ສູ້ສຸດໃຈແລ້ວ! ແກ່ນ ເທບທິດາ ໄປບໍ່ເຖິງຝັນຕົກຮອບຄັດເລືອກ ໃນພາຣາແລມປິກ 2020

0
533

ງານມະຫາກໍາກີລາ ພາຣາແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນມື້ນີ້ວັນທີ 29 ສິງຫາ 2021 ແກ່ນ ເທບທິດາ ເຊິ່ງເປັນນັກກີລາຈາກ ສປປ ລາວ ຄົນດຽວທີ່ໄດ້ເຂົ້າຮວມຊີງໄຊໃນຄັ້ງນີ້ ໃນກີລາແລ່ນ-ລານຄົນພິການປະເພດ T13 ລົງແຂ່ງຂັນກົງກັບເວລາໃນບ້ານເຮົາ 11 ໂມງມີຢູ່ 3 ກຸ່ມ ໂດຍແກ່ນ ຢູ່ກຸ່ມ 1 ຮ່ວມກັບນັກກີລາທີ່ມີສະຖິຕິທີ່ດີກວ່າ ດັ່ງຮູບລຸ່ມນີ້:

ຜ່ານການແຂ່ງຂັນກົດວ່າ: ແກ່ນ ອອກຕົວໄດ້ດີ, ແຕ່ບໍ່ສາມາດສູ້ກັບຄວາມໄວຂອງຄູ່ແຂ່ງທີ່ມີສະຖິຕິດີກວ່າຫຼາຍໄດ້ ກ່ອນເຂົ້າເສັ້ນໄຊອັນດັບສຸດທ້າຍຂອງກຸ່ມ ແລະ ຕົກຮອບໄປ, ສ່ວນອັນດັບ 1 ແລະ ອັນດັບ 2 ຂອງກຸ່ມນີ້ແມ່ນໄດ້ເຂົ້າຮອບຊີງຊະນະເລີດ ທີ່ຈະແຂ່ງຂັນໃນຕອນແລງມື້ນີ້ວັນທີ 29 ສິງຫາ 2021 (ອັນດັບໃນຮູບລຸ່ມນີ້ )

ສໍາລັບ ແກ່ນ ເທບທິດາ ເກີດວັນທີ 29 ພະຈິກ 1999 ທີ່ບ້ານລາດບວກ ເມືອງແປກ ແຂວງຊຽງຂວາງ ສູງ 170 ຊັງຕີແມັດ ແລະ ນໍ້າໜັກ 64 ກິໂລແມັດ ມີສະຖິິຕິການແລ່ນທີ່ດີທີ່ສຸດກ່ອນໜ້ານີ້ແມ່ນ 11,29 ວິນາທີ ຈົນຮອດປັດຈຸບັນຈາກການຜົນສໍາເລັດຂອງການຝຶກຊ້ອມຢ່າງໜັກ ເຮັດໃຫ້ ແກ່ນ ສາມາດສ້າງສະຖິຕິໃໝ່ 11,25 ວິນາທີໃນປະເພດ 100 ແມັດໃນປີ 2021 ເຊິ່ງຕິດອັນດັບທີ 10 ຂອງໂລກ ຖ້າທຽບໃສ່ສະຖິຕິດີທີ່ສຸດຂອງນັກກີລາແລ່ນ-ລານຄົນພິການໃນລະດັບໂລກປະຈໍາປີ 2021 ຈຸດນີ້ຈະເປັນອີກໜຶ່ງຄວາມໝັ້ນໃຈຂອງ ແກ່ນ ກ່ອນລົງແຂ່ງຂັນພາຣາແລມປິກຄັ້ງນີ້.

ສ່ວນຜົນງານ ຜົນງານທີ່ຜ່ານມາແມ່ນເຂົ້າຮ່ວມການແຂ່ງຂັນລະດັບອາຊີ ຄວ້າອັນດັບ 5 ທັງປະເພດ 100 ແມັດ ແລະ 200 ແມັດ. ນອກນັ້ນ, ຍັງເຄີຍເຂົ້າຮ່ວມຊີງແຊັມໂລກຢູ່ທີ່ນະຄອນຫຼວງດູໄບ ແມ່ນໄດ້ອັນດັບທີ 13. ຂະນະທີ່ ຜົນງານພາຍໃນປະເທດ ແມ່ນເຄີຍແຂ່ງເອົາຊະນະນັກກີລາແລ່ນ-ລານ ລາວທີ່ບໍ່ພິການ ແລະ ພິການມາຫຼາຍຄົນແລ້ວ.
ຂ່າວ: ຫຼ້າ MKP; ຮູບ: Ken Thepthida ແລະ Embassy of Japan in Laos

LEAVE A REPLY

Please enter your comment!
Please enter your name here