ຫວຽດນາມ ພົບກໍລະນີຕິດເຊື້ອໂຄວິດ-19 ເພີ່ມອີກ12.103 ຄົນ

319

ຕາມຂ່າວຈາກvov ໃຫ້ຮູ້ວ່າ: ຕອນຄ່ຳວັນທີ 28 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 27 ສິງຫາ ຫາ ເວລາ 18 ໂມງຂອງວັນທີ 28 ສິງຫາ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ – 19ໃໝ່ຕື່ມອີກ 12.103 ຄົນ, ໃນນັ້ນມີ 12.097 ຄົນ ຕິດເຊື້ອພາຍໃນປະເທດ, ປິ່ນປົວຫາຍດີ ມີ12.375 ຄົນ ແລະ ເສຍຊີວິດເພີ່ມ352 ຄົນ.


ໃນອນເຊົ້າວັນທີ 27 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ – 19 ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ລົງຢ້ຽມຢາມ, ກວດກາ, ຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ – 19ທີ່ໂຮງໝໍສາກົນ Becamex, ນະຄອນທ້ວນອານ ແຂວງບິ່ງເຢືອງ.

ທ່ານນາຍົກລັດຖະມົນຕີ ໄດ້ກວດກາພື້ນຖານໂຄງລ່າງ ແລະຕິດຕາມວຽກງານປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ – 19 ມີອາການໜັກຢູ່ທີ່ນີ້. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ພິຈາລະນາ, ຈັດສົ່ງບັນດາພະຍາບານອາສາສະໝັກຈາກຮ່າໂນ້ຍມາໜູນຊ່ວຍ.

ພາຍຫຼັງໄປກວດກາ, ທ່ານນາຍົກລັດຖະມົນຕີ ໄດ້ມີການເຮັດວຽກກັບການນຳແຂວງບິ່ງເຢືອງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຮອດວັນທີ 15 ກັນຍາ ແຂວງບິ່ງເຢືອງ ຕ້ອງມານະພະຍາຍາມນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ.