ອຸດົມໄຊພົບ ສະຖານບໍລິການຫຼາຍແຫ່ງລະເມີດຕໍ່ມາດຕະການຂອງຄະນະສະເພາະກິດ

328

ໃນສະພາບການທີ່ສັງຄົມກຳລັງຢູ່ໃນຄວາມເປັນຫ່ວງຕໍ່ສຸຂະພາບ ອັນເປັນສາເຫດມາຈາກພະຍາດໂຄວິດ-19 ລັດຖະບານກໍ່ຄືຄະນະສະເພາະກິດໄດ້ອອກມາດຕະການຫຼາຍຂໍ້ເປັນແຕ່ລະໄລຍະມາໃຫ້ພວກເຮົາໄດ້ພ້ອມກັນຈັດຕັ້ງປະຕິບັດ ອັນສຳຄັນແມ່ນເພື່ອຮັກສາໄລຍະຫ່າງທາງສັງຄົມທີ່ເປັນຄວາມສ່ຽງຕໍ່ການຕິດເຊື້ອ ແຕ່ຈາກຄວາມເປັນຈີງແລ້ວຍັງມີບາງພາກສ່ວນບໍໃຫ້ຄວາມຮ່ວມມືເປັນຕົ້ນບັນດາສະຖານບໍລິການ ເຊິ່ງແຂວງອຸດົມໄຊໄດ້ກວດພົບຫຼາຍແຫ່ງ.


ໃນວັນທີ 25-26 ສິງຫາ ນິ້ ທີມງານຄະນະສະເພາະກິດພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ຂະແໜງການທີ່ກ່ຽວ ຂ້ອງນໍາໂດຍ ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖວທແຂວງ, ມີບັນດາພະນັກງານຂະແໜງທ່ອງທ່ຽວ, ຂະແໜງວັດທະນະທໍາ ໄດ້ສົມທົບກັບສອງກໍາລັງ ເຈົ້າໜ້າທີ່ຕໍາຫຼວດ, ທະຫານແຂວງ ໄດ້ລົງຕິດຕາມກວດກາ ໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ຂອງບັນດາຫົວໜ່ວຍທຸລະກິດບໍລິການຮ້ານອາຫານ, ຮ້ານກິນດື່ມ ຮ້ານບັນເທີງ ແລະ ຮ້ານຄາຮາໂອເກະ.


ຜ່ານການຕິດຕາມພົບເຫັນວ່າ: ຍັງມີຫຼາຍຮ້ານທີ່ລະເມີດ ແລະ ຝືນຕໍ່ແຈ້ງການທີ່ຄະນະສະເພາະກິດວາງອອກ ໂດຍມີການລັກເປີດຮ້ານບໍລິການໃຫ້ແກ່ແຂກນັ່ງດື່ມເຫຼົ້າ-ເບຍ, ມີສາວເສີບ, ສາວບໍລິການ ແລະ ການບໍລິການຂາຍປີ້ງ-ຂາຍຈີ່ ຢູ່ລຽບຕາມແຄມທາງ, ບໍ່ມີການຕັ້ງຈຸດກວດວັດແທກອຸນຫະພູມ ບໍ່ມີອ່າງລ້າງມື, ເຈວລ້າງມື,ບາງຄົນບໍ່ໃຊ້ຜ້າອັດປາກ-ອັດດັງ.
ພ້ອມນີ້ຍັງບໍ່ມີການຈັດໄລຍະຫ່າງຂອງໂຕະ ຕັ່ງ, ການຈໍາກັດຄົນເຂົ້າຮ້ານ ແລະ ຍັງມີບາງຮ້ານເຫັນວ່າ ເອກະສານຍັງບໍ່ທັນຖືກຕ້ອງຕາມລະບຽບການແລ້ວລັກເປີດ ມີລັກສະນະແບບຊຸມແຊວເປັນຈໍານວນຄົນຫຼາຍ ບໍ່ເປັນໄປຕາມແຈ້ງການຄໍາແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ-ກະຊວງ,ແຂວງ ແລະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ຄືໃຫ້ປິດຮ້ານຊົ່ວຄາວ.


ດັ່ງນັ້ນ ທາງພະນັກງານເຈົ້າໜ້າທີ່ໄດ້ອະທີບາຍ ກ່າວເຕືອນເຈົ້າຂອງຮ້ານຜູ້ປະກອບການຂໍໃຫ້ການຮ່ວມມື ແລະ ເປັນເຈົ້າການນໍາກັນ ໃນການປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ພ້ອມທັງເຮັດບົດບັນທຶກກັບເຈົ້າຂອງຮ້ານ ແນະນໍາໃຫ້ປິດຮ້ານຊົ່ວຄາວໃນບັນດາ ປະເພດຮ້ານປີ້ງ, ຮ້ານຈີ່, ຮ້ານເຝີຈໍານວນໜຶ່ງ ຖ້າຫາກວ່າຜູ້ກ່ຽວຍັງມີການລະເມີດບໍ່ປະຕິບັດມາດຕະການ ຫຼື ແຈ້ງການ, ຄໍາແນະນໍາຕ່າງໆທີ່ວາງອອກ ແມ່ນຈະໄດ້ປະຕິບັດຕາມກົດໝາຍຈະບໍ່ມີຂໍ້ຍົກເວັ້ນໃດໆ ແລະ ອາດສັ່ງຈະໂຈະບໍ່ໃຫ້ເປີດຮ້ານ ພ້ອມທັງປັບໃໝ ຕາມລະບຽບການ.
ຂ່າວ: ເງິນຫຼົງ ຈິດພູວົງ