ່ຕີສະເໝີ ຫຼວງພະບາງ 1-1 ກ່ອນຈະໄປຕັດສິນໃນການດວນຈຸດໂທດ ແລະ ເປັນ ຈໍາປາສັກ ເອົາຊະນະຄວ້າແຊັມໄປຄອງ.
ຂ່າວ: ຫຼ້າ MKP; ຮູບ: ສອນໄຊ