ວັນນີ້ມີກໍລະນີຕິດເຊື້ອທັງໝົດ 195ຄົນ ມີໃນຊຸມຊົນ98 ຄົນ ໃນນີ້ມີນະຄອນຫຼວງວຽງຈັນ 12

654

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ29 ສິງຫາ ວ່າ: ວັນທີ 28 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.961 ຄົນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 195 ຄົນ.

ໃນນີ້ິ້ຕິດເຊື້ອໃນຊຸມຊົນເຖິງ 98 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ນະຄອນຫຼວງ 12 ຄົນ, ບໍ່ແກ້ວ 15 ຄົນ,ຫຼວງພະບາງ 4 ຄົນ, ຫຼວງນ້ຳທາ 2 ຄົນ, ອຸດົມໄຊ 2 ຄົນ, ວຽງຈັນ 1 ຄົນ, ຄຳມ່ວນ 5 ຄົນ, ສະຫວັນນະເຂດ 57 ຄົນ.ສ່ວນ ກໍລະນີນໍາເຂົ້າ ມີ 97 ຄົນ ຈາກ ນະຄອນຫຼວງ 1 ຄົນ, ໄຊຍະບູລີ 3 ຄົນ, ບໍລິຄຳໄຊ 7 ຄົນ, ຄຳມ່ວນ 9 ຄົນ, ສາລະວັນ 6 ຄົນ ແລະ ຈຳປາສັກ 71 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14.641 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.901 ຄົນ.

ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ນະຄອນຫຼວງວຽງຈັນ  12 ຄົນ ມີດັ່ງນີ້ ເມືອງຫາດຊາຍຟອງ ບ້ານທ່າເດື່ອ 2 ຄົນ, ບ້ານປາກເບັງ 1 ຄົນ ແມ່ນນອນໃນຈຸ້ມບ້ານໜອງແຫ້ວ-ສິມະໂນ ທີ່ກ່ຽວພັນກັບ ບລສ ເບຍລາວ-ເປັບຊີ.ເມືອງໄຊທານີ ມີບ້ານຈະເລີນໄຊ 2 ຄົນ, ບ້ານຕານມີໄຊ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read); ເມືອງນາຊາຍທອງ ມີບ້ານດົງຫຼວງ 1 ຄົນ, ບ້ານນາສ້ຽວ 1 ຄົນ, ບ້ານສີເກີດ 1 ຄົນ, ບ້ານໂພນແກ້ວ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read) ແລະ  ເມືອງສີສັດຕະນາກ  ມີບ້ານຈອມເພັດ 2 ຄົນ.

ສະຫວັນນະເຂດ 57 ຄົນ ມາຈາກ:ຈຸ້ມບ້ານ ໂພນສະຫວ່າງເໜືອ ມີ 19 ຄົນ ຊື່ງບ້ານນີ້ ເຄີຍໄດ້ລາຍງານໃນວັນທີ 26
ສິງຫາ ທີ່ຜ່ານມາ;ຈຸ້ມພະນັກງານຂັບລົດ ລັດຕະນະວົງ ແລະ ບໍລິສັດ ຂັບລົດຂົນສົ່ງ ມີ 08 ຄົນ; ຈຸ້ມບ້ານລັດຕະນະລັງສີ ມີ 08 ຄົນ;  ເຫຼືອນັ້ນ ແມ່ນ ແບບກະແຈກກະຈາຍ ໃນບ້ານເທດສະບານຂອງນະຄອນໄປສອນ

ສປປ ລາວເຮົາ ຍັງມີລາຍງານການຕິດເຊື້ອໃນຫຼາຍແຂວງ, ບາງແຂວງກໍ່ມີສັນຍານການຕິດເຊື້ອຢູ່ໃນຊຸມຊົນເປັນຕົ້ນແມ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ, ຫຼວງນ້ຳທາ, ອຸດົມໄຊ ແລະ ຄຳມ່ວນ ແລະ ອີກແຂວງຈຳນວນໜື່ງກໍ່ມີລາຍງານການຕິດເຊື້ອສູງ ເຊີ່ງສາເຫດມາຈາກແຮງງານລາວທີ່ກັບຄືນມາ ແລະ ພົບການຕິດເຊື້ອ.

ຕໍ່ສະພາບການດັ່ງກ່າວ ພັກ/ລັດຖະບານ ກໍ່ຄືຄະນະສະເພາະກິດທຸກຂັ້ນໄດ້ຕິດຕາມສະພາບດັ່ງກ່າວຢ່າງໃກ້ຊິດ ແລະ ໄດ້ສົ່ງທີມວີຊາການ ແລະ ຊ່ຽວຊານໄປຊ່ວຍໂດຍສະເພາະແຂວງທີ່ໄດ້ຮັບຜົນກະທົບໝັກຈາກການລະບາດໃນຄັ້ງນີ້, ນອກຈາກນີ້ກໍໄດ້ມີການຈັດສົ່ງອຸປະກອນການແພດ ແລະ ອຸປະກອນປ້ອງກັນຕົນເອງ, ຢາປີ່ນປົວໃຫ້ແກ່ບັນດາແຂວງ.