ເຂົ້າໜົມປັງສຽບໄມ້ ສູດເຮັດກິນເຮັດຂາຍ ແຊບນຸ້ມ ຫວານ

706

ມື້ນີ້ຜູ້ຂຽນເຊື່ອວ່າຫຼາຍໆຄົນກໍຈະເຄີຍໄດ້ກິນກັນມາແດ່ແລ້ວ ເພາະເມນູນີ້ເປັນເມນູອາຫານວ່າງກິນຫຼິ້ນທັງເດັກນ້ອຍຈົນໄປຮອດຜູ້ໃຫຍ່ ເຊັ່ນຜູ້ຂຽນເອງນັ້ນກໍຄືເຂົ້າໜົມປັງປີ້ງສຽບໄມ້ ບ່ອນພິເສດກໍຄືການທີ່ເອົາເຂົ້າໜົມປັງມາປາດເປັນປ່ຽງແລ້ວສຽບໄມ້ປີ້ງນີ້ເອງ ເພາະຈະເຮັດໃຫ້ກິນງ່າຍ ແລະ ບໍ່ເປື້ອນໜຽວມືພ້ອມ ເມນູນີ້ເຮັດກິນກໍງ່າຍ ເຮັດຂາຍກໍດີ ໃຜທີ່ຢາກເຮັດຂາຍກໍນຳເອົາສູດນີ້ໄປເຮັດຂາຍກັນເລີຍ.

May be an image of food and indoor

ວັດຖຸດິບ:

ເຂົ້າໜົມປັງ 1 ແຖວ ( 1 ກ້ອນໃຫຍ່ )

ເນີຍສົດລົດເຄັມ 125 ກຣາມ ( ເນີຍເຢັນທີ່ອ່ອນ )

ນ້ຳຕານ 50 ກຣາມ

ໄມ້ສຽບລູກຊີ້ນ ( ສຽບເຂົ້າໜົມປັງ )

ຊັອດຊັອກໂກແລັດ ຫຼື ນົມຂຸ້ນຫວານ

ວິທີເຮັດເຂົ້າໜົມປັງປີ້ງສຽບໄມ້:

May be an image of dessert

ໃສ່ເນີຍສົດລົດເຄັມລົງໃນພາຊະນະປະສົມ ຕີຈົນສີອ່ອນລົງ.

ໃສ່ນ້ຳຕານລົງໄປຕີໃຫ້ເຂົ້າກັນ.

ຕັດແບ່ງເຂົ້າໜົມປັງໂດຍຕັດຂອບເຂົ້າໜົມປັງອອກ ແບ່ງເຄິ່ງທາເນີຍແລ້ວສຽບໄມ້ແລ້ວປີ້ງໃສ່ເຕົາຖ່ານ ຫຼື ປີ້ງເທິງກະທະໄຟຟ້າກໍໄດ້.

ໃຊ້ໄຟອ່ອນປີ້ງໃຫ້ຄົບທຸກດ້ານຈົນເຫຼືອງງາມເປັນຕາແຊບ.

ແລ້ວເອົາມາລາດຊັອດຊັອກໂກແລັດ ຫຼື ນົມຂຸ້ນຫວານຕາມ ຄວາມມັກໄດ້ເລີຍ.

May be an image of dessert and indoor

ທີ່ມາ: https://cooking.kapook.com/view245589.html