ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານປຸງແຕ່ງຢາງພາລາ ຂອງ ບໍລິສັດ ຫຸ້ນສ່ວນພັດທະນາກາວຊູເຢົ້າຕຽນ ຫວຽດລາວ ຈຳກັດຜູ້ດຽວ ຢູ່ເຂດ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນຳພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ, ໂດຍການຕ້ອນຮັບຂອງ ທ່ານ ຮິງ ທັນ ຕຸງ ຜູ້ອຳນວຍການ ບໍລິສັດ ຫຸ້ນສ່ວນພັດທະນາກາວຊູເຢົ້າຕຽນ ຫວຽດລາວ ຈຳກັດຜູ້ດ່ຽວ ເມື່ອອາທິດຜ່ານມາ.

ທ່ານ ຮິງ ທັນ ຕຸງ ໄດ້ແນະນຳໂດຍຫຍໍ້ ກ່ຽວກັບບໍລິສັດ ໃຫ້ຮູ້ວ່າ: ໂຮງງານປຸງແຕ່ງຢາງພາ ລາ ເຢົ້າຕຽນ ຫວຽດລາວ ແມ່ນຕັ້ງຢູ່ບ້ານຂັນລາຍ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ບໍລິ ສັດ ຫຸ້ນສ່ວນພັດທະນາກາວຊູເຢົ້າຕຽນ ຫວຽດລາວ ຈຳກັດຜູ້ດ່ຽວ ແມ່ນມີ ສຳນັກງານ ຕັ້ງຢູ່ຫລັກ 10 ບ້ານໜອງນໍ້າຂາວ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ມີ 04 ນິຄົມ, 1 ໝ່ວຍຜະລິດ ແລະ ໂຮງງານປຸງແຕ່ງຢາງພາລາຈໍາປາສັກ. ດ້ວຍໃບອະນຸຍາດລົງທຶນຕ່າງປະເທດ ເລກທີ 060-07/ຄຜທ ລົງວັນທີ 14/06/2007 ຂອງຄະນະກໍາມະການແຜນການ ແລະ ການລົງທຶນ ກະຊວງແຜນການ ແລະ ການລົງທຶນ ດ້ວຍທຶນທັງໝົດ 43.000.000 ໂດລາ, ທຶນຈົດທະບຽນ 12.900.000 ໂດລາ.

ບໍລິສັດ ໄດ້ດໍາເນີນກິດຈະການ: ປູກ, ບົວລະບັດ ແລະ ປຸງແຕ່ງຢາງພາລາ ເພື່ອສົ່ງອອກ ໃນເນື້ອທີ່ສວນທັງໝົດ 6 ພັນກວ່າເຮັກຕາ. ໃນນັ້ນ: ເນື້ອທີ່ຢູ່ແຂວງຈຳປາສັກ ມີ 5 ພັນກວ່າ ເຮັກຕາ ແລະ ແຂວງສາລະວັນມີ 1 ເຮັກຕາ. ເນື້ອທີ່ສວນທໍາການຂີດຢາງ ມີ 6.234,69 ເຮັກຕາ, ເນື້ອທີ່ຍັງທັນໄດ້ເປີດປາກຂີດ 284,56 ເຮັກຕາ ແລະ ເນື້ອທີ່ຢຸດເຊົາບົວລະບັດ 203,41 ເຮັກຕາ. ມີ ປະລິມານນ້ຳຢາງຂີດໄດ້ແຕ່ລະປີສະເລ່ຍ 10.000 ໂຕນ/ປີ. ໂຮງງານປຸງແຕ່ງຢາງພາລາຈຳປາສັກ ປະກອບມີ 2 ສາຍພານ, ຊຶ່ງມີກໍາລັງການຜະລິດ 9.000 ໂຕນ/ປີ; ມີລະບົບສະໜອງນ້ຳ ແລະ ລະບົບບຳບັດນ້ຳເສຍ ທີ່ໄດ້ມາດຕະຖານຮັບປະກັນດ້ານສິ່ງແວດລ້ອມ.

ບໍລິສັດ ຫຸ້ນສ່ວນພັດທະນາກາວຊູເຢົ້າຕຽນ ຫວຽດລາວ ຈຳກັດຜູ້ດ່ຽວ ມີ ພະນັກງານ ກຳມະ ກອນ ທັງໝົດມີ 1.741 ຄົນ, ໃນນັ້ນ ແຮງງານຄົນຫວຽດນາມ 160 ຄົນ ແລະ ແຮງງານຄົນລາວ 1.581 ຄົນ. ນອກຈາກນັ້ນ, ຕະຫລອດໄລຍະດຳເນີນໂຄງການ ບໍລິສັດໄດ້ປະກອບສ່ວນດ້ານສາທາລະປະໂຫຍດໃຫ້ແກ່ທ້ອງຖິ່ນ ໃນເຂດໂຄງການ ເປັນຕົ້ນ ດຶ່ງຕະຂາຍໄຟຟ້າ, ເອົາໄຟຟ້າເຂົ້າບ້ານ, ເຈາະນ້ຳບາດານ, ເຮັດເສັ້ນທາງ, ປະກອບສ່ວນອຸປະຖຳອື່ນໆ ລວມເປັນມູນຄ່າປະມານ 6 ຕື້ກີບ.
ຂ່າວ: ທັດຊະນະ