ກົມ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ເຊັນບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ 2 ໂຄງ​ການ ກັບອົງ​ການ CHAI ປະ​ຈຳ ສ​ປ​ປ ລາວ

0
423

ພິ​ທີ​ເຊັນບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ລະ​ຫວ່າງ ກົມ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ອົງ​ການ CHAI ປະ​ຈຳ ສ​ປ​ປ ລາວ ຈຳ​ນວນ 2 ໂຄງ​ການ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ສິງ​ຫານີ້ ທີ່ກົມ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ.

ຮ່ວມ​ລົງ​ນາມ​ໃນ​ຄັ້ງ​ນີ້​ມີ​ຄື ທ່ານ ຣັດ​ຕະ​ນະ​ໄຊ ເພັດ​ສຸ​ວັນ ຫົວ​ໜ້າ​ກົມ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ທ່ານ ກາ​ແຣັດ​ຍັງ ຫົວ​ໜ້າ​ໂຄງ​ການ CHAI ປະ​ຈຳ ສ​ປ​ປ ລາວ ໂດຍ​ຊ້ອງ​ໜ້າ​ມີ​ພະ​ນັກ​ງານ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ຈຸດ​ປະ​ສົງ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ເຊັນບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ລະ​ຫວ່າງ​ກົມ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ແລະ ອົງ​ການ CHAI ປະ​ຈຳ ສ​ປ​ປ ລາວ ຈຳ​ນວນ 2 ໂຄງ​ການ​ຄື: ໂຄງ​ການ​ເສີມ​ສ້າງ​ລະ​ບົບ​ການ​ຄວບ​ຄຸມ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ແລະ ເລັ່ງ​ລັດ​ການ​ກຳ​ຈັດ​ພະ​ຍາດ​ໄຂ້​​ມາ​ລາ​ເຣຍ ຢູ່ ສ​ປ​ປ ລາວ ແລະ ໂຄງ​ການ​ປັບ​ປຸງ​ແຜນ​ປະ​ຕິ​ບັດ​ງານ​ແຫ່ງ​ຊາດ​ທີ່​ສົມ​ບູນ​ແບບ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ອາດ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ຄວບ​ຄຸມ​ວັນ​ນະ​ໂລກ ເຊື້ອ​ເຮ​ສ​ໄອ​ວີ ພະ​ຍາດ​ເອດ ແລະ ພະ​ຍາດ​ຕິດ​ຕໍ່​ທາງ​ເພດ​ສຳ​ພັນ (ພ​ຕ​ພ) ຢູ່ ສປ​ປ ລາວ.


ສຳ​ລັບ​ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ຈະ​ໄດ້​​ປະ​ຕິ​ບັດ​ຢູ່​ໃນ ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ ແລະ ເມືອງ ຢູ່​ໃນ 5 ແຂວງ​ພາກພາກ​ໃຕ້​ຄື: ແຂວງ​ສາ​ລະ​ວັນ,​ ເຊກອງ, ຈຳ​ປາ​ສັກ, ອັດ​ຕະ​ປື, ສະ​ຫວັນ​ນະ​ເຂດ ແລະ ​ໜຶ່ງ​ເມືອງຄື​ ມືອງ​ບົວ​ລະ​ພາ ​ແຂວງຄຳ​ມ່ວນ ແມ່ນ​ເພື່ອ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເຕັກ​ນິກ​​ວິ​ຊາ​ການ​ຢູ່​ໃນ​ຂັ້ນ​ແຂວງ ແລະ ​ຂັ້ນເມືອງ.

 

LEAVE A REPLY

Please enter your comment!
Please enter your name here