ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫລີ ເດີນທາງຢ້ຽມຢາມ ສປປລາວ

759

ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ, ພະນະທ່ານ ຈອງ ອຸຍຢອງ (H.E. Mr. Chung Eui-yong),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 28-29 ສິງຫາ 2021.

ໃນວັນທີ 28 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍລະຫວ່າງ ພະນະທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ແລະ ພະນະທ່ານ ຈອງ ອຸຍຢອງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫຼີ. ໃນໂອກາດນີ້, ພະນະທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງ ພະນະທ່ານ ລັດຖະມົນຕີຕ່າງປະເທດ ສ.ເກົາຫຼີ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ພະນະທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍ ພະນະທ່ານ ຈອງ ອຸຍຢອງ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດ ສ.ເກົາຫຼີຄົນໃໝ່ໃນເດືອນກຸມພາ 2021ຜ່ານມາ.

ໃນການພົບປະຄັ້ງນີ້, ສອງ​ຝ່າຍ​​ ໄດ້ຕີລາຄາສູງ ແລະ ທົບທວນຄືນການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ, ໄດ້ມີການແລກປ່ຽນການຢ້ຽມຢາມ ມີການແລກປ່ຽນສານຊົມເຊີຍໃນໂອກາດຕ່າງໆ ລະຫວ່າງການນຳຂັ້ນສູງຂອງສອງປະເທດ ເປັນແຕ່ລະໄລຍະ; ການພົວພັນຮ່ວມມືສອງຝ່າຍ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຫຼາຍດ້ານ ແລະ ຫຼາຍລະດັບ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເປັນຕົ້ນແມ່ນ ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ເຕັກໂນໂລຊີ, ການສຶກສາ ແລະ ອື່ນໆ. ການລົງທຶນຂອງ ສ. ເກົາຫຼີ ໄດ້ຈັດຢູ່ອັນດັບທີ 5 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ, ມີທັງໝົດ 299 ໂຄງການ, ລວມມູນຄ່າ 790 ກວ່າລ້ານໂດລາສະຫະລັດ. ມູນຄ່າການຄ້າສອງຝ່າຍບັນລຸ 113 ລ້ານໂດລາສະຫະລັດ, ໃນນັ້ນ ມູນຄ່າການສົ່ງອອກ 59 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ 54 ລ້ານໂດລາສະຫະລັດ (ຂໍ້ມູນໃນປີ 2019 ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19).

ສອງຝ່າຍ ໄດ້ພ້ອມກັນສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການຈັດບັນດາກິດຈະກໍາສະເຫຼີມສະຫຼອງຄົບຮອບ 25 ປີ ແຫ່ງ ການສ້າງຕັ້ງສາຍພົວພັນກັນທູດນໍາກັນ ໃນປີ 2020 ຜ່ານມາ ພາຍໃຕ້ບັນຍາກາດອັນຄຶກຄື້ນມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ, ເຖິງແມ່ນວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ການໄປມາຫາສູ່ຊຶ່ງກັນ ແລະ ກັນ ຫຼຸດໜ້ອຍຖອຍລົງກໍ່ຕາມ. ພ້ອມນີ້, ສອງຝ່າຍ ກໍໄດ້ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນກັນ ແລະ ສະເໜີໃຫ້ສືບຕໍ່ມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ໃນອະນາຄົດ, ເປັນຕົ້ນ ການກະກຽມໃຫ້ແກ່ການເດີນທາງຢ້ຽມຢາມທາງການ ສ. ເກົາຫຼີ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສືບຕໍ່ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ລົງນາມຮ່ວມກັນ ໃນປີ 2019 ເຊັ່ນ: ການຮ່ວມມືຂະແໜງ ICT, ອຸດສາຫະກໍາ ແລະ ການຄ້າ, ກະສິກໍາ ແລະ ການພັດທະນາເສດຖະກິດ, ກໍຄື ເອກະສານການຮ່ວມມືດ້ານລະບົບຂໍ້ມູນການຄຸ້ມຄອງບໍລິຫານທ່າເຮືອ, ສິດທິດ້ານຊັບສິນທາງປັນຍາ, ດ້ານວິຊາການ ແລະ ວິຊາຊີບ.

ໃນໂອກາດດຽວກັນນີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ແກ່ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງຈັດຢູ່ໃນອັນດັບຕົ້ນໆ ຂອງປະເທດທີ່ໃຫ້ການຊ່ວຍເຫຼືອເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ, ລວມທັງການຊ່ວຍເຫຼືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຂອງການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ, ຊຶ່ງມີມູນຄ່າຫຼາຍກວ່າ 3,5 ລ້ານໂດລາສະຫະລັດ.

ໃນຂະນະດຽວກັນ, ພະນະທ່ານ ລັດຖະມົນຕີ ຈອງ ອຸຍຢອງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ແລະ ໄດ້ສະແດງທັດສະນະ ຕໍ່ຄວາມໝາຍໝັ້ນຂອງລັດຖະບານ ສ. ເກົາຫຼີ ໃນການຜັນຂະຫຍາຍນະໂຍບາຍຫັນສູ່ທິດໃຕ້ໃໝ່ (New Southern Policy) ທີ່ຖືສໍາຄັນຕໍ່ການພົວພັນ ແລະ ຮ່ວມມືກັບ ສປປ ລາວ ກໍຄື ບັນດາປະເທດສະມາຊິກອາຊຽນເພີ່ມຂຶ້ນ, ໂດຍສະເພາະການສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ.

ທີ່ມາ: ກະຊວງການຕ່າງປະເທດ